Friday, August 17, 2012

ຢ່າລືມເດີ ໆ

*ຂ້າມນ້ຳແລ້ວຢ່າໄດ້ປົດຂົວ ເອົາຜົວເອົາເມຍແລ້ວຢ່າລືມຄຸນພໍ່ແມ່

*ຄັນໄດ້ຍິນຄຳເວົ້າຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພ້ຍເມືອຫນ້າຫາກສິຫວານ

*ຄັນໄດ້ຟັງທຳແລ້ວບໍ່ທຳຕາມກໍໄຮ້ຄ່າ ເຫມືອນມີຢາບໍ່ເອົາໃສ່ທ້ອງໂລຄາໄຂ້ກໍບໍ່ຫາຍ

*ຄັນວ່າທຽວທາງເວີ້ງໄປມາໃຫ້ມີຫມູ່ ລາງເທື່ອໂຈນເຂັ່ນຂ້າຍັງສິໄດ້ຊ່ວຍກັນ

*ງ້ວນຂອງເບື່ອຢ່າເອົາໄວ້ໃນເຮືອນ ຄົນໃຈເບືອນຢ່າເອົາເປັນພີ່ນ້ອງ

*ແຈ້ງຂໍໃຫ້ແຈ້ງດັ່ງດາວ ຂາວຂໍໃຫ້ຂາວດັ່ງຝ້າຍ ໃສງາມຄືຈັ່ງແວ່ນ ຢ່າໄດ້ເປັນດັ່ງຫມໍ້ຫມອງມົ້ວທົ່ວຄິງ

*ໃຈບໍ່ໃສຕໍ່ແກ້ວແຍງເງົາກໍບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງຕີໄດ້ກະບໍ່ດັງ

*ສິບປີລ້ຳຊາວປີລ້ຳຈຶ່ງເຫັນກວາງມາຢາມມັ່ງ ບາດວ່າເຂົ້າຂຶ້ນເຫລົ້າຈຶ່ງເຫັນເຈົ້າເທ່ືອດຽວ

*ຊາດແຫ່ງຄົນຮູ້ຈະຢູ່ໃສ ເຂົາບໍ່ອວດໂຕ ໆ

*ຊື່ວ່າ ແນວຄວາມຮູ້ສິລທັມພຣະເຈົ້າໃຫຍ່ ຄັນແມ່ນຮຽນໄດ້ແລ້ວ ສິເປັນແກ້ວແກ່ນມະໂນ

*ຊື່ວ່າ ແນວຄວາມຮູ້ໃນເຮືອນຫາຍາກ ຄັນບໍ່ພາກຈາກບ້ານບໍ່ມີໄດ້ທໍ່ໄຍ

*ຊື່ວ່າ ເປີງເປັນແລ້ວ ຈຳໃຈຈຳຈາກ ຄັນບໍ່ພາກຈາກບ້ານ ຄວາມຮູ້ກູບໍ່ເຮືອງ

No comments:

Post a Comment