ຄົນເຮົານີ້ຫນຶ່ງຢາກໂກ້
ສອງຢາກເກັ່ງຢາກເກີນເຂົາ
ອັນທີ່ສາມຢາກມີເງິນ ຢາກຮັບລາດຊະການ ຢາກມີຫນ້າ
ຢາກໃຫ້ມີຄົນມາຍ້ອງມາຍໍໂຕໃຫ້ເກິ່ງເດິ່ງ
ກັບຫາມັກຜູ້ສາວສ່ຳນ້ອຍເປັນຊູ້ຢູ່ທົ່ວເມືອງ
ຫມາຍເຖິງ: ຄົນເຮົານີ້ໃຜກະຢາກດັງ
ຢາກໂກ້
ຢາກມີຫນ້າມີຕາ
ຢາກໃຫ້ຄົນມາຍ້ອງວ່າໂຕດີໂຕເດັ່ນ
ແລະອີກອັນຫນຶ່ງກະຄືມັກສາວສ່ຳນ້ອຍ
ໂດຍບໍ່ຄິດຮ່ຳເລີຍວ່າ
ນີ້ຄືຕົ້ນຕໍຂອງຄວາມຈິບຫາຍ
ຈົ່ງອ່ອນນ້ອມຖ່ອມຕົນເຂົ້າໄວ້
ແລ້ວຈະມີຄົນມາ
ນິຍົມເຈົ້າເອງ
ຢ່າເດັ່ນຈົນເກີນຕົວ ດຽວສິມີບັນຫາ ໆລໆ
*****************
ຊູ່ມື້ນີ້ໂລກລຸ່ມໃຕ້ໃຈມະນຸດເຮົາຫຸນຫັນ
ຄົນບໍ່ຟັງຄວາມກັນຕ່າງກະດັນໄປຄົນລະກ້ຳ
ສິນກັບທຳຄົນເຊົາໃຊ້ຖືກັນໄປພຽງປາກວ່າ
ປະຕິບັດກະບໍ່ໄດ້ຄົນເຮົາໄດ້ຫ່ວງແຕ່ກາມ
ຫມາຍເຖິງ: ຄົນເຮົາບໍ່ຟັງຄວາມກັນແລ້ວ
ຄົນສ່ວນຫລາຍເຫັນແກ່ຕົວ ສິນທຳກະບໍ່ມີ
ເວົ້າພຽງແຕ່ປາກ ປະຕິບັດບໍ່ໄດ້
ແຕ່ລະມື້ມີແຕ່ຫລິ້ນແຕ່ກິນ ຫາມົ້ວສຸມທາງເພດ
ຄວາມດີບໍ່ສ້າງ ກໍ່ເລີຍເປັນເຫດໃຫ້ເກີດຄວາມທຸກ
ຄວາມເດືອດຮ້ອນຕາມມາ ໆລໆ
***************
No comments:
Post a Comment