Friday, August 17, 2012

ແມ່



ແມ່ຈົນໆຄົນນີ້ບໍ່ແມ່ນບໍ ຫລືເຈົ້າລືມໄປແລ້ວ?
1. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕ້ອງອຸ້ມທ້ອງມາເກົ້າເດືອນ (ແລ້ວໃຜຢູ່ຂ້າງໃນ)
2. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຈະກີນຈະນອນກໍ່ຕ້ອງຄອຍລະມັດລະວັງເພື່ອບໍ່ໃຫ້ກະທົບກະເທືອນ
ລູກນ້ອຍທີ່ຢູ່ໃນທ້ອງ
3. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕອນຄອດເຈົ້ານັ້ນເຈັບທໍລະມານເຫລືອເກີນຈົນເກືອບຈະເອົາຊີວິດບໍ່ລອດ
4. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍ
ເຊັດຂີ້ເຊັດຍ່ຽວ ອາບນ້ຳແລະທຳຄວາມສະອາດໃຫ້ເຈົ້າຢູ່ຕະຫລອດເວລາ
5.ແມ່ຈົນໆຄົນນີ້ບໍ່ແມ່ນບໍ?....... ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍປ້ອນເຂົ້າປ້ອນນ້ຳ ໃຫ້ນົມໃຫ້ອາຫານເຈົ້າຢູ່ຕະຫລອດເວລາ 
ຫິວກໍ່ບໍ່ໄດ້ກິນຍ້ອນເຫັນແກ່ລູກນ້ອຍ
6. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍ
ອົບຮົມສັ່ງສອນ ໃຫ້ທັງຄວາມຮັກແລະຄວາມຫ່ວງໃຍ ມົດກໍ່ບໍ່ໃຫ້ໄຕ່ ໄຮກໍ່ບໍ່ໃຫ້ຕອມ
7. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍ
ດູແລເຈົ້າ ຍາມກີນບໍ່ໄດ້ກີນ ຍາມນອນບໍ່ໄດ້ນອນ ຕ້ອງຄອຍເຝົ້າ
ກ່ອມເຈົ້າຫລັບແລ້ວ ຈື່ງໄດ້ນອນ
8. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.....ທີ່ຕ້ອງອົດທົນຕໍ່ຄວາມທຸກຍາກ
ລຳບາກຕ່າງໆ ເພື່ອເຮັດວຽກເຮັດການຫາລ້ຽງເຈົ້າ
9. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ເມື່ອເຈົ້າໃຫຍ່ມາແລ້ວ ຕ້ອງຄອຍສົ່ງເຈົ້າເຂົ້າໂຮງຮຽນເພື່ອຫາວິຊາຄວາມຮູ້ 
10. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.....ເມື່ອເຈົາໃຫຍ່ຂື້ນມາແລ້ວ ກໍ່ຍັງຄອຍຊ່ວຍເຫລືອໃຫ້ຄຳປືກສາ ຫາອາຫານແຕ່ງກີນໃຫ້
ກີນທຸກເຊົ້າທຸກຄໍ່າ (ແລ້ວມີຈັກເທື່ອບໍທີ່ເຈົ້າໄດ້ຊື່ນຊົມສີມື ການແຕ່ງກິນຂອງແມ່)
11. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອຍລ້ຽງເຈົ້າທັງທາງດ້ານ
ຮ່າງກາຍແລະຈິດໃຈ ແລະຍັງເປັນຜູ້ຢູ່ເບື້ອງຫລັງຄວາມສຳເລັດ
ຂອງເຈົ້າທັງຫມົດໃນວັນນີ້
12. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຈະຈາກເຈົ້າໄປແບບບໍ່ມີວັນຫວນກັບ ໃນເວລາອັນສັ້ນໆຂ້າງຫນ້ານີ້. ແລ້ວວັນນີ້ເຮົາໄດ້ເຮັດຫຍັງ
ເພື່ອແມ່ແດ່ແລ້ວ? ເຈົ້າໄດ້ຕອບແທນບຸນຄຸນພໍ່ແມ່ແລ້ວຫລືຍັງ?
ຊີວິດຄົນເຮົານັ້ນສັ້ນຍີ່ງຫນັກ ບໍ່ແນ່ນອນ ມື້ນີ້ເຫັນຫນ້າກັນ  
ມື້ອື່ນອາດຈະເຫັນໂລງສົບກໍ່ໄດ້ ໃຜຈະໄປຮູ້ ສະນັ້ນໃນຍາມທີ່ພໍ່ແມ່
ຍັງມີຊີວິດຢູ່ ກໍ່ຄວນລ້ຽງດູບົວລະບັດທ່ານ ໃຫ້ຢູ່ດີມີສຸກ ໃຫ້ເຂົ້າໃຈວ່າຜູ້ເຖົ້າມັກໃຈນ້ອຍ (ໄດ້ຍີນແມ່ເວົ້າໃນຍາມຍັງນ້ອຍ) ຄຳເວົ້າເຮົາອາດຈະເຮັດໃຫ້ທ່ານເສຍໃຈໄດ້ບາງຄັ້ງຄາວ
ສະນັ້ນກໍ່ຄວນລະວັງຢ່າເວົ້າຫຍັງທີ່ຮຸນແຮງໃສ່ທ່ານ ແທ້ຈິງແລ້ວເລື່ອງອາຫານການກີນຜູ້ເຖົ້າກີນບໍ່ຫລາຍດອກ
ສອງສາມຄຳກໍ່ອີ່ມແລ້ວ ເຮົາກໍ່ຄວນຫາອາຫານແຊບໆໃຫ້ທ່ານກີນດ້ວຍ ເຮັດໃຫ້ທ່ານຮູ້ວ່າເຮົາຫ່ວງໃຍຢູ່ຕະຫລອດເວລາ...

(ແລະສຸດທ້າຍມໍລະດົກກໍ່ຈະເປັນຂອງເຮົາ ຮ່າຮ່າໆໆໆ ບໍ່ແມ່ນເນາະ)
   ລູກຄົນໃດກະທຳກຳແກ່ແມ່ ສຸດຊົ່ວແທ້ຕໍ່າຊ້າສິ້ນລາສີ
   ລູກດ່າພໍ່ຕີແມ່ລູກບໍ່ດີ ລູກກາລີເຮັດໃຫ້ພໍ່ແມ່ຊ້ຳນ້ຳຕາລິນ
   ນ້ຳຕາພໍ່ແມ່ໄຫລລິນເມື່ອລູກຮ້າຍ      ນ້ຳຕາພໍ່ແມ່ໄຫລເປັນສາຍເມື່ອລູກຫມີ່ນ
   ນ້ຳຕາພໍ່ແມ່ໄຫລລົງຫົດພື້ນດິນ         ເມື່ອໄດ້ຍິນວ່າລູກເສເພເນລະຄຸນ
   
   ທຽນໃຫ້ແສງສະຫວ່າງ ພໍ່ແມ່ຊີ້ທາງດີໃຫ້ລູກເດີນ
   ລູກເອີຍ!!! ຢ່າຫລົງເພີນ ເດີມຕາມທາງຂອງຄົນຜີດ

   ພໍ່ກັບແມ່ມີແຕ່ຈະແກ່ເຖົ້າ     ຈະໃຫ້ລ້ຽງເຈົ້າເລື້ອຍໆໄປນັ້ນຢ່າຫມາຍ
   ລູກເອີຍ!!! ຈົ່ງໃຊ້ວິຊາຄວາມຮູ້ ເປັນຄູ່ມືໄປຈົນຕາຍ
   ເຈົ້າສະບາຍພໍ່ກັບແມ່ກໍ່ຊື່ນໃຈ.

   ຈົ່ງຈຳໄວ້ເດີ! ລູກສຸດທີ່ຮັກຂອງແມ່.  ຮັກແລະຫ່ວງລູກສະເຫມີ.

No comments:

Post a Comment