Sunday, February 24, 2013

ຄວາມຮູ້ຄວນຈຳ



ປູກຕົ້ນໄມ້ຫວັງຢາກກິນຜົນ

ສິນທານທຳກໍເພື່ອບຸນພາຍຫນ້າ

ອຸປະມາຝູງຄົນເຖົ້າຕາຍາຍພໍ່ແມ່

ລ້ຽງລູກໄວ້ຍາມເຖົ້າຫວັງເພິ່ງແຮງ

*********

ໃຜຜູ້ບໍ່ມີສິນຫ້າສິກຂາດຽວບໍ່ຕັ້ງຕໍ່

ພໍແຕ່ມີຮູບຮ່າງໃຫ້ເຂົາເອີ້ນວ່າຄົນ

ແຕ່ວ່າພາຍໃນຕົນແຝງມານຍັກໃຫຍ່

ເກີດມາຂວາງແຜ່ນຟ້າຫນາພື້ນແຜ່ນດິນ

*****************

ເກີດເປັນຊາຍໃຫ້ປັນຍາໄວຄວາມຄິດອ່ານ

ການຫາກິນຢ່າຄ້ານງານສ້າງໃຫ້ຫມັ່ນທຳ

ຢ່າໄດ້ມົວເມົາຫລິ້ນການພະນັນເບ້ຍໂບກ

ເອົາສຸລາເປັນພີ່ນ້ອງເມົາເລື້ອຍຢູ່ບໍ່ເຊົາ

***************************







No comments:

Post a Comment