Thursday, August 16, 2012

ມຸງຄຸນຊີວິດ



ຢ່ານອນຕື່ນສາຍ ຢ່າອາຍທຳກິນ
 
ຢ່າໝິ່ນເງິນນ້ອຍ ຢ່າຄອຍວາສນາ
 
ຢ່າເສວະນາຄົນຊົ່ວ ຢ່າມົ້ວອະບາຍະມຸກ
 
ຢ່າສຸກກ່ອນຫ່າມ ຢ່າພຣ່າມກ່ອນທຳ
 
ຢ່າລຳກ່ອນເພງ ຢ່າຂົ່ມເຫງຜູ້ນ້ອຍ
 
ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ
 
ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຜູ້ອື່ນ
 
ຢ່າຝ່າຝືນກົດລະບຽບ ຢ່າເອົາປຽບສັງຄົມ
 
ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້
 
ຢ່າໃສ່ຮ້າຍຄົນດີ ຢ່າກ່າວວະຈີມຸສາ
 
ຢ່ານິນທາພຣະເຈົ້າ ຢ່າໂງ່ເຂົາເມື່ອມີທຸກ
 
ຢ່າງສຸກຈົນລືມຕົວ ຢ່າງຢ້ານກົວງານຫນັກ
 
ຢ່າພິທັກພາລຊົນ ຢ່າລືມຕົນເມື່ອມັ່ງມີ!

No comments:

Post a Comment