ຄັນໄດ້ກິນຕ່ອນຊີ້ນ
ຢ່າລືມແຫ່ງຄຸນຫມາ
ຂະໂມຍບໍ່ມາລັກ
ກໍເພາະຫມານອນເຝົ້າ
ຢ່າໄດ້ລືມຄຸນເຖົ້າ
ແມວບັກດຳໂຕເກີດກ່ອນ
ຖົງໃໝ່ໜູບໍ່ຫຍໍ້າ
ປາງນັ້ນກໍແມ່ນແມວ ນັ້ນແລ້ວ
ສອນວ່າ: ຢ່າລືມບຸນຄຸນຜູ້ທີ່ມີພະຄຸນຕໍ່ເຮົາເຊັ່ນ: ພໍ່ແມ່ ໆລໆ
ໃຫ້ຕອບບຸນແທນຄຸນເພິ່ນ ເອື້ອເຟື້ອເຜື່ອແພ່
ຂະໂມຍບໍ່ມາລັກຂອງ ເພາະມີຫມາເຝົ້າບ້ານ
ຫນູບໍ່ກັດເສື້ອຜ້າ ກະເພາະມີແມວຄອຍຈັບຫນູກິນ
ສະນັ້ນມີຫຍັງກະໃຫ້ມັນກິນແດ່ ເວົ້າງ່າຍໆກະຄື
ລ້ຽງມັນດີໆ ຢ່າລືມຄຸນມັນ
ອີກຢ່າງເປັນຄົນໃຫ້ມີຈິດໃຈສູງໄວ້ ຢ່າເປັນຄົນຈິດໃຈຕ່ຳຊ້າ
ໃຫ້ເຫັນອົກເຫັນໃຈກັນ ຊ່ວຍເຫລືອກັນໃນຍາມຕົກທຸກໄດ້ຍາກ
ການເກີດເປັນຄົນນີ້ນັບວ່າເປັນສິ່ງທີ່ຍາກແລ້ວ
ແຕ່ການຈະະເຮັດຄວາມດີຕໍ່ກັນ ມັນຍາກຍິ່ງກ່ວາ

No comments:
Post a Comment