Thursday, August 16, 2012

ເທດ​ສະຫລອງ​ 1




                ເທດ​ສະຫລອງ​ບຸນ​ເຂົ້າປະດັບດິນ
        ນະ​ໂມ​ຕັດສະ ພະຄະວະ​​ໂຕ ອະລະ​ຫະ​ໂຕ ສຳ​ມາ​ສຳ​ພຸດ​ທັດສະ (3ເທື່ອ)
         ”ນິມິດ​ຕັງ ສາທຸ​ລູປັນ​ນັງ ກະຕັນຍູ ກະຕະ​ເວ​ທິຕາ ສັກ​ກັດ​ຈັງທຳ​ໂມ
​                         ໂສ​ຕັບ​​ໂພ​ຕີ​ຕີ”.
​   ໂພ​ສາ​ທະ​ໂວ​ດູລາ​ສັບປຸລິສະ​ເຈົ້າ​ທັງຫລາຍ ວັນ​ນີ້​ເປັນ​ມື້​ເດືອນ​ເກົ້າ​ຂື້ນ,​ແຮມ…ຄໍ່າ ຖື​ໄດ້​ວ່າ​ເປັນ​ມື້​ທີ່​ມີ​ຄວາມ​ຫມາຍສຳຄັນ​ວັນ​ຫນື່ງ​​ທາງດ້ານ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ລາວ​ເຮົາ, ຜູ້​ທີ່​ນັບຖື​ພຣະພຸດທະ​ສາດສະຫນາ​ເຊີ່ງ​ແມ່ນ​ຫນື່ງ​ໃນ​ຈໍ່ານວນ​ຮິດສິບ​ສອງ ທີ່​ຊາວ​ພຸດ​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ສືບ​ທອດ​ຕໍ່ກັນ​ມາຈົນ​ເຖີງທຸກ​ວັນ​ນີ້ ​ແລະ​ຍັງ​ຈະ​ສືບ​ທອດ​ຕໍ່​ໄປ​ໃນ​ອະນາຄົດ. ​ເມື່ອ​ບຸນ​ເຂົ້າປະດັບ​ດີ​ນ​ໄດ້​ວຽນມາ​ຮອດ​ທຸກໆປີ​ພໍ່ອອກ​ແມ່ອອກ​ທັງຫລາຍ ຜູ້​ທີ່​ນັບ​ຖື​ພຸດທະ​ສາສະຫນາ​ທຸກ​ເພດ​ທຸກ​ໄວ​ກໍ່​ໄດ້​ພາກັນ​ເອົາ​ໃຈ​ໃສ່​ປະຕິບັດກັນ​ຢ່າງ​ຕັ້ງຫນ້າດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຍ້ອນ​ເຂົ້າ​ໃຈ​ວ່າ​ເປັນ​ປະ​ເພນີ​ອັນ​ດີງາມ​ຂອງ​ຕົນ ຈົນ​ໄດ້​ມີ​ຄຳ​ເວົ້າ​ອອກ​ມາ​ວ່າ: ”ຮິດຄອງ​ປະ​ເພນີ​ອັນ​ດີງາມ​ທີ່​ມີ​ເອກະລັກ​ສະ​ເພາະ ​ແມ່ນ​ຄວາມ​ພູມ​ໃຈ​ຂອງ​ລາວ​ເຮົາ” ​ແຕ່​ສີ່​ງທີ່​ມີ​ຄວາມ​ຫມາຍ​ແລະ​ສຳຄັນ​ຕໍ່​ເຮົາກໍ່​ຄື:​ເຮົາ​ທຸກ​ຄົນ​ຄວນ​ຄົ້ນ​ຄົ້ວ​ແລະ​ໃຈ້​ແຍກ​ໃຫ້​ເລິກ​ເຊີ່ງ​ເຖີງປະ​ເພນີ​ອັນ​ນີ້ ​ເພື່ອ​ຈະ​ໄດ້​ປະຕິບັດ​ໃຫ້​ຖືກ​ຕອ້ງ​ແລະ​ໄດ້​ຮັບ​ຜົນ​ເທົ່າ​ທີ່​ຄວນ, ດັ່ງ​ນັ້ນ​ໃນ​ທຳ​ມະ​ເທດ​ສະຫນາ​ກັນ​ນີ້​ຈະ​ໄດ້​ນຳ​ເອົາ​ຈຸດປະສົງ​ຂອງ​ຮິດຄອງ​ວັນ​ນີ້​ມາ​ຊີ້​ແຈງ​ສະ​ແດງ​ເປັນ​ທຳ​ມິ​ກະຖາ ​ເພື່ອ​ເປັນ​ແນວທາງ​​ປະຕິບັດຂອງ​ຊາວ​ພຸດ​ເຮົາ​ທັງຫລາຍ​ຕາມ​ສົມຄວນ​ແກ່​ເວລາ.
    ການ​ເຮັດບຸນ​ໃນ​ວັນ​ເຂົ້າປະດັບດິນ​ນີ້ ກໍ່​ເພື່ອ​ອຸທິດ​ຫມາຍ​ທານ​ຍາດ​ນ້ຳ​ໄປ​ໃຫ້​ແກ່​ສັບພະສັດ​ທັງຫລາຍທີ່​ລ່ວງ​ລັບ​ໄປ​ແລ້ວມີ​ບິດາ​ມານ​ດາ​ເປັນ​ຕົ້ນ ຖື​ໄດ້​ວ່າ​ເປັນ​ການສະ​ແດງ​ອອກ​ເຊີ່ງ​ຄວາມ​ກະຕັນຍູ​ກະຕະ​ເວ​ທິຕາຕໍ່ຜູ້​ມີ​ພຣະຄຸນ ​ເພື່ອ​ເປັນ​ການ​ລະ​ລຶກ​ເຖີງຄຸນງາມຄວາມດີ​ທີ່​ພໍ່​ແມ່​ມີ​ຕໍ່​ເຮົາ ​ໃຫ້​ປາກົດ​ຊັດ​ແກ່​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່ ​ແລະ​ເພື່ອ​ສືບ​ຜົນງານ​ອັນ​ດີງາມ​ນັ້ນ​ໃຫ້​ກ້າວ​ໄປ​ຢ່າງ​ບໍ່ຢຸດ​ຢັ້ງ,    ພໍ່​ແມ່​ນັ້ນ​ສອນ​ລູກ​ດ້ວຍ​ການ​ອົບຮົມ​ບົ່ມ​ສອນ ​ປູກຝັງ​ຈະລິດ ນິດ​ໃສ​ໃຈຄໍ ກິລິຍາ​ມາລະຍາດ ​ແລະ​ຊາດ​ຕະກຸນ, ພໍ່​ແມ່​ອາດ​ຈະ​ເວົ້າ​ຄຳ​ດຽວ​ເປັນ​ເດືອນ​ເປັນ​ປີຫລື​ຕະຫລອດ​ຊີ​ວິດ​ເຊີ່ງ​ບໍ່ມີ​ໃຜ​ສົນ​ໃຈ​ຈະ​ເວົ້າ​ກັບ​ເຮົາ​ໄດ້​ດົນ​ປານ​ນັ້ນ, ​ເຮົາ​ອາດ​ຈະ​ເບື່ອ​ແລະ​ລຳ​ຄານ​ພໍ່​ແມ່​ ຢາກ​ຫນີ​ໄປ​ໃຫ້​ໄກໆ ​ແຕ່​ວັນ​​ໃດ​ວັນຫນື່ງຫາກ​ບ້ານ​ຂາດ​ພໍ່​ເຮືອນ​ຂາດ​ແມ່​ໄປ ​ເຮົາ​ຈະ​ຮູ້ສຶກ​ເຫມືອນ​ຂາດ​ດວງ​ແກ້ວ​ຂອງ​ຊີວິດ​ໄປ ຄວາມ​ໂສກ​ເສົ້າ​ງຽບ​ເຫງົາ​ຈະ​ຕາມ​ມາ.
   ມີ​ຄຳ​ກ່າວ​ໄວ້​ວ່າ: ພໍ່​ແມ່​ຄື​ພຣະອໍລະຫັນ​ຂອງ​ລູກ ພໍ່​ແມ່​ຄື​​ໂຄມ​ທອງ​ຂອງ​ຊີວິດ ຊ່ວຍ​ຊີ້​ທິດ ຊ່ວຍ​ນຳ​ທາງ ຊ່ວຍ​ສ້າງສັນ ​ໃຫ້​ຄວາມ​ຮັກ​ໃຫ້​ຄວາມ​ຮູ້ ຊູ​ຊີວັນ ລູກ​ຈົ່ງ​ຫມັ້ນ​ກະຕັນຍູ​ຮູ້​ແທນ​ຄຸນ. ພໍ່​ແມ່​ນັ້ນ​ເປັນ​ມິດ​ໃນ​ເຮືອນ ​ເປັນ​ເພື່ອນ​ໃນ​ບ້ານ ​ເປັນ​ອາຈານ​ປະຈຳ​ຊີວິດ​ແລະ​ເປັນ​ພົມ​ລີ​ຂິດ​ຊີວິດ​ລູກ ສີ່​ງ​ເຫລົ່າ​ນີ້​ລ້ວນ​ແມ່ນ​ພຣະຄຸນ​ອັນ​ຍີ່​ງ​ໃຫຍ່​ຂອງ​ພໍ່​ແມ່​ທີ່​ຫາ​ອັນ​ປຽບບໍ່​ໄດ້. ສະ​ນັ້ນ​ຂໍ​ໃຫ້​ລູກ​ທຸກ​ຄົນ​ດີ​ໃຈ​ເຖີດ​ທີ່​ມີ​ພໍ່​ແມ່​ຢູ່​ໃກ້​ຕົວ ​ໃຫ້​ຫມັ່ນ​ດູ​ແລ​ຮັກສາ ທະນຸ​ບຳລູງ​ເອົາ​ໃຈ​ໃສ່​ທ່ານ ຢ່າ​ເຮັດ​ໃຫ້​ທ່ານ​ເສຍ​ໃຈ ບອກ​ຮັກ​ແກ່​ທ່ານ​ແລະ​ຕ້ອງ​ເຄົາລົບ​ບູຊາ​ທ່ານ​ດ້ວຍ​ຄວາມ​ຈີ​ງ​ໃຈ, ​ເມື່ອ​ທ່ານ​ຈາກ​ໂລກ​ນີ້​ໄປ​​ແລ້ວ​ກໍ່ຄວນ​ທຳບຸນ​ອຸທິດ​ໄປ​ໃຫ້​ ດັ່ງ​ທີ່​ເຈົ້າມູນ​ລະ​ສັດທາ​ທັງຫລາຍ​ເຮັດ​ໃນ​ວັນ​ນີ້ ເພື່ອ​ເປັນ​ການ​ຕອບ​ບຸນ​ແທນ​ຄຸນ, ຄົນ​ລາວ​ບູຮານ​ເຊື່ອ​ວ່າ​ເຂົ້າ​ເມັດ​ຫນື່ງກໍ່ມີຄ່າ ປາ​​ໂຕ​ຫນື່ງກໍ່ມີ​ຄຸນ ນ້ຳດື່ມ​ຈອກ​ຫນື່ງກໍ່ມີ​ຄວາມ​ຫມາຍຕໍ່ຊີ​ວິດ​ເຮົາຕ້ອງ​ຄິດ​ແທນ​ຄຸນ. ຄວາມ​ກະຕັນຍູ​ກະຕະ​ເວທີ​ນັ້ນ​ເລີ່​ມຕົ້ນ​ທີ່​ຄອບຄົວ​ ​ເລີ່​ມຕົ້ນ​ທີ່​ພໍ່​ແມ່ລູກ​ດູ​ແລ​ກັນ​ທົດ​ແທນ​ຄວາມ​ດີ​ໃຫ້​ແກ່​ກັນ​ແລະ​ກັນ ​ແລະ​ຍັງ​ເປັນ​ຕົ້ນ​ກຳ​ເນີ​ດຂອງ​ຄວາມ​ດີ​ທຸກ​ຢ່າງ​ຫມາຍ​ຄວາມ​ວ່າ​ພຽງ​ແຕ່​ເປັນ​ຄົນ​ກະຕັນຍູ​ຮູ້​ແທນ​ຄຸນ​ກໍ່ຈະ​ມີ​ຄວາມ​ດີ​ອີກຢ່າ​ງຕາມ​ມາ​ແລະ​ຈະ​ເປັນ​ປັດ​ໃຈ​ໃຫ້​ເຮົາ​ຈະ​ເລີ​ນກ້າວຫນ້າຢູ່​ໃສ​ກໍ່ອຸ່ນ​ໃຈ​ປອດ​ໄພ​ທຸກ​ດ້ານ​ ດັ່ງ​ນັ້ນ​ຄຳ​ເວົ້າ​ທີ່​ວ່າ: ”ນິມິດ​ຕັງ ສາທຸ​ລູປັນ​ນັງ ກະຕັນຍູ ກະຕະ​ເວ​ທິຕາ” ຄວາມ​ກະຕັນຍູ ​ເປັນ​ເຄື່ອງຫມາຍ​ຂອງ​ຄົນ​ດີ​ນັ້ນ ຈື່ງ​ຖືກຕ້ອງ​ທີ່​ສຸດ​ເພາະ​ຄົນ​ທີ່​ມີ​ຈິດ​ໃຈ​ກະຕັນຍູ​ນີ້​ຈະ​ເປັນ​ຄົນ​ມີ​ສະ​ເຫນ ​ເຂົ້າ​ໃກ້​ແລ້ວ​ຮູ້​ສຶກອົບ​ອຸ່ນ​ໃຈ ດວງ​ຕາ​ແລະ​ສີຫນ້າຈະ​ມີ​ແຕ່​ຄວາມ​ເອື້ອ​ອາທອນ​ແລະ​ອ່ອນ​ໂຍນ. ອີກ​ຂໍ້ຫນື່ງກໍ່ຄື: ຄວາມ​ຄິດ​ຕອບ​ບຸນ​ແທນ​ຄຸນ​ເປັນຄວາມ​ສຸກ​ຄວາມ​ອີ່ມ​ໃຈ​ແລະ​ເປັນ​ອາຫານ​ທິບ​ບຳລູງ​ໃຈ​ຢ່າງ​ຫນື່ງຂອງ​ຊີ​ວິດ, ອາຫານ​ສຳລັບ​ຮ່າງກາຍ​ນັ້ນ​ເຮົາ​ກິນ​ເຮົາ​ດື່ມ​ທຸກ​ວັນ​ສະ​ນັ້ນ​ເຮົາ​ຄວນ​ຫາ​ອາຫານ​ບຳລຸງ​ໃຈ​ດ້ວຍ​ການ​ຄິດ​ຕັ້ງ​ຈິດ​ຕັ້ງ​ໃຈ​ຕອບ​ບຸນ​ແທນ​ຄຸນ​ພຽງ​ເທົ່າ​ນີ້​ເຮົາ​ກໍ່ຈະ​ຫາ​ອາຫານ​ບຳລຸງຈິດ​ໃຈ​ໄດ້​ແລ້ວ​​ໃນ​ແຕ່​ລະ​ວັນ.
ຄວາມ​ສຸກ​ຢູ່​ທີ​ການ​ໃຫ້​ຂໍ​ໃຫ້​ທ່ານ​ທັງຫລາຍ​ພູມ​ໃຈ​ທີ່​ໄດ້​ໃຫ້​ທານ​ໃນ​ວັນ​ນີ້​ແລ້ວ​ຈິດ​ໃຈ​ທີ່​ສົດ​ໃສ​ຊື່ນບານ​ຈະ​ຢູ່​ກັບ​ທ່ານຕະຫລອດ​ໄປ, ​ເອວັງ​ກໍ່​ສະ​ເດັດ​ບໍລະ​ບວນຄວນ​ເທົ່າ​ນີ້​ກ່ອນ​ແລ…ຯຯຯ



No comments:

Post a Comment