Thursday, August 16, 2012

ຝາກໄວ້ໃຫ້ຄິດ



1. ເກີດເປັນຄົນຕອ້ງພະຍາຍາມສູ້ຕໍ່ໄປ ຈົນກ່ວາຈະບັນລຸເປົ້າຫມາຍທີ່ວາງໄວ້
ເປົ້າຫມາຍທີ່ງົດງາມເມື່ອທຳສຳເລັດ ບໍ່ມີເຫດແຫ່ງຄວາມສຳເລັດໃດໆ ຈະຍີ່ງໃຫຍ່
ໄປກວ່າຄວາມອົດທົນ...

2. ຄົນເຮົາທຸກຄົນມີຄວາມຮູ້ຄວາມສາມາດ ແຕ່ຂາດເວທີສະແດງອອກ ເມື່ອໃດກໍ່ຕາມ
ທີ່ເຮົາເຫັນເວທີນັ້ນ ໃຈຂອງເຮົາຈະເຕັ້ນແຮງຂື້ນ ເພາະຢາກຈະໄປຢືນຢູ່ເທິງເວທີນັ້ນ ເພື່ອ
ສະແດງຄວາມສາມາດໃຫ້ຄົນອື່ນໄດ້ເຫັນ ແລະຊື່ນຊົມ...(ຈົ່ງເຊື່ອຫມັ້ນຕົນເອງ)

3. ໃຜຫນໍ? ທີ່ກຳເນີດເກີດເຮົາມາ.......ເປີດຕາແນມມອງໂລກ ໃຜຫນໍທີ່ກຳເນີດ
ເກີດເຮົາມາຈົນເຕີບໃຫຍ່.......ເຝົ້າອົບຮົມສັ່ງສອນໃຫ້ເປັນຄົນດີ ທັງຕົວແລະຫົວໃຈ
ໃຜຄົນນັ້ນ? ໃຜຄົນນັ້ນ? ທີ່ແທ້ແມ່ເຮົາເອງ...

4. ພໍ່ແມ່ທຸກຄົນຫວັງດີຕໍ່ລູກສະເຫມີ ພໍ່ແມ່ທຸກຄົນຢາກໃຫ້ລູກຂອງຕົນເປັນຄົນດີ
ມີຄວາມຮູ້ຄວາມສາມາດ ພໍ່ແມ່ທຸກຄົນຢາກໃຫ້ລູກປະສົບຜົນສຳເລັດໃນຊີວິດ ແລະ
ສາມາດດຳລົງຊີວິດໄດ້ຢ່າງມີຄວາມສຸກ...ຄຸນຄວາມດີຂອງພໍ່ແມ່....ມີຢູ່ທົ່ວໄປ ແຕ່ກໍ່ແປກທີ່ໃຈເຮົາ
ບໍ່ໄຝ່ຫາ ແຕ່ລະມື້ແຕ່ລະວັນ ມີແຕ່ນັ່ງກັບ ຟ (ແຟນ) ສອງຕໍ່ສອງຈ້ອງມອງຕາ ແລ້ວຖາມວ່າອ້າຍຮັກນ້ອງຈິງຫລືບໍ່?

5. ການກະທຳສຳຄັນກ່ວາທີ່ຄິດ  ຖ້າຈິດມີແຕ່ໄຝ່ ໂດຍໄຮ້ຊື່ງການກະທຳ ຖ້າມີຜູ້ນຳ(ຜູຄິດ) ແຕ່ບໍ່ມີຜູ້ຕາມ (ຜູ້ກະທຳ) ແລ້ວຄວາມງົດງາມຂອງການກະທຳນັ້ນຈະເກີດຂື້ນໄດ້ຢ່າງໃດ?

No comments:

Post a Comment