Friday, August 17, 2012

ພຣະພຸດທະ​ຮູບ

     ແນ່ນອນວ່າໃຜເຂົ້າວັດຕ້ອງເຫັນພຣະພຸດທະ​ຮູບ ພຣະພຸດທະຮູບນັ້ນແມ່ນ​ຕົວ​ແທນ​ຂອງ​ພຣະພຸດ​ທະເຈົ້າ,
ເປັນຜູ້​ໄກ​ຈາກ​ກິ​ເລດ, ເປັນຜູ້ຕັດສະຮູ້​ຊອບ​ໄດ້​ໂດຍ​ພຣະອົງ​ເອງ ເປັນຜູ້ດັບ​ທຸກ​ໄດ້ ​ແລະ​ເປັນ​ຜູ້ທີ່​ມີຄຸນ 3 ຢ່າງ​ຄື:
         1.ພຣະປັນຍາທິ​ຄຸນ  ພຣະຄຸນ​ຄື​ປັນຍາ
         2.ພຣະວິສຸດ​ທິຄຸນ  ພຣະຄຸນ​ຄື​ຄວາມ​ບໍລິສຸດ
         3.ພຣະມະຫາ​ກະລຸນາທິ​ຄຸນ ພຣະຄຸນ​ຄື​ຄວາມ​ກະລຸນາ​ຕໍ່ສັດ​ໂລກເປັນ​ເຄື່ອງ​ເຕືອນ​ໃຈ​ວ່າ ​ເຮົາ​ຈະ​ບໍ່ບຽດບຽນຕົນ​ເອງ ບໍ່ບຽດບຽນຜູ້​ອື່ນ ​ເຮົາ​ຈະ​ບໍ່​ເຮັດ​ຜິດ​ກົດຫມາຍ ຜິດ​ສີນ​ທໍາ
ຖ້າເຮົາເບີ່ງແບບນີ້ຍ່ອມ​ໄດ້​ປະ​ໂຫຍ​ດມະຫາສານຈາກ​ພຣະພຸດທະ​ຮູບ.
                            
             ປັດ​ຊະ​ຍາ​ຈາກ​ພຣະພຸດທະ​ຮູບ.

1.​ ຈອມ​ແຫລມ​ຂອງ​ສຽນ (ຫົວ) ​ເປັນ​ປິດສະຫນາ​ທໍາ​ວ່າ:​ ​ເຮົາ​ຕ້ອງ​ໃຊ້​ປັນຍາ​ອັນ​ສຽບ​ແຫລມ​ເພື່ອ​ຕໍ່ສູ້​ກັບ​ອຸປະສັກ​ບັນຫາ​
ຕ່າງໆ ​ແລະ​ການ​ແກ້​ໄຂ​ບັນຫາ​ທຸກ​ຢ່າງຕ້ອງ​ແກ້​ໂດຍ​ໃຊ້​ປັນຍາ ພິຈາລະນາໃຫ້ລະອຽດ.  ພຣະ​ພຸດທະ​ເຈົ້າກ່າວໄວ້​ວ່າ:
1. ຜູ້​ມີ​ປັນຍາ​​ເຖີງວ່າ​ຈະ​ໄຮ້​ຊັບ ກໍ່ຍັງ​ມີ​ຊີວິດ​ຢູ່​ໄດ້
2. ຄົນ​ຍ່ອມ​ບໍລິສຸດ​ໄດ້​ດ້ວຍ​ປັນຍາ
3. ປັນຍາ​ປະ​ເສີດ​ກ່ວາຊັບ
4. ແສງ​ສະຫວ່າງ​ສະ​ເຫ​ມີ​ດ້ວຍ​ປັນຍາ​ບໍ່ມີ
5. ຄົນ​ມີ​ປັນຍາ​​ເຖີງວ່າ​ຈະ​ຕົກທຸກ​ກໍ່ຍັງ​ຫາ​ຄວາມສຸກ​ເຈີ

2. ​ ຕາ (ພຣະ​ເນ​ດ)​ ທີ່​ເບີ່​ງລົງ​ຕໍ່າ ​ເປັນ​ປິດສະຫນາ​ທໍາ​ໃຫ້​ເຮົາ​ຮູ້ຈັກ​ເບີ່​ງຕົວ​ເອງ ​ເພາະ​ຄົນ​ສ່ວນ​ຫລາຍ​ມັກ​ເບີ່​ງ​ແຕ່​ຜູ່​ອື່ນ ​
ເພັ່ງ​ໂທດ​ຄົນ​ອື່ນ ຈື່ງ​ມີ​ຄໍາເວົ້າອອກ​ມາ​ວ່າ: ໂທດ​ຄົນ​ອື່ນເບີ່​ງ​ເຫັນເ​ທົ່າພູເຂົາ,ໂທດ​ຂອງ​ເຮົາເບີ່​ງ​ເຫັນເທົ່າ​ເສັ້ນຜົມ,
ຕົດ​ຄົນ​ອື່ນເຫມັນ​ເບື່ອເຮົາ​ເຫລືອ​ທົນ,ຕົດ​ຂອງ​ຕົນເຖີງ​ວ່າເຫມັນບໍ່​ເປັນ​ຫຍັງ

3. ​ໃບຫູທີ່​ຍານ ​ເປັນ​ປິດສະຫນາ​ທໍາວ່າ: ​ໃຫ້​ເປັນ​ຄົນ​ຫູ​ຫນັກ ຄື​ຫນັກ​ແຫນ້ນ ບໍ່​​ໃຫ້ເປັນ​ຄົນ​ຫູ​ເບົາ​ເຊື່ອ​ຄົນງ່າຍ
 ຕ້ອງ​ພິຈາລະນາ​ໃຫ້​ດີ​ກ່ອນ​ທີ່​ຈະ​ເຊື່ອ​ເລື່ອງ​ຕ່າງໆ...ດັ່ງ​ທີ່​ພຣະພຸດທະ​ເຈົ້າ​ໄດ້​ເທດ​ສະຫນາ​ແກ່​ຊາວ​ກາ​ລາ​ມະ​ວ່າ:
        1. ທ່ານ​ຢ່າ​ເຊື່ອ​ພຽງ​ແຕ່​ໄດ້​ຍິນ​ເຂົາ​ວ່າ
        2. ທ່ານ​ຢ່າ​ເຊື່ອ​ພຽງ​ເຂົາ​ເລົ່າ​ສືບໆກັນ​ມາ
        3. ທ່ານ​ຢ່າ​ເຊື່ອ​ພຽງ​ໄດ້​ຍິນ​ມາ​ຢ່າງ​ນີ້
        4. ທ່ານ​ຢ່າ​ເຊື່ອ​ພຽງອ້າງ​ຕໍາລາ
        5. ທ່ານ​ຢ່າ​ເຊື່ອ​ພຽງນຶກ​ເອົາ​ເອງ
        6. ທ່ານ​ຢ່າ​ເຊື່ອ​ພຽງຄາດ​ຄະ​ເນ​ເອົາ
        7. ທ່ານ​ຢ່າ​ເຊື່ອພຽງຕຶກ​ຕາມ​ອາລົມ
        8. ທ່ານ​ຢ່າ​ເຊື່ອພຽງຢຶດຄວາມ​ເຫັນ​ຂອງ​ຕົນ
        9. ທ່ານ​ຢ່າ​ເຊື່ອພຽງວ່າ​ຜູ້​ນີ້​ຄວນ​ເຊື່ອ
       10. ທ່ານ​ຢ່າ​ເຊື່ອພຽງວ່າຜູ້​ນີ້​ເປັນ​ຄູ​ຂອງ​ເຮົາ. 
    ​ແຕ່​ຈົ່ງ​ເຊື່ອ​ເມື່ອ​ພິຈາລະນາ​ແລ້ວເຫັນ​ຖືກ​ຕອ້ງຕາມທໍານອງ​ຄອງ​ທໍາ​ແລະ​ສົມ​ເຫດ​ສົມ​ຜົນ, ພ້ອມ​ທັງ​ນັກປາດ​ທັງຫລາຍ​ຍົກຍ້ອງຊື່ນ​ຊົມ.

4. ປາກ​ມີຮອຍຍີ້ມ ​ເປັນ​ປິດສະຫນາ​ທໍາວ່າ ​ເຮົາ​ຕ້ອງ​ມີ​ຄວາມ​ຮັກ ຄວາມ​ເມດ​ຕາຕໍ່​ເພື່ອນ​ມະນຸດ​ແລະ​ສັດທັງຫລາຍ ​ເພາະ​ເປັນ​
ເພື່ອນ ທຸກ ​ເກີດ ​ແກ່ ​ເຈັບ ຕາຍ ດ້ວຍ​ກັນ ​ເມື່ອ​ເຮົາ​ມີ​ຄວາມ​ຮັກ​ຄວາມ​ເມດ​ຕາຕໍ່ກັນ ​ເຮົາ​ຈະ​ມີ​ຮອຍ​ຍີ້ມປາກົດ​ອອກ​ມາ​ໃຫ້​ເຫັນ
ຢ່າ​ເປັນ​ຄົນ​ຊະນິດ​ທີ່​ວ່າ:
                   ບູດ​ຕອນ​ເຊົ້າ
                   ​ເນົ່າ​ຕອນ​​ເພນ (ສວຍ)
                   ເຫມັນ​ຕອນ​ຄໍ່າ

5. ມືທີ່ແບນັ້ນ ເປັນ​ປິດສະຫນທໍາ​ວ່າ:​ ​ເຮົາ​ຕ້ອງ​ປ່ອຍ​ວາງ​ແດ່​ ບໍ່​ແມ່ນ​ວ່າ​ຄອຍ​ແຕ່ ຈະ​ເອົາ​ໄວ້ ​ຢຶດ​ໄວ້​ເປັນ​
ຂອງ​ຕົນ​ເອງ ຍີ່​ງປ່ອຍ​ວາງ​ໄດ້​ເທົ່າ​ໃດ ຄວາມທຸກ​ກໍ່ຍີ່​ງນ້ອຍ​ລົງ ຍີ່​ງຍຶດ​ໄວ້ ​ຖື​ໄວ້​ຫລາຍ ຄວາມທຸກ​ກໍ່ຍີ່​ງ​ເພີ່ມ​ຂື້ນ...

No comments:

Post a Comment