Thursday, August 16, 2012

ຄຳສຸພາສິດ


  • ເຫລັກຄົດເອົາໄວ້ເຮັດຂໍ ເຫລັກງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວເອົາໄວ້ບໍ່ດີ
  • ຄົນບໍ່ອອກຈາກບ້ານບໍ່ເຫັນດ່ານແດນໄກ ຄົນບໍ່ໄປຫາຮຽນຍ່ອມບໍ່ມີຄວາມຮູ້
  • ເງີນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ
  • ໄປຢຽບຫມາ ມາຢຽບຂຽດ
  • ຢູ່ໃຫ້ເພີ່ນວ່າດີ ຫນີໃຫ້ເພີ່ນຄິດຮອດ
  • ເພີ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ວຍ
  • ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
  • ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ
  • ເກົ້າອົດເກົ້າເຍື້ອນ ຫາກສິໄດ້ທ່ອນຄຳ 
  • ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ
  • ໄລຍະທາງພິສູດມ້າ ການເວລາພິສູດຄົນ
  • ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ
  • ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈຶ່ງດີ
  • ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີກາຍເປັນອື່ນ
  • ຄວາມສາມັກຄີ ຄືບໍ່ເກີດຂອງຄວາມສຳເລັດ
  • ຮັກຊາດໃຫ້ຫມັ່ນສຶກສາ ຮັກສາດສະຫນາໃຫ້ຫມັ່ນທຳຄວາມດີ
  • ຮຽນຫນັງສື ແມ່ນຮັກຊາດ
  • ພາສາບອກຊາດ ມາລະຍາດບອກຕະກຸນ
  • ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ມັນສິຈົນໃຈໂຕ
  • ໄມ້ລຳດຽວອ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ
  • ປາໂຕດຽວ ເນົ່າເຫມັນຫມົດຂ້ອງ
  • ເຂົ້າເພີ່ນຂາວ ເພາະລູກສາວເພີ່ນງາມ
  • ນາດີຍ້ອນຝຸ່ນ ບ້ານອົບອຸ່ນຍ້ອນຜູ້ສາວຫລາຍ
  • ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ
  • ຢາກຮູ້ໃຫ້ຖາມ ຢາກງາມໃຫ້ແຕ່ງ
  • ສາວງາມນາມຄ່ອງ ສາວຈອງຫອງມີແຕ່ຄົນຊັງ
  • ບ່າວງາມນາມຄ່ອງ ບ່າວຈອງຫອງມີແຕ່ຄົນຊັງ
  • ຄົບເພື່ອນດີມີສີແກ່ຕົວ ຄົບເພື່ອນຊົ່ວພາຕົວຫມົ່ນຫມອງ
  • ໂຮມກັນເຮົາຢູ່ ແຍກຫມູ່ເຮົາຕາຍ
  • ຫລົງທາງເສຍເວລາ ຫລົງຕິດຢາເສຍອະນາຄົດ
  • ສິບປາກເວົ້າ ບໍ່ເທົ່າຕາເຫັນ
  • ກຳຂີ້ ດີກ່ວາກຳຕົດ
  • ນາດີຍ້ອນກ້າ ຟ້າເຂົ້າຍ້ອນຫີນຊາ
  • ຊື່ກິນບໍ່ຫມົດ ຄົດກິນບໍ່ນານ
  • ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ
  • ບຸນຄຸນພໍ່ແມ່ນີ້ ຫນັກກ່ວາແຜ່ນທໍລະນີ
  • ບຸນຄຸນພໍ່ທໍ່ພູເຂົາກ້າ ບຸນຄຸນແມ່ທໍ່ຟ້າກັບແຜ່ນດີນ
  • ຊີ້ນໄປປາມາ ເພື່ອຮັກສາຄວາມສາມັກຄີ
  • ຄວາມປະຫມາດ ຄືຫົນທາງແຫ່ງຄວາມຕາຍ
  • ກິນເຂົ້າ ຢ່າລືມບຸນຄຸນຄວາຍ
  • ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
  • ຫນູກັດຜ້າຈຶ່ງຮູ້ຄຸນແມວ ລູກແຂນແອວຈຶ່ງຮູ້ຄຸນພໍ່ແມ່
  • ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ (ສັ່ງສອນ)
  • ຄວາມກະຕັນຍູ ເປັນເຄື່ອງຫມາຍຂອງຄົນດີ
  • ລູກເວົ້າຢາກ ພໍ່ແມ່ປາກປຽກ
  • ສິຖົ່ມນ້ຳລາຍ ໃຫ້ຫລຽວເບີ່ງປ່ອງ ສິນັ່ງຢ່ອງຢໍ້ໃຫ້ຫລຽວເບີ່ງວ່າງຂາ
  • ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
  • ຮີດຄອງລາວ ເກົ້າຜົມບ່ຽງແພ ເຂົ້າວັດຟັງທຳ
  • ສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫລົງລືມ
  • ໄວປາກເສຍສິນ ໄວຕີນຕົກກົກໄມ້
  • ໃຈຮ້າຍເປັນຜີ ໃຈດີເປັນພຣະເຈົ້າ
  • ກິນໃນເຮືອນ ຂີ້ໃສ່ເທິງຫລັງຄາ (ມັນບໍ່ດີ)
  • ເຂົ້າເມືອງຕາລິ່ວ ໃຫ້ລິ່ວຕາຕາມ
  • ອົດສົ້ມໄວ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ
  • ແສງສະຫວ່າງຮຸ່ງແຈ້ງ ພົ້ນພຸ່ງໃນນະພາຍັງບໍ່ທໍ່ປັນຍາ
   ຂອງຄົນຜູ້ສະຫລາດ 
  • ສິບສະຫລຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄະນືງຫາ ສອງສະຫລຶງຢູ່ໃນມື ໃຫ້ຮີບໂຮມເອົາໄວ້
  • ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ ຖ້າຢາກໃຫ້ຄັກແທ້ໆ ຕ້ອງເບິ່ງຮອດເຊື້ອເຜົ່າພົງພັນ
  • ເບິ່ງວັດໃຫ້ເບິ່ງຖານ ເບິ່ງສົມພານ ໃຫ້ເບິ່ງຈົ໋ວນ້ອຍ
  • ນ້ຳຂຶ້ນ ໃຫ້ຮີບຕັກ (ໂອກາດມາ ໃຫ້ຮີບຄ້ວາ)
  • ຫນ້າໄຫວ້ ຫລັງຫລອກ (ມັນບໍ່ດີ)
  • ອາຍຄູບໍ່ໄດ້ຄວາມຮູ້ ອາຍຊູ້ບໍ່ໄດ້ນອນນຳ
  • ໄປມາລາໄຫວ້ (ມາລະຍາດດີ ຄົນນັບຖື)
  • ເຮັດຢ່າງເພິ່ນ ແຕ່ຢ່າເຮັດຄືເພິ່ນ (ທຸກຢ່າງ)
  • ຕົກຫມູ່ແຮ້ງເປັນແຮ້ງ ຕົກຫມູ່ກາເປັນກາ
  • ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ
  • ກິນຫລາຍທ້ອງແຕກ ແບກຫລາຍຫລັງຫັກ
  • ເມືອງລາວ ສວຍງາມຮັ່ງມີ
  • ປູກພືດຫວັງຜົນ ເກີດເປັນຄົນ ຕ້ອງສືກສາຫາຄວາມຮູ້
  • ນັກຮຽນດີ ມີສີແກ່ຊາດ ນັກຮຽນສະຫລາດ ພາຊາດຈະເລີນ
  • ຢາກກິນຫລາຍໄດ້ກິນທໍ່ກ້ອຍ ຢາກກິນຫນ້ອຍໄດ້ກິນທໍ່ໂປ້ມື
  • ເດັກໃນວັນນີ້ ຄືຜູ້ໃຫຍ່ໃນວັນຫນ້າ
  • ຄູຄື ແມ່ພີມຂອງຊາດ
  • ຊາວນາຄື ກະດູກສັນຫລັງຂອງຊາດ
  • ເຫັນວ່າຜັກຫອມຫ້ຽນ ແຄມສວນຢ່າຟ້າວຢ່ຳ ບາດວ່າມັນພໍຝຸ່ນນ້ຳ ມັນສິປີ້ນປົ່ງໃບ
  • ພໍ່ແມ່ ຄື ພຣະພຣົມຂອງລູກ 
  • ພໍ່ແມ່ ຮັກແລະຫ່ວງລູກສະເຫມີ
  • ລູກບໍ່ຟັງຄວາມພໍ່ແມ່ ຜີແກ່ເຂົ້າຫມໍ້ນະຮົກ
  • ເຫັນເງິນຫນ້າດຳ ເຫັນຄຳຫນ້າແລ້
  • ຮຽນໃຫ້ສຸດ ຂຸດໃຫ້ເຖິງ ເບິ່ງໃຫ້ຄັກໆ
  • ກວາງກິນຫມາກຂາມປ້ອມ ພັດໄປຄາກົ້ນລະມັ່ງ ລະມັ່ງຂີ້ບໍ່ໄດ້ ສາມມື້ກະຕ່າຍຕາຍ 
  • ຊາດທີ່ເປັນຄົນນີ້ ໃຫ້ທຳພຽນຄືນົກເຈົ່າ ບາດວ່າບິນເພັ່ນພ້າຍ ຈຶ່ງຂາວແຈ້ງດັ່ງນົກຍາງ 
  • ເຫັນຊ້າງຂີ້ ແຕ່ຢ່າຂີ້ຕາມຊ້າງ
  • ຕິນາຍ ໄດ້ພາຍຖົງຫນີ
  • ຢ່າແກ່ໄມ້ທາງປາຍ (ມັນໍາບາກ)
  • ລູກຫລານບໍ່ຟັງຄວາມຜູ້ເຖົ້າ ຜີເປົ້າຈະກິນຕັບກິນໄຕ
  • ຢູ່ຄົນດຽວໃຫ້ລະວັງຄວາມຄິດ ຢູ່ຮ່ວມມິດໃຫ້ລະວັງວາຈາ
  • ຝົນສິຕົກຟ້າແຈ້ງ ຝົນສິແລ້ງ ຟ້າມືດຟ້າມົວ ຜົວສິຫນີ ຢ່າຕີລູກຕີເຕົ້າ
  • ຢູ່ບ້ານເພີ່ນ ຢ່ານິ້ງດູດາຍ ປັ້ນງົວປັ້ນຄວາຍໃຫ້ລູກເພີ່ນຫລີີ້ນ
  • ຕົ້ົນໄມ້ໄກ້ຝັ່ງ ບໍ່ດົນກໍພຸພັງ (ດູແລໃຫ້ດີໆ)
  • ນຸ່ງຜ້າລາຍຫມາເຫົ່າ ເວົ້າຄວາມເກົ່າຜິດກັນ
  • ແຄບທີ່ຢູ່ໄດ້ ແຄບໃຈຢູ່ຍາກ
  • ຍິງສາມຜົວ ເຈົ້າຫົວສາມວັດບໍ່ດີ
  • ຈິດເປັນນາຍ ກາຍເປັນບ່າວ
  • ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ (ມັນອັນຕະລາຍ)
  • ມັກງ່າຍໄດ້ຍາກ ມັກລຳບາກໄດ້ດີ
  • ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ
  • ເອົາຫູໄປນາ ເອົາຕາໄປໄຮ່ (ມັນບໍ່ດີ)
  • ນ້ຳເພີ່ງເຮືອ ເສືອເພີ່ງປ່າ
  • ໄປປ່າຢ່າເວົ້າເລື່ອງເສືອ ຂີ່ເຮືອຢ່າເວົ້າເລື່ອງແຂ້
  • ເງິນເຕັມຖົງຢ່າໄດ້ອົ່ງອວດອ້າງ ຜູ້ເພິ່ນກວ້າງ ມີມາກກ່ວາໂຕ
  • ໃຈໂມໂຫພາໂຕມັກມາກ ປາກໄປກ່ອນມັນບໍ່ເປັນທຳ
  • ກິນຢູ່ກັບປາກ ຢາກຢູ່ກັບທ້ອງ ທຽວຂີ້ພັດແມ່ນຂາ
  • ຢ່າເສວະນາກັບຄົນຊົ່ວ ຢ່າມົ້ວອະບາຍຍະມຸກ ຢ່າຊີງສຸກກ່ອນຫ່າມ ຢ່າຖາມໂດຍບໍ່ຄິດ ບັນດິດເຂົາບໍ່ສັນສັນລະເສີນ
  • ຍິງຮູບຮ້າຍຄອງວັດພາງາມ ຊາຍຮູບຊາມວິຊາພາຮຸ່ງ
  • ຫນັກໃຫ້ຊ່ວຍກັນຫາບ ຫຍາບໃຫ້ຊ່ວຍກັນດຶງ 
  • ນ້ຳມາປາກິນມົດ ນ້ຳລົດມົດກິນປາ
  • ທຸກເພີ່ນບໍ່ວ່າດີ ມີເພີ່ນຈຶ່ງວ່າພີ່ນ້ອງ ລຸງປ້າຈຶ່ງວ່າຫລານ
  • ຫມັ່ນເທື່ອດຽວຫລັງຫ້ານ ຄ້ານເທື່ອດຽວຫລັງຫັກ
  • ໄມ້ລຳດຽວຍັງຕ່າງປ້ອງ ພີ່ນ້ອງຍັງຕ່າງຈິດຕ່າງໃຈ
  • ຍາມກິນບໍ່ຮຽກ ຍາມວຽກພັດເອີ້ນໃຊ້ (ເຈັບໃຈເດ)
  • ເອີ້ນກິນແລ່ນໃສ່ ເອີ້ນໃຊ້ພັດແລ່ນຫນີ (ອັນນີ້ກະບໍ່ດີ)
  • ຜູ້ກິນກິນພໍຮາກ ຜູ້ຢາກຢາກພໍຕາຍ
  • ບໍ່ກິນຜັກບໍ່ມີອີ່ມທ້ອງ ບໍ່ເອົາພີ່ນ້ອງມັນບໍ່ເປັນຄົນ
  •  
(ມື້ນີ້ຄິດໄດ້ທໍ່ນີ້...ເຈີກັນໃຫມ່ສະບັບຫນ້າ ຖ້າໃຜມີກໍແບ່ງແນ່ເນີ!)

10 comments:

  1. ອະທິບາຍຄຳສຸພາສິດພ້ອມເດີ

    ReplyDelete
  2. ຂ້ອຍກະວ່າຕືກັນ

    ReplyDelete
  3. ຂ້ອຍກະວ່າຕືກັນ

    ReplyDelete
  4. ຂ້ອຍກະວ່າຕືກັນ

    ReplyDelete
  5. ຂອບໃຈ ສຳລັບຄຳຄົມໆແບບນີ້

    ReplyDelete
  6. ບຸນຄຸນພໍ່ທໍ່ພູເຂົາກ້າບຸນຄຸນແມ່ທໍ່ຟ້າກັບດິນ

    ReplyDelete
  7. ຕົກໝູ່ແຮັງເປັນແຮ້ງ ຕົກໝູ່ກາເປັນກາ

    ReplyDelete
  8. ຢາກຮູ້ໃຫ້ຖາມ ຢາກງາມໃແຕ່ງ

    ReplyDelete