Thursday, August 16, 2012

ຄວນຈື່ຈຳ



  • ສອງຮັກຈຶ່ງເປັນດອງ ສອງປອງຈຶ່ງເປັນຊູ້ ສອງຮູ້ຈຶ່ງເປັນຜົວເປັນເມຍ
  • ອາຫານແຊບເມື່ອຢາກ ຂອງກິນແຊບຂຶ້ນກັບຜູ້ມັກ
  • ເງິນຄໍາຫາໄດ້ ນໍ້າໃຈຫາຍາກ
  • ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ
  • ນໍ້າສະຫມຸດເລິກແລະກວ້າງເຊືອກຢັ່ງກໍ່ຍັງເຖິງ ບາດວ່າໃຈຄົນນີ້ຢັ່ງບໍ່ຖ່ອງເຖິງໄດ້
  • ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມແກງ
  • ການຮ້ອງໄຫ້ເປັນກໍາລັງຂອງເດັກ ອາກາດເປັນກໍາລັງຂອງນົກ...ນໍ້າເປັນກໍາລັງຂອງປາ ປວງປະຊາເປັນກໍາລັງຂອງຊາດ
  • ອ້ອຍຕານຫວານລີ້ນແລ້ວສິ້ນຊາກ ແຕ່ລົມປາກຫວານຫູບໍ່ຮູ້ຫາຍ
  • ຟັງດ້ວຍດີ ດ້ວຍຄວາມເຄົາລົບຍ່ອມເກີດປັນຍາ
  • ຢ່າໄດ້ຕິດຕາມກົ້ນນໍາຄົນທ້ອງຍຶ່ງ ມັນສິຕົດໃສ່ເຈົ້າໃຫ້ດັງວື້ປື່ງເຫມັນແທ້ດາຍ........
  • ຢ່າໄດ້ຂຶງຂັງຫນ້າວາຈາເວົ້າອົ່ງ ຝູງພີ່ນ້ອງພົງເຊື້ອສິພາກັນເຫີນຫ່າງ
  • ເກີດເປັນຄົນໃຫ້ຮຽນຄວາມຮູ້ ເປັນຄົນປູ້ເຂົາບໍ່ຢໍາ ບໍ່ຮູ້ຂາວຮູ້ດໍາ (ບາບ ບຸນ ຄຸນ ໂທດ) ເຂົາບໍ່ເກງບໍ່ຢ້ານ
  • ຍິງເກີດມາເພື່ອສືບສາຍ ຊາຍເກີດມາເພື່ອສືບຊາດ ຢ່າຄິດເວວາດໄປທາງບໍ່ດີ
  • ມີວິຊາຄວາມຮູ້ ແຕ່ຂາດສົມບັດຜູ້ດີກໍ່ໃຊ້ການບໍ່ໄດ້
  • ການເວົ້າ ການຂຽນພາສາທີ່ຖືກຕ້ອງ ເປັນເຄື່ອງຫມາຍຂອງຜູ້ມີວັດທະນະທໍາສູງ
  • ເຮັດນໍາຜູ້ຕໍ່າເຂົາຈ່ອງລົງ ເຮັດນໍາຜູ້ສູງເຂົາດຶງຂຶ້ນ
  • ຂຶ້ນພູສູງຈຶ່ງເຫັນທົ່ງກວ້າງ.........ວ່າຊັ້ນໄດ໋!!
  • ຜົນທັງຫລາຍເກີດມາຈາກເຫດ ມີເຫດຈຶ່ງມີຜົນ
  • ຜູ້ຍິງມີຄວາມອາຍ ຮູ້ຈັກສະງ່ຽມຈຽມຕົວຈຶ່ງງາມ
  • ຜູ້ຊາຍມີຄວາມຮູ້ ຄວາມສາມາດກໍ່ງາມເຫມືອນກັນ
  • ...........................

No comments:

Post a Comment