Friday, August 17, 2012

ຜະຫຍາຊວນຖ່ອມຕົນ



++ ໃຜຜູ້ເອົາແຕ່ຄວາມໂກ້ ເພື່ອຍໍໂຕຂົ່ມຜູ້ອື່ນ
ຕາບໍ່ມືນມີແຕ່ເວົ້າ ເຂົາເອີ້ນວ່າບໍ່ແມ່ນຄົນ
ຊາດທີ່ເປັນຄົນນີ້ ເສຍໃຈໂຕໄດ້ໃຈຫມູ່
ແມ່ນຊິມຸດມອດມ້ຽນ ເພີ່ນຍັງເອີ້ນວ່າຍອດຄົນ...ທ່ານເອີຍ


++ ນັກປາດມີີຄວາມຮູ້ ຊິຟູໆເວົ້າອວດບໍ່ດີດາຍ
ຍິ່ງແກ່ກໍ່ຍິ່ງກົ້ມ ສະເຫມີເຂົ້າໃນນາ
ອັນລາຄາໂຕນີ້ ໂຕຕີບໍ່ຫ່ອນຄ່ອງ
ໃຫ້ຫມູ່ພົງພີ່ນ້ອງ ຕີໃຫ້ຈຶ່ງຄ່ອຍຄື...ແທ້ດາຍ


++ ຄັນວ່າຄວາມຮູ້ຫນ້ອຍ ຢ່າໄດ້ອວດວ່າມີຫລາຍ
ຢ່າໄດ້ມົວເມົາຫລົງ ວ່າຕົນເປັນຄົນຮູ້
ຄືດັ່ງກົບໃນສ້າງ ທາງທະເລບໍ່ເຄີຍຜ່ານ
ເຫັນແຕ່ນ້ຳສ້າງນ້ອຍ ວ່າໄກກວ້າງກ່ວາທະເລ


++ ຄົນຜູ້ມີຊັບຫນ້ອຍ ຄອຍຈ່າຍແຕ່ແນວເປືອງ
ເບື້ອງຄົນມີກຳລັງ ຫນ້ອຍດຽວມັກຂັນທ້າ
ຄົນບໍ່ມີວິຊາຄວາມຮູ້ ຊູຊີອວດສະຫລາດ
ມາດທັງສາມທ່ານີ້ ຄັນບໍ່ບ້າກໍ່ແມ່ນເມົາ...ແທ້ໃດ





No comments:

Post a Comment