Thursday, August 16, 2012

ຄໍາຜູກແຂນ

ສຣີ ໆ........ສິທທິພຣະພອນບໍວອນວິເສດ ຝ້າຍແກ້ວເກດມຸງຄຸນ ປຸນລົງມາຕົກແຕ່ງ ກວັດອິ້ວແກວ່ງກົງຫລາ ຜັດອອກມາເປັນຫລອດ ຖອດອອກມາເປັນປຸ໋ຍ ສຸຍອອກມາເປັນເສັ້ນ ເສັ້ນແຫລະສີ່ພັນຄຳ ເປັນດັ່ງແກ້ວມຸກຄຳໃສສ່ອງ ງາມອ່ອງຕ່ອງຜ່ອງໃສ ທັງນອກໃນລ້ຳເລີດ ຝ້າຍແກ້ວເກີດເມືອງສະຫວັນ ປັນໃຫ້ຜູ້ຂ້າມາຜູກແຂນ ຜູກແຂນຊ້າຍໃຫ້ຂວັນເຈົ້າມາ ຜູກແຂນຂວາໃຫ້ຂວັນເຈົ້າຢູ່.............ວ່າມາເຢີ້ຂວັນເອີຍ !!
ຂວັນເຈົ້າໄປມຸດສະນ້ຳໃຫຍ່ກິນປາ ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປກິນເຫລົ້ານຳຫມູ່ນຳຝູງ ກໍ່ໃຫ້ມາສາມື້ນີ້ວັນນີ້....ວ່າມາເຢີ້ຂວັນເອີຍ !!
ຂວັນເຈົ້າໄປຢູ່ຖ້ຳນຳພະຍາງູ ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປຢູ່ຮູນຳພະຍານາກ ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປລຳບາກນຳຫມູ່ຜີຕາຍ ກໍ່ໃຫ້ມາສາມື້ນີ້ວັນນີ້....ວ່າມາເຢີ້ຂວັນເອີຍ !!
ຍາມເມື່ອຕາເວັນຕົກລັບປ່າແຊງ ຍາມເມື່ອຕາເວັນແດງຕົກລັບປ່າໄມ້ ຂວັນເຈົ້າໄປຢູ່ຫົນເຫນືອຫລືໃຕ້ ກໍ່ໃຫ້ມາສາມື້ນີ້ວັນນີ້ ໆ ຄັນວ່າເຈົ້າມາຮອດແລ້ວ ໃຫ້ເຈົ້າຢູ່ສຸກສະຫວັດດີ ມີຄວາມສຸກຄວາມຈະເລີນ ຄວາມເຈັບເຈົ້າຢ່າໄດ້ ຄວາມໄຂ້ເຈົ້າຢ່າມີ ນອນຫລັບໃຫ້ໄດ້ເງິນພັນ ນອນຝັນໃຫ້ໄດ້ເງິນໃຫ້ໄດ້ເງິນຫມື່ນ ນອນຕື່ນໃຫ້ໄດ້ເງີນແສນເງິນລ້ານ ອອກຈາກບ້ານໃຫ້ພໍ້ແຕ່ໂຊກແຕ່ໄຊ ສິ່ງຮ້າຍຢ່າໄດ້ມາພານ ມານຮ້າຍຢ່າໄດ້ມາຕ້ອງ ຮ່ຳຮຽນໃຫ້ເຈົ້າເກັ່ງເສັງໃຫ້ໄດ້ ຮຽນອັນໃດໃຫ້ເຈົ້າປ່ອງ ຮຽນທ່ອງໃຫ້ເຈົ້າຈື່ຈຳເອົາເນີ ໆ ຂໍໃຫ້ເຈົ້າເປັນຜູ້ກ້າ ເປັນຫົວຫນ້ານາຍຄົນ ໃຫ້ພໍ່ແມ່ໄດ້ເພິ່ງບຸນຢູ່ສຸກສະບາຍລົ້ນ ເກີດເປັນຄົນຕ້ອງຮູ້ກະຕັນຍູເສີມແຕ່ງ ເປັນແວ່ນແຍງໃຫ້ພວກພີ່ນ້ອງເຊື້ອເຜົ່າພົງພັນ ເຈົ້າເດີ !! ໂອມ ອຸ ອະ ມຸ ມະ ສະຖາໂສດຖີພະວັນຕຸເຕ ໆ 
 

No comments:

Post a Comment