Friday, August 17, 2012

ອ່ານອັດສຽງ

 ສິບນິ້ວອັນໄຮ້ແຫວນ ສອງແຂນດຳຂີ້ລີ້ ຜູ້ຂ້ານີ້ຂໍກົ້ມກາບ ໄຫວ້ວັນທາ ພຣະໄຕຣັສ ພ້ອມທັງຄຸນພໍ່ແມ່ ຄູບາອາຈານ ທີ່ໃຫ້ກຳເນີດ ແລະສິດສອນຜູ້ຂ້າມາ ສາທຸເດີ ໆ
ຈະເລີນສຸກເປັນທີ່ຄ້ຳ ຈະເລີນທຳເປັນທີ່ເພິ່ງ ຈະເລີນສຸກທຸກທົ່ວຫນ້າ ສະບາຍດີຖ້ວນຊູ່ຄົນບໍເດ !! ຍັງສະບາຍດີ ສຸກຂີຫມັ້ນສະເຫມີມັນຄືເກົ່າບໍນໍ ທັງພໍ່ແມ່ລູງປ້າ ນ້ອຍຫນຸ່ມຍິງຊາຍ ໆ

ແນວຄິດຮອດຊຸມເຈົ້າ ຕົວຂ້ອຍຈຶ່ງຕ່າວມາ ສືບສຳພັນເອົາໄວ້ ຮີດເກົ່າຄອງລາວ ມີມາຍາວນານຕັ້ງແຕ່ປາງປະຖົມພຸ້ນ ອຸດົມສົມບູນດີແທ້ ໆ ປະເພນີຫລາຍລົ້ນ ຄົນລຸ່ນປູ່ເພີ່ນສ້າງໄວ້ໃຫ້ເຮົາໄດ້ສືບມາ ຄຳວ່າລາວ ໆ ນີ້ສາມັກຄີກັນຫມັ້ນແກ່ນ ສຽງແຄນຄູ່ສຽງຂັບລຳແຕ່ເຫນືອເຖິງໃຕ້ ເຮົາຄົນລາວໄປຢູ່ໃສເຂົ້າຫນຽວກະໄປນຳ ຄືດັ່ງຈຳປາບານຄູ່ດິນແດນລ້ານຊ້າງມາຕັ້ງແຕ່ປະຖົມ ພີ່ນ້ອງເອີຍ !

ປະເພນີແຕ່ເຄົ້າ ຮີດເກົ່າຄອງລາວ ມີທົ່ວທຸກເຂດແຄວ້ນ ດິນແດນແຕ່ເຫນືອໃຕ້ ປະເພນີມີໄວ້ ປະຈຳໃຈທຸກທ້ອງຖິ່ນ ຢ່າໄດ້ປະປ່ອຍຖິ້ມ ຈົ່ງສືບທອດທາວຫາເດີພີ່ນ້ອງ ຮີດສິບສອງ ຄອງສິບສີ່ ມີຢູ່ແລ້ວຢ່າລືມຖິ້ມເປົ່າດາຍ ຢ່າຊູປ່ອຍໃຫ້ຊຸມຜູ້ເຖົ້ານິຍົມກັນບໍ່ປະປ່ອຍ ເຮົາຜູ້ຍັງຫນຸ່ມນ້ອຍກໍຄວນ ສືບທອດຮຽນຮູ້ວ່າຊັັ້ນສາ ເພື່ອຮັກສາໄວ້ໃຫ້ຫມັ້ນຄົງ ຄຽງຄູ່ ຢູ່ກັບສັງຄົນລາວ ຄືດາວເດລະດາດຄູ່ຟ້າຕະຫລອດໄປ ໆ

ອັນຫນຶ່ງ ເກີດເປັນຄົນໃຫ້ຫມັ່ນທຳຄວາມດີໄວ້ ຢ່າຫລົງໄຫລໄປທຳຊົ່ວ ຢ່າຫລົງໄປເກືອກກົ້ວ ອະບາຍຍະມຸກນັ້ນບໍ່ແມ່ນຄອງ ປະຕິບັດຕົນໃຫ້ຖືກຕ້ອງ ຕາມຮີດສິບສອງຄອງສິບສີ່ ຮີ່ນຕອງໃຫ້ດີ ໆ ຢ່າປະຫມາດພາດພັ້ງ ສິອຸກອັ່ງເອົ້າເມື່ອລຸນ ຄຳປູ່ຍ່າຕາຍາຍເພີ່ນສອນໄວ້ພຸ້ນຢ່າໄດ້ລະລືມໄລ ຊີວິດເຮົາສິສົດໃສ ຍ້ອນໃຝ່ທຳພຣະອົງເຈົ້າ ບໍ່ມີໂສກບໍ່ມີເສົ້າ ສິໄດ້ເຂົ້າເຖິງນິລະພານ ສະຫວັນຊັ້ນບ່ອນສຸກຍິ່ງ ບໍ່ມີໄຫວບໍ່ມີຕິງ ໃຜສິມາໃສ່ຮ້າຍ ບໍ່ມີໄດ້ຫວັ່ນກວາ ນັ້ນແຫລ້ວ ໆ

ສິນທຳພາດີໄດ້ ຄວນຕັດໃຈນ້ອມເຂົ້າເພິ່ງ ຣັຕນະໄຕຫນ່ວຍແກ້ວ ແນວພາຢັ້ງຢູ່ຈັ່ງເຢັນ ໃຜບໍ່ຖືສິນເຈົ້າເປັນຄົນຊາດເປົ່າ ໃຜບໍ່ເຊື່ອທຳມະພຣະເຈົ້າ ຕາຍຖິ້ມຄ່າເປົ່າດາຍ
ບູຮານເພິ່ນວ່າໄວ້: ຊາດທີ່ເປັນຊາຍນີ້ ຢ່າເປັນຊາຍແກມແຮ່ ຊາຍກໍ່ຊາຍແທ້ໆ ຕົມນັ້ນຢ່າໃຫ້ມີ ຊາດທີ່ເປັນຍິງນີ້ ຍິງໄປກໍ່ໃຫ້ມັນແນ່ ຍິງກໍ່ຍິງແທ້ໆ ແນແລ້ວຈຶ່ງຄ່ອຍຍິງ
ອັນຫນຶ່ງ ຊື່ວ່າເປັນຄົນໃຫ້ ທຳນຽມນາມເຕົ່າ ມັນຫາກມ້ຽນໄຂ່ໄວ້ດີແລ້ວ ຈຶ່ງຄ່ອຍຫນີ ຍາມເມື່ອລີລາຍ້າຍ ແປງໂສມໃຫ້ມັນຄ່ອງ ຢ່າໄດ້ເປັນດັ່ງເຊື້ອຊະນີເຕັ້ນຂວ່າງໄປ ຊາວບ້ານສິຫົວຂວັນຕົວເຈົ້າ ອັນຫນຶ່ງຊາດທີ່ເປັນຄົນນີ້ໃຫ້ທຳນຽມດັ່ງນົກເຈົ່າ ຍາມເມື່ອບິນແອ່ວຍ້າຍຈຶ່ງຂາວແຈ້ງດັ່ງນົກຍາງ

ຍາມຍັງນ້ອຍ ໃຫ້ຫມັ່ນຮ່ຳຮຽນຄຸນ ບຸນເຮົາມີສິໃຫຍ່ສູງພຽງຟ້າ ໄປພາຍຫນ້າສິຫາເງິນໄດ້ງ່າຍ ໃຜຜູ້ຄວາມຮູ້ຕຶ້ນ ເງິນເບ້ຍບໍ່ແກ່ນຖົງ ຊື່ວ່າແນວຄວາມຮູ້ໃນເຮືອນຫາຍາກ ຄັນບໍ່ອອກຈາກບ້ານບໍ່ມີໄດ້ທໍໄຍ ອັນຫນຶ່ງແນວຄວາມຮູ້ ສິນທຳພຣະເຈົ້າໃຫຍ່ ຄັນແມ່ນຮຽນໄດ້ແລ້ວສິເປັນແກ້ວຫນ່ວຍມະໂນ ຄັນບໍ່ອອກຈາກບ້ານບໍ່ເຫັນດ່ານແດນໄກ ຄັນບໍ່ຫາຮຽນກໍບໍ່ມີຄວາມຮູ້ ຄັນວ່າເປີງເປັນແລ້ວຕ້ອງຈຳໃຈຈຳຈາກ ຄັນບໍ່ພາກຈາກບ້ານ ຄວາມຮູ້ກໍບໍ່ເຮືອງ

ອັນຫນຶ່ງ ຫາກຂໍຄວາມສະຫຼາດໄດ້ ຄົນໂງ່ຈະສູນພັນ ຫາກຂໍເອົາຄວາມລວຍ ຜູ້ທຸກຈົນຈະສູນສິ້ນ ຫາກຂໍຄວາມສຸກໄດ້ ສຽງຄວນຄາງຄົງຫາຍເຫືອດ ສາມສິ່ງນີ້ຂໍບໍ່ໄດ້ ຕ້ອງເສີມສ້າງຊອກສະແຫວງ ເຮັດຫຍັງຄວນເຮັດແທ້ປາກວ່າມືໄປ ຫົວໃຈຈິງຈັງຄິດ ເບິ່ງການໄກກ້າວ ຫາກທາວໄຍຄືມ້ອນ ກິນນອນເມົາແຊບ ແລບລີ້ນຄອງຄອຍຖ້າ ໂຊກຊະຕາບໍ່ໃຫ້ດອກທ່ານເອີຍ ໆ
ອັນຫນຶ່ງ ເປັນຍິງໃຫ້ໃຈອ່ອນນ້ອມ ຄຳເວົ້າອ່ອນຫວານ ເຈົ້າຢ່າໄດ້ຂີ້ຄ້ານ ການງານໃຫ້ດຸຫມັ່ນ ພຽນນຂະຫຍັນສືບສ້າງເມືອຫນ້າຫາກສິເຮືອງ ອັນຫນຶ່ງຄຳປາກພໍ່ແມ່ນີ້ ຫນັກເກິ່ງທໍລະນີ ໃຫ້ເຈົ້າຄ່ອຍຢຳແຢງນົບຢ່າໃຫ້ມີຄຳຄ້ານ ແມ່ບອກໄປໄຮ່ຢ່າວ່າເຈັບຂາ ແມ່ບອກໄປນາຢ່າວ່າເຈັບທ້ອງ ແມ່ບອກເອົານ້ອງຢ່າວ່າເຈັບຫົວ ບາດແມ່ບອກເອົາຜົວລະບໍ່ປະຕິເສດຈັ່ງຊີ້ມັນບໍ່ເປັນເດີ ອີນາງເອີຍ !

ອັນຫນຶ່ງ ຊາດທີ່ເກີດເປັນຊາຍນີ້ ບໍ່ຍອມຄົນໂດຍງ່າຍ ບໍ່ຍອມຂາຍຂີ້ຫນ້າ ໃຫ້ຊາວບ້ານເພີ່ນຫຍັນ ຄັນໄດ້ລົງເຮືອນແລ້ວ ຢ່າຖອຍຫລັງໃຫ້ເຂົາຢຽບ ແຫນງວ່າຕາຍເອົາດາບຫນ້າພຸ້ນເຂົາສິຍ້ອງວ່າເຈົ້າຫານ ໆ
ອັນຫນຶ່ງ ເກີດມາເປັນຄົນແລ້ວກໍຕ້ອງສູ້ ເພື່ອຢືນຢູ່ບົນໂລກາ ວາສະໜາຄົນເຮົາ ແຂ່ງກັນບໍ່ມີໄດ້ ຄັນເມື່ອໃດລວຍແລ້ວ ຄົນຈົນເຈົ້າຢ່າມິ່ນ ຢູ່ບົນດິນໃຕ້ລຸ່ມຟ້າ ພຽງພ້ອມຄ່າເທົ່າກັນ ອັນຫນຶ່ງດີຊົ່ວສອງສິ່ງນີ້ ເປັນຄູ່ທຽມເງົາ ເຮັດດີຄົນເຂົາຂານໄຂ ຍົກຍໍນິຍົມຍ້ອງເຮັດຊົ່ວ ຄົນເຂົາເຢີ້ຍເບະສົບເຫມັນຂີ້ດຽດ ໃຫ້ພຽນເຮັດດີໄວ້   ໃຜບໍ່ຍ້ອງກະຊ່າງເຂົາ ຄັນເຮົາເຮັດດີແລ້ວ ເຂົາຊັງກໍ່ຕາມຊ່າງ ຄັນເຮົາເຮັດຖືກແລ້ວ ສິຫຍັນຍໍ້ກໍ່ຊ່າງເຂົາ ເຂົາສິພາກັນທ້ວງທັງເມືອງກໍ່ຢ່າຈົ່ມ ເຂົາສິພາກັນຕິທັງຄ້າຍຂາຍຫນ້າກໍ່ຢ່າອາຍ ໆ
ອັນຫນຶ່ງ ຊາດທີ່ເງິນຄຳແກ້ວມັນບໍ່ແມ່ນຂອງໃຜ ຫາກຜູ້ໃດມີໃຈພຽນຫາກສິຫລົງຫລອນພໍ້ ຂໍໃຫ້ເຈົ້າອົດສາສູ້ພຽນໄປໃຫ້ຖືກປ່ອງ ຄຸນພໍ່ແມ່ຄູບາອາຈານໃຫ້ຍົກໃສ່ເກົ້າ ຄະນືງໄວ້
ຢ່າຊູລືມ ໆ

ເພິ່ນວ່າ ພໍ່ແມ່ຮັກລູກນີ້   ສະເຫມີດັ່ງດວງຕາ ຮັກບໍ່ລາລືມໄລ ຊົ່ວພຽງພໍຫນ້ອຍຫົວໃຈຕິດແຂວນຫ້ອຍ ຄອຍຄອງປອງລ່ຳ ຄຳດີງາມເລີດລ້ຳ   ນຳປ້ອນປ່ອນໃສ່ໃຈລູກແລ້ວ ໆ ລູກທີ່ດີຕ້ອງຮ່ຳຮູ້ ຊູເຜົ່າວົງຕະກູນ ຄຸນບິດາມານດາ     ເທີດທູນທັນອ້າງກະຕັນຍູເສີມສ້າງ ຄວາມດີດາແຕ່ງ ມີແບ່ງສຸກຊ່ວຍຊວ້ານ ບໍ່ລວນດື້ລ່ວງເກີນ...ຊອບແລ້ວ ໆໆ

ອາວະສານ ສຸດສຽງ ສົມພໍພຽງທໍ່ນີ້ກ່ອນ ຂໍຈະເລີນພອນສົ່ງທ້າຍ ມື້ຫນ້າພໍ້ກັນໃຫມ່ ໃຈຈິງບໍ່ຢາກຈາກ ແຕ່ເວລາພັດມາໄລ່ ໃຈຈິງບໍ່ຢາກໄປ ແຕ່ເວລາພັດໄລ່ຫນີ ລາກ່ອນເດີ ໆ ມື້ນີ້ ໂອກາດດີພໍ້ກັນໃຫມ່ ໆ ຂໍໃຫ້ທຸກທ່ານສຸກກາຍສຸກໃຈ ຢູ່ສຸກສະບາຍລົ້ນເກີນຄົນໃນໂລກ ຄວາມທຸກໂສກຢ່າໄດ້ ໄພຮ້າຍໃຫ້ຫ່າງຫນີ ສຸກຂີ ສຸກຂີເດີ ພໍ່ແມ່ພີ່ນ້ອງຖ້ວນຫນ້າຄູ່ຊູ່ຄົນ ໆ ໆໆ



No comments:

Post a Comment