Friday, August 17, 2012

ຄຳຢາດນ້ຳ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດຕັດສະ (ວ່າ 03 ເທື່ອ).
     ສາທຸ ໆ ສຸນັນຕຸໂພນໂຕເຍເທວາດູລາເທວະບຸດເທວະດາເຈົ້າທັງຫລາຍອົງຮັກສົມຮັກສາ
ເຄຫະສະຖານບ້ານເຮືອນທີ່ນີ້ເປັນເຄົ້າ ກັບທັງອົງຮັກສາພຣະພຸດທະເຈົ້າເປັນປະທານ ພາຍລຸ່ມ
ຫມາຍມີພຣະຍາຄຸດ ພຣະຍານາກອົງຢູ່ແມ່ນ້ຳອົງຄ້ຳແຜ່ນດິນພາຍບົນຫມາຍມີພຣະພົມເປັນ
ຂອບ ປະກອບດ້ວຍເທວະບຸດ ເທວະດາເຈົ້າທັງຫລາຍສີ່ທິດຄື ທິດຕາເວັນຕົກແລະທິດຕາ
ເວັນອອກ ຂອບໃຕ້ແລະຫົນເຫນືອ ດີລະອັດຊະໃນວັນນີ້ກໍ່ເປັນວັນດີ
ສີສຸພະມັງຄະລະອັນປະເສີດລ້ຳເລີດກ່ວາວັນທັງຫລາຍ ບັດນີ້ຫມາຍມີເຈົ້າເອກະມູນລະສັດທາພ້ອມດ້ວຍປະປຸລູກເຕົ້າເຫລົ່າຫລານຫມົດທຸກຄົນ ໄດ້ມີຈິດໃສສັດທາພ້ອມກັນນ້ອມນຳມາເຊິ່ງເຂົ້າຕອກດອກໄມ້ ແລະວັດຖຸທານທັງຫລາຍເຫລົ່ານີ້ມາມອບມາເຄນໃຫ້ແກ່ສັງຄະເຈົ້າ ເພື່ອອຸທິດຢາດນ້ຳຫມາຍທານໃຫ້ໄປຮອດໄປເຖິງ ໄປຄ້ຳໄປຊູໃຫ້ແກ່..................(ຊື່) ທີ່ໄດ້ລ່ວງລັບຈາກໂລກນີ້ໄປສູ່ປະລະໂລກເບື້ອງຫນ້າ ຂໍໃຫ້ເທວະບຸດເທວະດາເຈົ້າທັງຫລາຍ ຈົ່ງສະເດັດລົງມາເປັນສັກຂີພີຍານໃຫ້ແກ່ເຈົ້າເອກະມູນລະສັດທາ ພ້ອມທັງຈົດຊື່ຈົດສຽງຮຽງນາມ.............(ຊື່) ໃສ່ພັບນັບໃສ່ສໍ ຂໍໃຫ້ເທວະບຸດເທວະດາເຈົ້າທັງຫລາຍຈົ່ງນຳເອົາວັດຖຸທານອັນບໍລິສຸດທັງຫລາຍເຫລົ່ານີ້ ໄປມອບໃສ່ມືຂວາທາໃສ່ມືຊ້າຍ ຄັນວ່າແມ່ນຊື່ທ່ານຈຶ່ງວາງ ຄັນວ່າແມ່ນນາມທ່ານຈຶ່ງໃຫ້ ແນວເປັນກິນກໍ່ຂໍໃຫ້ໄດ້ກິນ ແນວເປັນຂົບກໍ່ຂໍໃຫ້ໄດ້ຂົບ ຖ້າວ່າໄດ້ຕົກທຸກກໍ່ຂໍໃຫ້ພົ້ນຈາກທຸກ ຖ້າໄດ້ເຖິງສຸກແລ້ວກໍ່ຂໍໃຫ້ສຸກຍິ່ງໆຂຶ້ນໄປກ່ວາເກົ່າ ໃຫ້ໄດ້ຫມື່ນເທົ່າແສນທີສຸກ ສຸກຍ້ອນປຸນຍະລາສີທັງຫລາຍເຫລົ່ານີ້ທີ່ລູກເຕົ້າໄດ້ກິນບໍ່ລືມຖູ່ໄດ້ຢູ່ບໍ່ລືມບຸນລືມຄຸນ ຈຶ່ງໄດ້ພາກັນນ້ອມນຳມາເຊິ່ງເຂົ້າຕອກດອກໄມ້ແລະວັດຖຸທານທັງຫລາຍເຫລົ່ານີ້ ເພື່ອມາມອບມາເຄນໃຫ້ແກ່ພຣະສັງຄະເຈົ້າ ເພື່ອອຸທິດຢາດນ້ຳຫມາຍທານ ໃຫ້ໄປຮອດໄປເຖິງ ໄປຄ້ຳໄປຊູໃຫ້ແກ່ (ຜູ້ເປັນພໍ່ແມ່ ຄູບາອາຈານ...) ທີ່ໄດ້ລ່ວງລັບຈາກໂລກນີ້ໄປສູ່ປະລະໂລກເບື້ອງຫນ້ານັ້ນ ຂໍໃຫ້ດວງວິນຍານຂອງຜູ້ເປັນ (ພໍ່ແມ່ ຄູບາອາຈານ...) ຈົ່ງຮັບຮູ້ແລະພາກັນມາຕ້ອນຮັບຈັບຈວມເອົາພາເຂົ້ານ້ຳໂພຊະນາອາຫານ ແລະວັດຖຸທານທັງຫລາຍເຫລົ່ານີ້ ແລະຈົ່ງພ້ອມກັນຍົກມືອະນຸໂມທະນາສາທຸການ ນຳຕົນຂຶ້ນເມື່ອເກີດຍັງເມືອງສະຫວັນຊັ້ນຟ້າ ແລະພ້ອມກັນມາສົ່ງພອນທິບພອນໄຊອັນປະເສີດພອນທີ່ເລີດລ້ຳ ເພື່ອນຳຄ້ຳນຳຊູໃຫ້ແກ່ຄອບຄົວເຈົ້າເອກະມູນລະສັດທາ ແລະປະປຸລູກເຕົ້າເຫລົ່າຫລານຫມົດຊູ່ຄູ່ຊູ່ຄົນ ທີ່ຢູ່ພາຍຫນ້າລຸນຫລັງໃຫ້ຫາຍຈາກເຄາະສິບສາມນາມສິບຫ້າ ອັນມີເຄາະເດືອນ ເຄາະປີ ເຄາະວັນ ແລະເຄາະຍາມ ເຄາະອັນຍັງບໍ່ເກີດກໍ່ຢ່າໄດ້ເກີດ ຂໍໃຫ້ຕົກລົງໄຟໄຫລລົງນ້ຳ ກຳຈັດເຄາະສິ້ນໂສກ ກຳຈັດໂລກສິ້ນໄພ ກຳຈັດເຄາະສະຫນຽດຈັງໄຮ ໃຫ້ເຫລືອໄວ້ແຕ່ຄວາມສຸກຄວາມຈະເລີນ ເຈັບໃນໃຫ້ຖອນອອກ ເຈັບນອກໃຫ້ຖອນເສຍ ສິ່ງຮ້າຍຢ່າໄດ້ມາພານ ມານຮ້າຍຢ່າໄດ້ມາຕ້ອງ ຄິດອັນໃດໃຫ້ມາ ຫາອັນໃດໃຫ້ໄດ້ ເຮັດມາຄ້າຂຶ້ນ ຊື້ໄດ້ຂາຍຫມານ ນອນຫລັບໃຫ້ໄດ້ເງິນພັນ ນອນຝັນໃຫ້ໄດ້ເງິນຫມື່ນ ນອນຕື່ນໃຫ້ໄດ້ເງິນແສນເງິນລ້ານ ໃຫ້ຮຸ່ງເຮືອງດັ່ງດວງດາວ ໃຫ້ຂາວເຮືອງເຫລື້ອມດັ່ງດວງແກ້ວມະນີອັນສະຫວ່າງສະໄຫວ ຂໍໃຫ້ມີແຕ່ຄວາມສຸກຄວາມຈະເລີນ ສຸກກາຍ ສຸກໃຈ ອັນຊື່ວ່າໂພຍໄພຢ່າໄດ້ມີມາຕ້ອງ ຂໍໃຫ້ເງິນທອງເງິນຄຳລົ້ນ ເກີນຄົນໃນໂລກ ຄວາມທຸກໂສກຢ່າໄດ້ ໄພຮ້າຍໃຫ້ຫ່າງຫນີ ຂໍໃຫ້ມະຫາບຸນກຸສົນສ່ວນນີ້ຈົ່ງມາເປັນສະເພົາແກ້ວ ສະເພົາທອງຮອງນັ່ງ ຂໍໃຫ້ສຸກສົມຫວັງດັ່ງມະໂນນຶກໄວ້ ໃຈຕັ້ງປາດຖະຫນາຊູ່ເຍື່ອງຊູ່ປະການທ້ອນ...
     ເມດຕັນຈະ..............ເມດຕາ ກະລຸນາ ມຸທິຕາ ອຸເປກຂາ ສຸຂີສຸຂີ!!!


 ໂດຍ: ພຣະບຸນເພັງ ບຸນມະນີວົງ

No comments:

Post a Comment