Friday, August 17, 2012

ຜະຫຍາຊວນເຮັດບຸນ



++ ລາຕີເອ້ອາບດ້ວຍ ພະຈັນສ່ອງດາວໃສ
ໃນດ່ານແດນດິນຜືນ ອາບພະນາແນວໄມ້
ສ່ວນດວງໃຈຂອງເຈົ້າ ເອົາຫຍັງນໍມາເອ້ອາບ
ບາບແລະບຸນສອງສິ່ງນີ້ ມີໄວ້ເພື່ອອາບໃຈ...ຈື່ເອົາເນີ


++ ຄຳວ່າບຸນໆນີ້ ບໍ່ມີໃຜປັນແຈກ
ມັນບໍ່ແຍກອອກໄດ້ ຄືໄມ້ຜ່າກາງ
ຄືຈັ່ງເຮົາກິນເຂົ້າ ເຮົາກິນເຮົາກໍ່ອີ່ມ
ມັນບໍ່ໄປອີ່ມທ້ອງ ເຂົານັ້ນຜູ້ບໍ່ກິນ...ດອກນາ


++ ຍາມຕາຍໃຜບໍ່ຫ່ອນຫອບຫິ້ວ ຊັບສິນເງິນຄຳໄປໄດ້
ຍາດມິດຕາມໄປເຖິງ ກໍ່ແຕ່ກອງຟອນນັ້ນ
ອັນທີ່ຕິດຕາມຫ້ອຍ ບໍ່ຖອຍວາງລາເລີກ
ດີ_ຊົ່ວ ສອງສິ່ງນີ້ ຊິຕາມຕື້ຕໍ່ໄປ...ບໍ່ວາງແລ


++ ຄອຍແຕ່ບຸນມາຄ້ຳ ບໍ່ກະທຳເອົາມັນບໍ່ແມ່ນ
ຄອຍແຕ່ບຸນສົ່ງໃຫ້ ມັນຊິໄດ້ຮ່ອມໃດ
ຄືຈັ່ງເຮົາມີເຂົ້າ ບໍ່ເອົາກິນກໍ່ບໍ່ອີ່ມ
ມີລາບຄັນບໍ່ເອົາເຂົ້າຄຸ້ຍ ທາງທ້ອງຊິອີ່ມເປັນບໍ ??
 


No comments:

Post a Comment