Friday, December 14, 2012

ພອນມັດແຂນ



ອັນຮ້າຍກວາດຫນີ ໆ ອັນດີອັນງາມກວາດເຂົ້າ ໆ ຂວັນເຈົ້າໃຫ້ລັ່ງເຂົ້າມາໂຮມ

ເອີ! ຊັ້ນແຫລ້ວ ຝ້າຍດ່ອນຕາງຄຳຝ້າຍດຳຕາງແກ້ວ ຕົກແຕ່ງແລ້ວຈຶ່ງນຳມາຜູກແຂນ 

ຜູກແຂນຊ້າຍໃຫ້ຂວັນເຈົ້າມາ ຜູກແຂນຂວາໃຫ້ຂວັນເຈົ້າຢູ່ 

ໃຫ້ເຈົ້າຢູ່ດີກິນແຊບ ຢູ່ແຈບກິນເຢັນ

ໃຫ້ເຈົ້າເປັນຄົນຮູ້ຜູ້ດີ ນັບແຕ່ນີ້ເມືອຫນ້າ

ໃຫ້ເຈົ້າມີຄວາມສຸກຄວາມຈະເລີນ ຢູ່ສຸກສະຫວັດດີ 

ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ ຮ່ຳຮຽນໃຫ້ເຈົ້າເກັ່ງເສັງໃຫ້ເຈົ້າໄດ້ 

ໃຫ້ເຈົ້າເປັນຜູ້ກ້າເປັນຫົວຫນ້ານາຍຄົນ 

ຄິດມຸ່ງມາດປາຖະຫນາອັນໃດໃຫ້ໄດ້ມາ ຫາອັນໃດໃຫ້ໄດ້ 

ຄິດເງິນໃຫ້ໄດ້ເງິນຄິດຄຳໃຫ້ໄດ້ຄຳ ການງານໃຫ້ກ້າວຫນ້າການສຶກສາໃຫ້ເຮືອງຮຸ່ງ 

ໃຫ້ພໍ່ແມ່ປ້າລຸງໄດ້ເພິ່ງພາຍາມຊະລາເຖົ້າແກ່ 

ຂໍໃຫ້ເຈົ້າໄດ້ຕອບບຸນແທນຄຸນດູແລພໍ່ແມ່ເຈົ້າຍາມເພິ່ນເຖົ້າແກ່ຊະລາ ແດ່ທ້ອນ!!

ອາຍຸ ວັນນະ ສຸຂະ ພະລະ ຫມັ້ນຍືນ ໆ

****************** 

1 comment:

  1. ດິນບ່ອນໃດມີເຮືອນເສົາ ຄົນເປົ່າແຄນ ແຫ້ນເຂົ້າຫນຽວ ຄ້ຽວປາແດກ ບ່ອນນັ້ນແມ່ນຄົນລາວພີ່ນ້ອງເອີຍ ໆ

    ReplyDelete