Monday, December 17, 2012

ຄວາມດີ-ຄວາມຕາຍ



ຊື່ວ່າ ຄວາມຕາຍນີ້ແຂນຄໍທຸກບາດຍ່າງ

ໃຜກໍແຂນອ້ອຍຕ້ອຍສະເຫມີດ້າມດັ່ງດຽວ

ອີກຫນຶ່ງ ຄົນເຮົານີ້ຄືກັນທັງໂລກ

ເກີດແລ້ວກັບຕ່າວປີ້ນຕາຍມ້ວຍຄູ່ຊູ່ຄົນ...ພີ່ນ້ອງເອີຍ!

---------------


ເຮັດດີນັ້ນໃຜບໍ່ຍ້ອງກະຕາມຊ່າງ

ເຮັດຊົ່ວນັ້ນໃຜສິຍ້ອງກະຢ່າເຮັດ

ຄົນດີນັ້ນຕົກນ້ຳບໍ່ໄຫລຕົກໄຟບໍ່ໄຫມ້

ຄົນຊົ່ວນັ້ນຕົກນ້ຳກໍໄຫລຕົກໄຟກໍໄຫມ້ ແຖມຮ້ອນໃຈທຸກຄ່ຳຄືນ...

 ******************
 

No comments:

Post a Comment