Thursday, August 16, 2012

ຂໍ້ຄິດດີ ໆ



* ຖ້າບໍ່ມີສິ່ງທີ່ມັກ ກໍຈົ່ງມັກສິ່ງທີ່ມີ
* ຢ່ານ້ອຍໃຈໃນໂຊກຊະຕາ ເພາະໂຊກຊະຕາເຮົາເປັນຜູ້ກຳຫນົດ 
* ເຊືອກມີໄວ້ຜູກ ແຕ່ບັນຫາມີໄວ້ແກ້
* ໂລກນີ້ມີໄວ້ຢຽບ ບໍ່ແມ່ນມີໄວ້ແບກ
* ຢ່າມົວຄົ້ນຫາຄວາມຜິດພາດ ແຕ່ຈົ່ງຫາຫົນທາງແກ້ໄຂ
* ຢາກໄດ້ຄວາມຈິງໃຈຈາກໃຜ ກໍຄວນມອບຄວາມຈິງໃຈໃຫ້ເຂົາກ່ອນ
* ໂອກາດບໍ່ເດີນມາຫາຄົນທີ່ລໍຄອຍ ແຕ່ໂອກາດຢູ່ທີ່ເຮົາສະແຫວງຫາມັນ
* ການຈະເປັນຄົນເຫນືອຄົນ ເຮົາຕ້ອງທົນຕໍ່ຄວາມລຳບາກໄດ້
* ບໍ່ມີໃຜຮັກເຮົາ ເທົ່າເຮົາຮັກຕົວເອງ
* ຊີວິດເຮົາ ເຮົາລີຂິດເອງ
* ຢ່າເວົ້າທຸກຄຳທີ່ຄິດ ແຕ່ຈົ່ງຄິດທຸກຄຳທີ່ເວົ້າ
* ກ່ອນເວົ້າເຮົາເປັນນາຍມັນ ແຕ່ຫລັງເວົ້າມັນເປັນນາຍເຮົາ
* ຄົນເຮົາຮູ້ຈັກວັນເກີດ ແຕ່ບໍ່ຮູ້ຈັກວັນຕາຍໄດ້
* ເວລາທຸກນາທີມີຄ່າ ຈົ່ງກະທຳແຕ່ສິ່ງດີໆ
* ຄວາມສຸກຢູ່ທີ່ຄວາມພໍໃຈ
* ຄວາມທຸກກໍຢູ່ທີ່ໃຈ (ຈິດເປັນນາຍ ກາຍເປັນບ່າວ)
* ຄວາມຈົນເຮົາບໍ່ຮູ້ຈັກ ຖ້າເຮົາມີຄວາມດຸຫມັ່ນ
* ຄວາມສຳເລັດເກີດຂື້ນບໍ່ໄດ້ ຖ້າຍັງບໍ່ລົງມືກະທຳ
* ບັນຫາແກ້ໄຂໄດ້ ຖ້າໃຊ້ຄວາມຄິດ (ບໍ່ໃຊ້ອາລົມ)
* ຫວັງໄດ້ຊັບຈາກການພະນັນ ເປັນຄວາມເຜີ້ຝັນຂອງຄົນສິິ້ນຄິດ
* ເລີ່ມຕົ້ນດີ ມີໄຊໄປແລ້ວເຄີ່ງຫນື່ງ
* ອຸປັດຕິເຫດບໍ່ແມ່ນເລື່ອງຂອງເວນກຳ ແຕ່ເປັນການກະທຳດ້ວຍຄວາມປະຫມາດ
* ດີຊົ່ວຢູ່ທີ່ຕົວກະທຳ ສູງຕ່ຳຢູ່ທີ່ທຳຕົວ
* ມົ້ວກັບອະບາຍຍະມຸກ ຊີວິດຈະທຸກຕະຫລອດໄປ
* ຈົ່ງອົດທົນຕໍ່ສິ່ງທີ່ຊົ່ວຮ້າຍ ແລະຫມຸ່ງຫມາຍແຕ່ສິ່ງດີງາມ
* ຄວາມດີບໍ່ມີຂາຍ ຢາກໄດ້ຕ້ອງເຮັດເອງ
* ການສຶກສາ ຄືການພັດທະນາຊີວິດ
* ທະເລຍັງມີຄື້ນ ຊີວິດຈະລາບລື່ນກໍຕ້ອງມີອຸປະສັກ
* ຟ້າກວ້າງທາງໄກ ຕ້ອງຫມຸ່ງໄປສູ່ ຖ້າບໍ່ໄປກໍບໍ່ຮູ້
* ລັບມີດດ້ວຍຫີນກ້າ ລັບປັນຍາດ້ວຍການຮຽນຮູ້
* ຄົນເຮົາບໍ່ໄດ້ເກັ່ງມາແຕ່ເກີດ ຈົ່ງພຽນເຖີດແລ້ວທ່ານຈະເກັ່ງ
...........................

No comments:

Post a Comment