Sunday, December 23, 2012

ຄົມຄະຕິສີວາຈາ

ພັດທະນາຊາດຕ້ອງພັດທະນາຄົນ ພັດທະນາຄົນຕ້ອງພັດທະນາໃຈ 

ພັດທະນາພິກໄຫວຄວາມສະຫລຽວສະຫລາດ ພັດທະນາຄວາມອົງອາດກ້າຫານ 

ພັດທະນາຕົວທ່ານໃຫ້ມີສະຕິປັນຍາດ້ວຍຄວາມຂະຫຍັນຫມັ່ນພຽນ 

ຈຶ່ງຈະປັ້ນດິນໃຫ້ເປັນແດນສຸຂະວະດີໄດ້ ຯລຯ

ຄວາມບໍ່ຮູ້ຈັກພໍຈະນຳທ່ານໄປສູ່ຄວາມຈິບຫາຍ 

ຄວາມໂລບມາກໂລພາຈະນຳພາທ່ານໄປຕົກຂຸມໄຟມໍລະນະ 

ຄວາມໂຫດຮ້າຍໂມໂຫຈະພາທ່ານໄປຕົກນະລົກອະເວຈີທັງເປັນ 

ສ່ວນຄວາມເຫັນແກ່ຕົວຈະພາທ່ານໄປສູ່ຄວາມທຸກ ຍ້ອນວ່າຫິວກະຫາຍຢາກໄດ້ 

ແລະນັ້ນຄືກອງໄຟທີ່ຈະຫມົກໄຫມ້ຈິດວິນຍານຂອງທ່ານ 

ໃຫ້ເຈັບແສບຊອກຊ້ຳແສນທໍລະມານຢູ່ຢ່າງໂດດດ່ຽວດຽວດາຍ ຯລຯ

 ຄວາມຮູ້ຢູ່ໃນຕຳລາຄືປາລອຍຢູ່ໃນທະເລ 

ຄົນທີ່ຄິດວ່າຈະເຮັດແຕ່ບໍ່ເຄີຍລົງມືເຂົາຄືເມັດຝົນທີ່ກິ້ງຢູ່ເທິງໃບບົວ 

ມົວແຕ່ຄອຍງອຍແຄມຝັ່ງນັ່ງເບິ່ງຟອງທາງທ້ອງຫິວ 

ເຂົ້າຂາດແລງແກງຂາດຫມໍ້ນົບຈໍ້ກໍ້ຂໍເພິ່ນກິນແຜ່ນດິນດ່າຟ້າກໍປະນາມ ຯລຯ

ທ່ານຮູ້ຫລືບໍວ່າ ?? 

ໃນຈິດວິນຍານແລະຕົວທ່ານນັ້ນທຳມະຊາດໄດ້ປັ້ນແຕ່ງໃຫ້ເປັນຜູ້ຖ່ອຍທອດ, ສືບທອດ 

ແລະຈັດຕັ້ງປະຕິບັດວັດທະນະທຳເຊິ່ງແມ່ນວັດທະນະທຳທາງດ້ານວັດຖຸ ຈິດໃຈ 

ແລະສະຕິປັນຍາ 

ແຕ່ຖ້າທ່ານບໍ່ມີຄວາມຮູ້ຂາດການສຶກສາຮ່ຳຮຽນບໍ່ເຂົ້າໃຈວັດທະນະທຳຢ່າງເລິກເຊິ່ງ 

ແລ້ວທ່ານຈະເຮັດຫນ້າທີ່ໃນຖານະຜູ້ຖ່າຍທອດແລະສືບທອດໄດ້ແນວໃດ ??

ຄັດລອກຈາກບົດຄວາມຂອງ ດຣ. ທອງຄຳ ອ່ອນມະນີສອນ

ໃນວາລະສານວັດທະນະທຳ

No comments:

Post a Comment