Monday, December 10, 2012

ມື້ຫນ້າຕ້ອງດີ


ຕຶກແຫຫວັງເອົາປາ ເຮັດນາຫວັງເອົາເຂົ້າ

ຟັນໂພນໄວ້ປູກຖົ່ວ ເອົາຜົວເອົາເມຍ 

ຫັວງຢາກໄດ້ລູກເຕົ້າແທນເຊື້ອສືບແນວ

ສອນວ່າ: ສິເຮັດຫຍັງກໍ່ຕ້ອງມີເປົ້າຫມາຍ

ເຮັດນາກໍ່ຫວັງເອົາເຂົ້າ ຮຽນຫນັງສືກໍ່ເພື່ອ

ຢາກໄດ້ຄວາມຮູ້ ໆລໆ

**************


ທົນກິນເຂົ້າກັບເກືອໄປກ່ອນສາຫລ້າ

ປາແດກມີກະໃຫ້ຈ້ຳພໍພໍ້ອ່ອມປາ

ອົດສາສ້າງອົດອອມໄປກ່ອນສາ

ທຸກມື້ນີ້ມື້ຫນ້າສິຊຸ່ມເຢັນ

ສອນວ່າ: ໃຫ້ອົດໃຫ້ທົນ ມີຫຍັງກະກິນໄປກ່ອນ

ເພື່ອໃຫ້ມີຊີວິດສູ້ຕໍ່ໄປ ຖ້າເຮົາສູ້ບໍ່ທໍ້ຖອຍ

ວັນຫນຶ່ງເຮົາກໍ່ຕ້ອງໄດ້ດີແນ່ນອນ ໆລໆ

*************


ຮຽມນີ້ເປັນຜູ້ນ້ອຍສະຕິລອຍມັນບໍ່ຄ່ຽມ

ຈຽມປາກຈຽມວາດໄວ້ຍາມພັ້ງກະຫາກມີ

ລາງເທື່ອໂມໂຫຫຸ້ມໂມໂຫບັງບຽດ

ປາກບໍ່ສົມວາດເວົ້າຊຸມເຈົ້າຢ່າຊູຖືເດີ

ສອນວ່າ: ຂ້ອຍຖ່ອມຕົນແລ້ວ ບໍ່ໄດ້ໂອ້ອວດ

ຄວາມຮູ້ກໍ່ນ້ອຍ ດ້ອຍປະສົບການ

ແຕ່ມີບາງເທື່ອອາດພັ້ງເຜີຜິດພາດໄປ 

ຂໍໃຫ້ອາໄພໃຫ້ແດ່ ຢ່າຖືສາຂ້ອຍເລີຍ ໆລໆ


***************




No comments:

Post a Comment