Sunday, December 30, 2012

Happy Nrew Year 2013



ສະບາຍດີປີໃຫມ່ 2013
ຂໍອວຍພອນໄຊໃຫ້ທຸກທ່ານ
ຈົ່ງມີແຕ່ຄວາມສຸກຄວາມຈະເລີນ
ສຸຂະພາບແຂງແຮງກັນທຸກຄົນ
ການງານໃຫ້ກ້າວຫນ້າ
ການສຶກສາໃຫ້ເຮືອງຮຸ່ງ
ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ
ໄປທາງບົກໃຫ້ມີຄົນຊ່ວຍຄ້ຳ
ໄປທາງນ້ຳໃຫ້ມີຄົນຊ່ວຍເຫລືອ
ໄປທາງເຫນືອໃຫ້ພໍ້ແກ້ວມະນີໂຊດອັນສະຫວ່າງສະໄຫວ
ໄປທາງໃຕ້ໃຫ້ພໍ້ແຕ່ສິ່ງດີສິ່ງຮ້າຍຢ່າມາພານມານຮ້າຍຢ່າມາຕ້ອງ
ຂໍໃຫ້ເງິນທອງເງິນຄຳລົ້ນເກີນຄົນໃນໂລກ
ຄວາມທຸກໂສກຢ່າໄດ້ໄພຮ້າຍໃຫ່ຫ່າງຫນີ
ນອນຫລັບຂໍໃຫ້ໄດ້ເງິນພັນ
ນອນຝັນໃຫ້ໄດ້ເງິນຫມື່ນ
ນອນຕື່ນໃຫ້ໄດ້ເງິນແສນເງິນລ້ານ
 ອອກຈາກບ້ານໃຫ້ພໍ້ແຕ່ໂຊກແຕ່ໄຊ
ສຸຂີ ສຸຂີ ປີໃຫມ່ກັນທຸກຖ້ວນຫນ້າ
ປີມະຫາໄຊແຫ່ງ 2013 ....
 
 

No comments:

Post a Comment