Thursday, August 16, 2012

ກະຕ່າຍຕື່ນຕູມ



ຫລາຍໆຄົນຄົງເຄີຍໄດ້ຍິນຄຳວ່າກະຕ່າຍຕື່ນຕູມ 

ເຊິ່ງກໍ່ມີເລື່ອງເລົ່າແລະເປັນເລື່ອງໃນສາສະຫນາມີດັ່ງນີ້

ເລົ່າສັ້ນໆເດີ: ໂດຍທຳມະຊາດແລ້ວກະຕ່າຍເປັນສັດມັກນອນ 

ມີວັນຫນື່ງຫລັງຈາກກະຕ່າຍຊອກຫາອາຫານ

ກິນອິ່ມແລ້ວກໍ່ມານອນຢູ່ກ້ອງໃບຕານ 

ແລະຄິດໄປວ່າຖ້າແຜ່ນດິນນີ້ຖະລົ່ມເຮົາຈະຫນີໄປໃສຫນໍ? ແລະໃນຂະນະນັ້ນ

ເອງຫມາກຕູມສຸກກໍ່ລົ່ນລົງມາໃສ່ໃບຕານນັ້ນ 

ເພະາສຽງໃບຕານນັ້ນກະຕ່າຍຈຶ່ງຄິດວ່າແຜ່ນດິນຖະລົ່ມແນ່ຈຶ່ງກະໂດດ

ອອກໄປແບບບໍ່ຫລຽວຫລັງເລີຍ 

ກະຕ່າຍຕົວອື່ນໆເຫັນກະຕ່າຍຕົວນັ້ນແລ່ນຫນີໄປດ້ວຍຄວາມໄວເພາະຢ້ານໄພຈຶ່ງຖາມ

ວ່າ: ນີ້ເຈົ້າຢ້ານອິຫຍັງ? ຈຶ່ງແລ່ນຫນີມາແບບນີ້ 

ກະຕ່າຍຕອບວ່າຢ່າມົວມາຖາມເລີຍຮີບຫນີກັບເຮົາເຖີດ

ກະຕ່າຍຕົວນັ້ນກໍ່ແລ່ນຕາມຫລັງໄປແລ້ວຮ້ອງຖາມວ່າເຈົ້າຢ້ານອິຫຍັງຫນໍ?  

ກະຕ່າຍຕົວນັ້ນບໍ່ຫລຽວຫລັງມາເບີ່ງ

ແຕ່ກ່າວວ່າແຜ່ນດິນຖະລົ່ມ 

ເມື່ອໄດ້ຍິນດັ່ງນີ້ແລ້ວກະຕ່າຍຕົວນັ້ນກໍ່ຮີບແລ່ນໄປໃຫ້ທັນຕົວທີ່ກ່າວນັ້ນແລ້ວພ້ອມກັນ

ແລ່ນຫນີເມື່ອກະຕ່າຍຕົວອື່ນເຫັນກໍ່ພາກັນແລ່ນຫນີໄປຕາມໆກັນລວມວ່າກະຕ່າຍເກືອບພັນແລ່ນຫນີຕາມກັນໄປຫມົດ

ຫມູ່ສັດອື່ນໆເຫັນກໍ່ແລ່ນຫນີໄປນຳໄດ້ຫລາຍກິໂລເຕີບ...ຈົນມີລາຊະສີເຫັນເຫດການຈຶ່ງມາຖາມແລະພິສູດຄວາມຈິງ

ດ້ວຍການພາກະຕ່າຍຕົວຕົ້ນເລື່ອງໄປເບິ່ງບ່ອນທີ່ເກີດເຫດ ຈຶ່ງເຮັດໃຫ້ຮູ້ຄວາມຈິງວ່າ 

ກະຕ່າຍຕົວນັ້ນໄດ້ຍິນສຽງ

ຫມາກຕູມລົ່ນໃສ່ໃບຕານດັງຕູ່ມ...ຕູ່ມ...ໆໆໆ ກໍ່ແລ່ນຫນີໄປດ້ວຍການຄິດວ່າແຜ່ນດິນຖະລົ່ມ 

ແລະຫມູ່ສັດຕົວອື່ນໆ

ໄດ້ຟັງຄຳຂອງກະຕ່າຍ ກໍ່ແລ່ນຫນີໄປນຳໂດຍບໍ່ໄດ້ພິສູດຄວາມຈິງ 

ບໍ່ຮູ້ກົກປາຍສາຍເຫດໃດໆເລີຍ!!!

ກໍ່ເປັນທີ່ມາຂອງຄຳວ່າກະຕ່າຍຕື່ນຕູມ: ເລື່ອງນີ້ສອນຫຍັງເຮົາແດ່ 

ຢ່າເຊື່ອສິ່ງໃດງ່າຍໆໂດຍບໍ່ໄດ້ພິສູດ

ຖ້າເຊື່ອໄປງ່າຍໆສຸດທ້າຍກໍ່ຈະເປັນແບບນີ້ແຫລະ ຖ້າດີກໍ່ດີໄປ ແຕ່ຖ້າຜິດກໍ່ຜິດໄປ 

ລະວັງເອົາກໍ່ແລ້ວກັນ....ຈົບ

No comments:

Post a Comment