Thursday, August 16, 2012

ຄຳສອນທຳມະດາ


  • ບ່ອນສະຫນຸກຢ່ານອນ
  • ເມຍວອນຢ່າຍິນ
  • ເຮັດກິນຢ່າຄ້ານ
  • ເຂົ້າບ້ານຢ່າອາຍ
  • ຢ່ານຸ່ງຜ້າລາຍໃຫ້ຫມາຫອນເຫົ່າ
  • ຢ່າເວົ້າຄວາມເກົ່າມັນເລົ່າຜິດກັນ
  • ຢ່ານອນຫງາຍຫລີ້ນດາບ
  • ຢ່າຄາບນົມເມຍ
  • ຢ່າເລຍໃບຕອງ
  • ຢ່າແປງກອງໄມ້ມ່ວງ
  • ຢ່າແປງບ່ວງລວງຂວາງ
  • ຢ່າກອດນາງໃນນ້ຳ
  • ຢ່າຫລັບຕາເຂົ້າຖ້ຳ
  • ຢ່າອາບນ້ຳວັງໃສ
  • ຢ່າປ້ຳຕົ້ນຫວານ ຢ່າຮານຕົ້ນສົ້ມ
  • ມຸດນ້ຳຢ່າເຮັດກົ້ນຟູ
  • ຈົກຮູຢ່າເຮັດແຂນສັ້ນ
  • ຢ່າຄ້າງຂັ້ນໄດ ຢ່າໄປທີ່ມືດ
  • ຢ່າປືດ (ເປີດ) ເສື້ອໃຫ້ທ່ານເຫັນຫລັງ
  • ຢ່າຊັງເຈົ້າຫນີ້ ຢ່າຂີ້ໃສ່ທາງຫລວງ
  • ຢ່າເອົາເຟືອງມາເຊັດ
  • ຢ່າແກ່ໄມ້ທັບທາງ
  • ຢ່າອຸ່ນເຂົ້າແລງ
  • ຢ່າແທງຄໍຫມໍ້ຫນຶ້ງ
  • ນອນສູງໃຫ້ນອນຂວ້ຳ
  • ນອນຕໍ່າໃຫ້ນອນຫງາຍ
  • ..............ເປັນຄຳປິດສະຫນາເດີໆໆ ຕ້ອງຕີຄວາມຈຶ່ງໄດ້ຄວາມຫມາຍ ມັນບໍ່ທຳມະດາໄດ໋ ໆໆ
  • .....................ຈາກຫນັງສືຊຸມນຸມນານາຄະຕິ..............

No comments:

Post a Comment