Thursday, August 16, 2012

ເທດ​ສະຫລອງ 2



            ເທດ​ສະຫນາ (​ເຂົ້າປະດັບ​ດິນ)
ນະ​ໂມ​ຕັດສະ ພະຄະວະ​​ໂຕ ອະລະ​ຫະ​ໂຕ ສຳ​ມາ​ສຳ​ພຸດ​ທັດສະ (ວ່າ3​ເທື່ອ)
”ສັບພະ​ປາ​ປັດ​ສະ ອະກະລະ​ນັງ ກຸສະ​ລັດ​ສຸ​ປະ​ສຳ​ປະທາ ສະ​ຈິດຕະປະ​ລິ​ໂຍ             ທະ​ປັນ​ນັງຕິ”
   ໂພ​ສາ​ທະ​ໂວ​ ດູລາ​ສັບປຸລິສະ​​ເຈົ້າທັງຫລາຍ​ ຜູ້​ປາດ​ຖະຫນາ​ຫາ​ຍັງສຸກສາມປະການ ມີ​ນິລະ​ພານ​ເປັນ​ທີ່​ແລ້ວ ຈົ່ງ​ພາກັນ​ຕັ້ງ​ໂສ​ຕາ​ປະສາດ​​ແກ້ວ ຫູທັງ​ສອງຟັງ​ຍັງລົດສະ​ທຳ​ມະ​ເທດ​ສະຫນາ ສະຫລອງ​ສັດທາ​ພັນ​ລະນາ​ເຖີງ ການ​​ເຮັດບຸນ​ເຂົ້າປະດັບ​ດິນ ຂອງ​ພຸດ​ທະ​ບໍ​ລິ​ສັດ​ທັງ
ຫລາຍ. ທີ່​ໄດ້​ນອ້ມນຳ​ມາ​ເຊີ່ງ​ໄທຍະທານ​ມີ​ອາຫານບີນທະ​ບາດເປັນ​ຕົ້ນ​, ທຳ​ອິດພໍ່ອອກແມ່
ອອກ​ທັງຫລາຍກໍ່​​ເລີ່​ມ​ໄຫວ້​ພຣະ,ຮັບ​ສິນ ​ແລະ​ຖວາຍ​ອາຫານ​ບິນທະບາດ ຖື​ວ່າ​ທ່ານ​ທັງຫລາຍ​ໄດ້​ຊຳລະ​ໃຈ​ໃຫ້​ບໍລິສຸດ ເວັ້ນຈາກ​ຄວາມ​ຊົ່ວ​ທັງປວງ ​ແລ້ວພ້ອມ​ກັນ​ເຮັດ​ຄວາມ​ດີ​, ດັ່ງ​ພຸດທະ
ພາສິດ​ທີ່​ຍົກ​ໄວ້​ເບື້ອງ​ຕົ້ນນັ້ນວ່າ: ” ສັບພະ​ປາ​ປັດ​ສະ ອະກະລະ​ນັງ ” ​ການ​ງົດ​ເວັ້ນຈາກຄວາມ​ຊົ່ວທັງປວງ ” ກຸສະ​ລັດ​ສຸ​ປະ​ສຳ​ປະທາ ” ​ການ​ເຮັດ​​ແຕ່ຄວາມ​ດີ​ ” ສະ​ຈິດຕະປະ​ລິ​ໂຍທະ​ປັນ​ນັງ ”  ​ການຊຳລະຈິດ​​ໃຈໃຫ້​ຂາວ​ສະອາດ ເພື່ອ​ອຸທິດ​ສ່ວນ​ບຸນ​ກຸສົນ​ນີ້​ໄປ​ໃຫ້​ແກ່​ຍາດຕິພີ່ນ້ອງ ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ​ເພື່ອ​ເປັນ​ການ​ຕອບ​ບຸນ​ແທນ​ຄຸນ ສະ​ແດງ​​ເຖີງຄວາມ​ ກະຕັນຍູ​ກະຕະ​ເວທິຕາຕໍ່ຜູ້​ມີ​ພຣະຄຸນ,​ ດັ່ງ​​ເລື່ອງໃນ​ສະ​ໄຫມ ພຸດທະການ, ຍັງ​ມີ​ພຣະຍາ​ຕົນ​ຫນື່ງຊື່ວ່າ: ພິມ​ພິສານ​ ມີ​ຄວາມ​ປາດ​ຖະ​ຫນາ ຈັກກະທຳຕອບ​ບຸນ​ແທນ​ຄຸນ​ ພໍ່​ແມ່ ​ພີ່ນ້ອງ​ ປູ່ຍ່າ ​ຕາ​ຍາຍ ຝູງ​ທີ່​ໄດ້​ຕາຍໄປແລ້ວ.
   ດັ່ງນັ້ນພຣະຍາ​ພິມ​ພິສານ ກໍ່​ໄດ້​ຊັກ​ຊວນ​ເອົາ​ບໍລິວານ​ແຫ່ງ​ຕົນ​ເຂົ້າ​ໄປ​ ສູ່​ສຳນັກ​ຂອງພຣະພຸດທະ​ເຈົ້າ ​ແລ້ວ​ກໍ່ຂາບ​ທູນ​ຖາມ​ວ່າ ຝູງ​ຂ້າ​ທັງຫລາຍ ຈັກກະ​ທຳ​ຕອບ​ບຸນ​ແທນ​ຄຸນ​ ພໍ່​ແມ່ຍາ​ດຕິ​ກາ​ວົງສາ​ພີ່ນ້ອງ ຝູງ​ຕາຍ​ໄປ​​ແລ້​ວນັ້ນ ຈັກ​ໃຫ້​ຜູ້​ຂ້າ​ກະທຳ​ດັ່ງລື​ກໍ່ຂ້າ​ຈາ ຂໍພຣະສັບພັນຍູ​ເຈົ້າຈົ່ງ​ເທດ​ສະຫນາ​ແກ່​ຝູງ​ຂ້າ​ທັງຫລາຍ​ໃຫ້​ແຈ້ງ​ບັດ​ນີ້​ແດ່​ເທີ້ນ.
   ເມື່ອນັ້ນພຣະສັບພັນຍູ​ເຈົ້າກໍ່​ໄດ້​ເທດ​ສະຫນາ ​ເຫດ​ອັນ​ນັ້ນ​ໃຫ້​ແຈ້ງ​ແກ່​ພຣະຍາ​ພິມ​ພິສານ​ວ່າ​ດັ່ງ​ນີ້: ມະຫາ​ຣາຊະ ດູລາ​ມະຫາລາດ ຫາກ​ບຸກຄະລະ​ຜູ້​ໃດ​ລະ​ລືກ​ຄຶດ​ເຖີງພໍ່​ແມ່ ພີ່ນ້ອງ​ ປູ່ຍ່າ​ຕາ​ຍາຍ​ ຍາດ​ຕິກາ​ວົງສາ​ທີ່​ຕາຍ​ໄປ​ແລ້ວນັ້ນ ທ່ານ​ຈົ່ງ​ກະທຳ​ບຸນ​ໃນ​ກາງ​ວັດ​ສາ​ແຫ່ງ​ພຣະສັງຄະ​ເຈົ້າທັງຫລາຍ​ນັ້ນ​ແລ, ​ເພາະ​ເຫດ​ວ່າ ຊ່ວງ​ໄລຍະ​ເດືອນ​ (9)ເປັນ​ເຄີ່ງ​ວັດ​ສາ​ແຫ່ງ​ພຣະສັງຄະ​ເຈົ້າທັງຫລາຍ ກໍ່ຈະ​ມີ​ພະລະ​ອານິສົງ​ມາກ​ຫນັກ​ແທ້​ແລ. ມະຫາຣາຊະ ດູລາ​ມະຫາລາດ ພໍ​ເຖີງ​ເດືອນ​ເກົ້າດັບ​ສັດ​ນະລົກ​ທັງຫລາຍ ກໍ່ຂໍ​ພອນ​ນຳພຣະຍາ​ຍົມພິບານ ​ເພື່ອ​ອອກ​ຈາກ​ນະລົກ​ມາສູ່​​ມະນຸດ​ສາໂລກ​ເມືອງ​ຄົນ, ​ເມື່ອ​ມາ​ເຖີງ​ແລ້ວ​ເຂົາກໍ່ຮ້ອງ​ໄຫ້​ໄປມາ ຫາ​ພໍ່​ແມ່​ລູກ​ເມຍ​ ແລະ​ຍາດຕິ​ພີ່ນ້ອງ ຂອງ​ເຂົາ​ສູ່​ຄົນຫັ້ນ​ແລ. ​ແລະ​ກໍ່​ເຂົ້າ​ໄປ​ສູ່​ວັດວາອາ​ຮາມ ​ແລ​ກະຕຶບ​ກະດີ ກຸດຕິ​ວິຫານ ຂ່ວງ​ເຈດີ ສີ​ມະຫາ​ໂພດ ອັນ​ເປັນ​ທີ່ຢູ່​ຂອງ​ພິກສຸ​ສາມະ​ເນນ ຄັນ​ເຜດ​ເຫລົ່ານັ້ນມາ​ແລ້ວ ​ເຫັນ​ຫໍ່​ເຂົ້າອັນ​ລູກ​ຫລານ​ເອົາ​ໄປ​ທານ​ໄວ້​ວັດ ​ແຄມ​ຮົ້ວວັດ ​ແລະ​ກົກ​ໄມ້​ຢູ່​ແຄມ​ວັດ​ນັ້ນ ​ເຂົາກໍ່ກິນ​ຫໍ່​ເຂົ້າອັນ​ນັ້ນ ​ແລ້ວກໍ່ອວຍ​ໄຊ​ໃຫ້​ພອນ​ແກ່​ລູກ​ຫລານ​ພໍ່​ແມ່ ຍາດຕິ​ພີ່​ນອ້ງ ນັ້ນ​ໃຫ້​ເຂົາ​ຢູ່ດີມີ​ສຸກ ມີ​ເຂົ້າຂອງ​ເງີ​ນທອງ​ຕາມ​ໃຈ​ມັກ ​ແລ້ວ​ເຂົາກໍ່​ໄດ້​ພົ້ນຈາກ​ການ​ເປັນ​ເຜດ​ແລ້ວ​ກໍ່​ໄດ້​ໄປ​ເກີດ​ໃນ​ເມືອງ​ສຸກຄະຕິ​​ໂລກສະຫວັນພຸ້ນ​ກໍ່ມີ​ແລ, ຄັນ​ເຜດ​ເຫົ່ລານັ້ນມາ​ແລ້ວ​ບໍ່​ເຫັນ​ລູກ​ຫລານ​ ກະທຳ​ຫໍ່​ເຂົ້າປະ​ດັນ​ດິນ ຄື​ກັບ​ບ້ານ​ເມືອງ​ເຂົາ​ທັງຫລາຍ ດັ່ງນັ້ນ​ເຂົາກໍ່​ເລີຍ​ບໍ່​ໄດ້​ກິນ​ເຂົ້າ ​ເຂົາກໍ່ຮ້ອງ​ໄຫ້​ໄປມາ​ແລ້ວ​ຈົ່ມ​ດ່າ​ລູກ​ຫລານ​ວ່າ ​ໃຫ້​ເຂົາ​ທຸກ​ຍາກ ​ເຂົາ​ບໍ່ຮູ້ຈັກ​ກິນ​ທານ ​ເຂົາ​ເປັນ​ຄົນ​ຂີ້​ຖີ່​ຫນາ​ຕັນ ບໍ່​ເຂົ້າວັດ​ຟັງ​ທຳ​ຈຳ​ສິນ  ​ເຂົາ​ມີ​ແຕ່​ກະທຳ​ບາບ ລັກ​ຫມົກ​ຈົກ​ຫໍ່ ຂ້າ​ເຈົ້າ​ເອົາ​ຂອງ ​ໂລບ​ໂມ​ໂສ​ທາ ກິນ​ເຫລົ້າ​ເມົາ​ສຸລາ ຄັນ​ຕາຍ​ໄປ​ກໍ່ຈັກ​ໄດ້​ໄປ​ຕົກ​ນະລົກ​ດັງ​ເກົ່າ​ກໍ່ມີ​ແລ.
   ດັ່ງນັ້ນ ຈົ່ງ​ໃຫ້​ພາກັນ​ກະທຳ​ບຸນ​ຫໍ່​ເຂົ້າປະດັບ​ດິນ ທຸກ​ປີ​ຢ່າ​ໃຫ້​ຂາດ​ເທີ້ນ... ກໍ່ຫາກ​ຈະ​ເປັນ​ບຸນຄຸນ​ແລະ​ພະລະ​ຄ້ຳຊູ ບໍ່ອາດ​ຈັກ​ຄະນາ​ນັບ​ໄດ້​ແລ ບໍ່​ແມ່ນ​ແຕ່​ພໍ່​ແມ່ ປູ່ຍ່າ​ຕາ​ຍາຍ ຂອງ​ຕົນ​ເທົ່າ​ນັ້ນ ທີ່​ຈະ​ໄດ້​ຮັບ​ບຸນ​ກຸສົນ​ອັນນີ້ ​ແມ່ນ​ຍັງ​ໃຫ້​ໄປ​ຮອດ​ໄປ​ເຖີງ​ເຜດ​ ແລະ​ສັດຕະວະ​ໂລກ ​ເທວະ​ໂລກ ມະນຸດສະ​ໂລກ ອັນ​ແມ່ນ​ຍາດ​ເຮົາ​ກໍ່ດີ ບໍ່​ແມ່ນ​ຍາດ​ເຮົາ​ກໍ່ດີ ກໍ່ຈະ​ໄດ້​ຮັບ​ສ່ວນ​ບຸນ​ອັນ​ນີ້. ​ເມື່ອ​ພຣະພຸດທະ​ເຈົ້າ ​ໄດ້​ເທດ​ສະຫນາ​ພະລະ​ບຸນ​ຫໍ່​ເຂົ້າປະດັບ​ດິນ ​ໃຫ້​ພຣະຍາ​ພິມ​ພິສານ​ຟັງ​ດັ່ງ​ນີ້​ແລ້ວ ພຣະຍາ​ພິມ​ພິສານກໍ່​ໄດ້​ເຖີງ​ ໂສ​ດາ​ພະລະ​ຍານ​ຕາມ​ບຸນ​ຍະ​ສົມພານ​ແຫ່ງ​ຕົນ​ກໍ່ມີ​ວັນ​ນັ້ນ​ແລ, ​ເອວັງ ກໍ່ມີ​ດ້ວຍ​ປະການລາຊະ​ນີ. ຯຯຯ




No comments:

Post a Comment