Friday, August 17, 2012

ຄິດ ກັບ ເຮັດ

ທຸກຄົນມີຄວາມຄິດ ມີສິດທີ່ຈະຄິດ ແຕ່ວ່າຖ້າ:

ທຸກຄົນຄິດ

ຄິດທີ່ຈະເຮັດ

ຄິດທີ່ຈະໄປ

ຮ້ອຍຄົນຄິດ

ແຕ່ມີພຽງຫນຶ່ງຄົນເຮັດ

ຫນຶ່ງຄົນໄປ

ແລະກໍຈະເຖິງທີ່ຫມາຍ

ພຽງຫນຶ່ງຄົນ...???

ຄົງຈະບໍ່ມີຄຳວ່າພ່າຍແພ້

ຫາກວ່າເຮົາໄດ້ເລີ່ມ

ຄົງຈະບໍ່ມີຄຳວ່າຢູ່ທີ່ເດີມ

ຫາກວ່າເຮົາໄດ້ຄົ້ນຫາ

ຄົງຈະບໍ່ມີຄຳວ່າເປັນທີ່ຫນຶ່

ຫາກວ່າເຮົາຍັງຕ້ອງເພີ່ງພາ

ຄົງຈະບໍ່ມີຄຳວ່າດີກ່ວາ

ຫາກວ່າເຮົາຍັງບໍ່ຕັ້ງໃຈ...???

No comments:

Post a Comment