ຖ້າຫາກວ່າໃຜບໍ່ສ້າງຫາບຸນໄວ້ກິ່ນບໍ່ຫອມ
ເກີດເປັນຄົນເຮົາຄວນສ້າງໃນທາງດີນັ້ນລະແມ່ນ
ໃຜຜູ້ຫລົງໄປຫາໂລບລ້ຽວຍາມຕາຍແລ້ວສິເພິ່ງຫຍັງ
ສອນວ່າ: ເກີດເປັນຄົນເຮົາຄວນສ້າງບຸນໄວ້
ຖ້າບໍ່ສ້າງຕາຍແລ້ວສິເພິ່ງຫຍັງ ຄວາມຈິງກໍ່ຄືວ່າ
ຕາຍແລ້ວມີແຕ່ບຸນເທົ່ານັ້ນທີ່ເຮົາຈະເພິ່ງໄດ້
****************
ໃຜມັກດີກະຫາດີໄວ້ຫາເອົາເອງຈັ່ງສິແມ່ນ
ຢູ່ຊື່ໆມາຄຶດຢາກໄດ້ກະເຊີນເຈົ້າຖ້າໂຕ່ງເອົາໂລດແລ້ວ
ບໍ່ມີໃຜສິອອນຊອນຊ້ຳຫາເອົາເອງຊັ້ນຕົ໋ວຫວາ!
ເກີດເປັນຄົນໃຕ້ລຸ່ມຟ້າສົມຄວນໃຊ້ແນ່ສະຫມອງ
ສອນວ່າ: ຄວາມດີນີ້ຕ້ອງເຮັດເອງ ໃຜເຮັດຜູ້ນັ້ນໄດ້
ລໍໃຫ້ຄົນອື່ນເຮັດໃຫ້ມັນຍາກ ລຳບາກ
ບໍ່ທັນໃຈ ສະນັ້ນທາງທີ່ດີທີ່ສຸດ ຈົ່ງເຮັດເອົາເອງ
ຕາມກຳລັງຄວາມສາມາດຂອງຕົນທີ່ພໍເຮັດໄດ້ ໆລໆ
*******************
No comments:
Post a Comment