ຄົນເຮົາເກີດມາລ້ວນຕ່າງກັນ ບາງຄົນລວຍບາງຄົນຈົນ ບາງຄົນງາມບາງຄົນບໍ່ງາມ
ບາງຄົນອາຍຸສັ້ນບາງຄົນອາຍຸຍາວ ບາງຄົນມີອຳນາດບາງຄົນໄຮ້ອຳນາດ ບາງຄົນມີປັນຍາຫລາຍ
ບາງຄົນມີປັນຍາຫນ້ອຍ...ເຊິ່ງສິ່ງເຫລົ່ານີ້ເຮົາເອງເປັນຜູ້ເຮັດທັງນັ້ນ ບໍ່ມີໃຜເຮັດໃຫ້ເຮົາດອກ
     ໃນສາສະຫນາພຸດ ພະພຸດທະເຈົ້າສອນໄວ້ວ່າ ສັດໂລກຍ່ອມເປັນໄປຕາມກັມ (ກໍາ) ເຊິ່ງ
ກໍ່ຫມາຍເຖິງເຮົາເປັນຢ່າງທີ່ເຮົາຄິດ ເຮົາເຮັດ ເຮົາເຮັດແນວໃດໄດ້ແນວນັ້ນ ເຮັດດີໄດ້ດີເຮັດຊົ່ວໄດ້ຊົ່ວ
ເວລາເທົ່ານັ້ນເປັນເຄື່ອງພິສູດ......
   ກັມຂອງຄົນ
- ອາຍຸສັ້ນຍ້ອນຂ້າສັດຫລາຍ
 - ອາຍຸຍືນຍ້ອນງົດເວັ້ນຈາກການຂ້າສັດ
 - ມີໂຣຄາພະຍາດຫລາຍຍ້ອນບຽດບຽນສັດ
 - ມີໂຣຄາພະຍາດນ້ອຍຍ້ອນງົດເວັ້ນຈາກການທໍລະມານສັດ
 - ຜິວພັນບໍ່ງາມຍ້ອນມີຄວາມຄຽດແຄ້ນພະຍາບາດ
 - ຜິວພັນງາມຍ້ອນບໍ່ມີຄວາມຄຽດແຄ້ນພະຍາບາດ
 - ບໍ່ມີອຳນາດຍ້ອນມີຄວາມອິດສາລິດສະຫຍາຜູ້ອື່ນ
 - ມີອຳນາດຫລາຍຍ້ອນບໍ່ມີໃຈອິດສາຄົນອື່ນ
 - ຖານະຍາກຈົນຍ້ອນບໍ່ໃຫ້ທານ
 - ຖານະຮັ່ງມີຍ້ອນໄດ້ບໍລິຈາກທານ
 - ເກີດໃນສະກຸນຕ່ຳຍ້ອນຖືຕົວແລະດູຖູກຄົນອື່ນ
 - ເກີດໃນສະກຸນສູງຍ້ອນບໍ່ດູຖູກຢຽບຫຍາມຄົນອື່ນ
 - ມີປັນຍານ້ອຍຍ້ອນບໍ່ມັກຂົນຂວາຍຫາຄວາມຮູ້
 - ມີປັນຍາຫລາຍຍ້ອນມັກຂົນຂວາຍຫາຄວາມຮູ້ຢູ່ສະເຫມີ....
 
No comments:
Post a Comment