Monday, December 10, 2012

ໃຜກຳນົດ?

ອິນຊີ ສັນຍາລັກແຫ່ງຄວາມຍິ່ງໃຫຍ່



ໄດ້ເກີດມາເປັນຄົນນີ້ກໍນັບວ່າບຸນຫລາຍ
ສຸກສຳບາຍກ່ວາສັດອື່ນໃດໃນໂລກ
ສັດເທິງບົກໃນນ້ຳບິນບົນເທິງອາກາດ
ຄວາມສະຫລາດມີນ້ອຍບໍ່ພໍເຄິ່ງສ້ຽວມະນຸດເຮົາ

ເຂົາບໍ່ມີເສື້ອຜ້າຫົ່ມກາຍໃຫ້ອາຍອຸ່ນ
ເຫລືອແຕ່ໂຕລຸ້ນຈຸ້ນໂສ້ງເສື້ອກະບໍ່ມີ
ຍາມເມື່ອລົມຕີຕ້ອງຝົນຕົກຮຳກະຫນາວສັ່ນ
ເຮືອນຊານບໍ່ມີພໍສິຊົ້ນຕ້ອງທົນສູ້ຮອດມື້ຕາຍ

ບຸນເຮົາຫລາຍຈຶ່ງໄດ້ເກີດເປັນຄົົນ
ແມ່ນສິຈົນຫລືທຸກຊ່ຳໃດກະຍັງມີເສື້ອຜ້າ
ມີປັນຍາພໍໄດ້ສ້າງເຮືອນຊານບ້ານຊ່ອງ
ມີພໍ່ແມ່ພີ່ນ້ອງລູງປ້າໄດ້ເພິ່ງພາ

ມີວັດວາໄດ້ເພິ່ງຮ້ອນສອນໃຈຍາມວ້າວຸ່ນ
ບຸນເຮົາມີຈຶ່ງໄດ້ສືບສ້າງຖາງທາງຂຶ້ນສູ່ສະຫວັນ
ອານິສົງທານນັ້ນທ່ຽງແທ້ເປັນໄດ້ດັ່ງປະສົງ
ພຣະພຸດທະອົງຕັດໄວ້ມີຫລືຈົນເຮົາແຕ່ງ
ກຳສິແບ່ງແຍກໄວ້ມີຈົນໄດ້ຕ່າງກັນ...ພີ່ນ້ອງເອີຍ!

No comments:

Post a Comment