Sunday, December 15, 2013

ຢ່າຊູໄລລາຮ້າງ

ຢ່າຊູໄລລາຮ້າງ ທາງທຳວິຖີເກົ່າ

ສາດສະຫນາພຣະພຸດທະເຈົ້າ ສືບໄວ້ລູກຫລານ

ໃຫ້ຫມັ່ນກິນທານຊູ່ມື້ ຄອງທຳນ້ອມເຂົ້າໃສ່

ໃຫ້ມີໃຈເອື້ອເຟື້ອ ປະສົງສ້າງແຕ່ສິ່ງດີ
 .............
ໃຜຢາກມີສຸກລົ້ນ ບຸນກຸສົນພຽນສ້າງກໍ່

ໃຫ້ມີໃຈຕໍ່ຕັ້ງ ສິນທານທອດສົ່ງພອນ

ຢ່າມົວນອນຝັນພໍ້ ນຳຫວຍຫວັງລວຍເລັ່ງ

ເອົາຕົວເອງເປັນທີ່ຕັ້ງ ຂະຫຍັນພ້ອມບໍ່ອຶດກິນ ດອກນາ!
.............

No comments:

Post a Comment