Friday, August 17, 2012

ຜະຫຍາຊວນສຶກສາ



++ ແສງໃດໃນແຫລ່ງຫລ້າ ບໍ່ເກີນກ່ວາແສງປັນຍາ
ແສງຕາເວັນເຮືອງໃສ ສ່ອງບໍ່ເຖິງໃນຖ້ຳ
ແສງຈັນວັນເພັງແຈ້ງ ຈົບງາມມີມືດຄ່ຳ
ປັນຍາຄົນເລີດລ້ຳ ເຫັນຖ້ວນຢູ່ຊູ່ຍາມ...ແທ້ນາ!!


++ ແສງໃດຈະທຽບເທົ້າ ທັນທໍ່ແສງປັນຍາ
ສາມາດຊິຊອນເຖິງ ເລິກບາງຫນາຕື້ນ
ໃສລື່ນຈັນເພັງຟ້າ ສຸລິຍາແຍງໂລກ
ໃສບໍ່ບົກບໍ່ແຫ້ງ ແສງກ້ຽວປະໂຫຍດດອມ...ທ່ານເອີຍ!
 
++ ຖ້າຢາກເປັນຄົນແນ່ແທ້ ຕ້ອງໝັ່ນພຽນສຶກສາ
ຄົ້ນຄວ້າທຸກວິຊາ ທີ່ຮ່ຳຮຽນມານັ້ນ
ນອກຈາກຮຽນນຳປຶ້ມ ຕ້ອງທຽວຖາມນຳໝູ່
ຖາມຜູ້ທີ່ເພິ່ນຮູ້ ເຫັນແຈ້ງກ່ວາເຮົາ ນັ້ນເນີ!


++ ອັນວ່າການສຶກສາຫາຄວາມຮູ້ ພຽນທຳຢ່າໄດ້ຂາດ
ມັນສິຄາດລາດລົ້ມ ຕອນເຈົ້າເຂົ້າເຮັດການ
ເຈົ້າຢ່າໄດ້ຂີ້ຄ້ານ ການງານໃຫ້ດຸຫມັ່ນ
ພຽນຂະຫຍັນສືບສ້າງ ທາງເຈົ້າຫາກສິເຮືອງ ໆ



No comments:

Post a Comment