Sunday, February 24, 2013

ສະບາຍດີຫາຍໄປນານໆ

ສະບາຍດີທຸກຄົນ

*******

ຕ້ອງຂໍອະໄພທີ່ບໍ່ໄດ້ອັບເດດຂໍ້ມູນດົນແລ້ວ

ເພາະຂີ້ຄ້ານ ແຮ່ໆ ບໍ່ໄດ້ເກັບຂໍ້ມູນໄວ້

ແລະມົວເສຍເວລາຫລິ້ນໆຢູ່

ວ່າມາລະກະເສຍດາຍເວລາທີ່ຜ່ານໄປຫລາຍ

ພຣະພຸດທະເຈົ້າທ່ານກໍເຕືອນແລ້ວວ່າ

ເຮົາບໍ່ຄວນປ່ອຍເວລາໃຫ້ເສຍໄປໂດຍໄຮ້ປະໂຫຍດ

ເພາະວ່າເວລາຄ່າແພງຍິ່ງ ເສຍໄປແລ້ວ

ເອົາກັບມາບໍ່ໄດ້ ຊີວິດກໍນັບມື້ເຖົ້າ

ກາຍານັບມື້ລ່າຈຸດທີ່ມໍລະນາມິ່ງມ້ວຍກໍມາໃກ້ຊູ່ວັນ

ຈະມົວເມົາຫລິ້ນຢູ່ ບໍ່ໄດ້ແລ້ວ

ສູ້​ ໆ ຕັ້ງໃຈໃຫມ່ ສ້າງຕົນໃຫ້ມີຄ່າ

ຕັ້ງໃຈສຶກສາຮຽນຮູ້ ເຮັດງານໃຫ້ແລ້ວ

ຈຸດຫມາຍຍັງອີກໄກ ຖ້າບໍ່ເລິ່ມວັນນີ້

ສູ້ ໆໆ ອົດທົນ ໆໆ

ພໍ ເມືອງພວນ 
ຂໍໂຊຮູບນ້ອຍນຶ່ງ ແຮ່​ໆ





No comments:

Post a Comment