Friday, August 17, 2012

ເກັບໄວ້ເຕືອນໃຈ

  • ຈັນໃສແຈ້ງດວງດຽວບໍ່ມີຊື່ນ ດາວຕ້ອງຢູ່ແວດລ້ອມຫລາຍຊັ້ນຈຶ່ງຄ່ອຍເຮືອງ ທ່ານເອີຍ
  • ຄໍາປາກພໍ່ແມ່ນີ້ຫນັກເກິ່ງທໍຣະນີ ໃຜຜູ້ຢຳແຢງນົບຫາກຊິເຮືອງເມືອຫນ້າ
  • ຊື່ວ່າແນວກໍາພ້າ ຫມູຫມາມັນກໍຫນ່າຍກາຍຫນ້າໃກ້ຊາວບ້ານຖົ່ມນໍ້າລາຍ
  • ທ່ຽວທາງບໍ່ສຸດເສັ້ນ ຢ່າຄືນຫລັງໃຫ້ເຂົາຢຽບແຫນງວ່າຕາຍຫນ້າພຸ້ນເຂົາຊິຍ້ອງວ່າດີ
  • ໂທໂສໂມໂຫນີ້ ຫາກພາໂຕຕົກຕໍ່າໃຫ້ຄ່ອຍຄິດຄ່ອຍເວົ້າ ຈາຕ້ານໃຫ້ມ່ວນຫູ
  • ທໍາການສ້າງອັນໃດໃຫ້ຮິ່ນຕອງແດ່ຖ້ອນ ຢ່າໄດ້ເຫັນແກ່ໃກ້ກິນກ້ວຍໂມ້ມເລີຍ
  • ແສນຊິໄກບວກທ້າງ ສະໃຫຍ່ຊົນລະທີກໍຕາມທ້ອນ ຄັນແມ່ນທໍາພຽນຂຸດຫາກຊິເຖີງວັງນໍ້າ
  • ໃຫ້ຄ່ອຍພຽນຫາສ້າງ ສະເຫມີແຕນແປງຊໍ່ໃຫ້ຄ່ອຍສືບຕໍ່ໄວ້ສະເຫມີເຜີ້ງສືບຮັງ
  • ຢ່າໄດ້ທໍາໃຈພ້ຽງ ເຂົາຮໍຂົ່ມຂືນ ຄວາມຄິດຢ່າໄດ້ຕື້ນ ສະເຫມີຫມໍ້ປາກບານ
  • ທາງຫລາຍເສັ້ນ ຕາມໃຈຊິເລືອກໄຕ່ ເຈົ້າຫາກມັກມັກເສົ້ນໂຄ້ງ ໂງງ້ຽວກໍຫາກມີ
  • ຊົນລະທານໍ້າ ໄຫລລົງຕາມຮ່ອມ ນໍ້າບໍ່ຫ່ອນໄຫລຂຶ້ນເທີງຟ້າຍອດດອຍ
  • ຕີເຈັບແລ້ວແສນຊິອອຍກໍປານດ່າ ແມ່ນວ່າເວົ້າຈ້ອຍໆກໍປານໄມ້ຖັ່ງຕາ
  • ຢ່າສິຫວັງສຸກຍອ້ນບຸນເຂົາມາເພິ່ງ ສຸກກະສຸກເພິ່ນພຸ້ນບໍ່ມາກຸ້ມຮອດເຮົາດອກນາ
  • ຢ່າໄດ້ໄລລືມຖີ້ມ ຜັກກະເດົາຕົ້ນເກົ່າຢ່າໄດ້ລະເຜົ່າເຊື້ອ ໄປຫຼົງຍ້ອງຜູ້ອື່ນດີ


No comments:

Post a Comment