Saturday, August 18, 2012

ກຳລັງໃຈດີໆໃຫ້ຕົວເອງ



ຈົ່ງຍິ້ມໃຫ້ກັບຄວາມຫວັງ ແລະເພີ່ມພະລັງໃຫ້ກັບຊີວິດ

ບໍ່ມີໃຜເກີດມາໄຮ້ຄ່າ ແມ່ນນແຕ່ຄົນໂງ່ຈ້າທີ່ສຸດຍັງສະຫຼາດໃນບາງເລື່ອງ

ແລະຄົນສະຫຼາດທີ່ສຸດ ກໍ່ຍັງໂງ່ຈ້າໃນຫຼາຍ ໆ ເລື່ອງ...

ບໍ່ມີຫຍັງເສຍເວລາໄປຫຼາຍກວ່າ ກັບການຄິດທີ່ຈະຢ້ອນກັບໄປແກ້ໄຂອະດີດ 

ບໍ່ມີຫຍັງຊ້າເກີນໄປ ທີ່ຈະເຮັດໃນສິ່ງທີ່ຕົນຝັນ...

ຄົນທີ່ບໍ່ເຄີຍຫິວ ຍ່ອມບໍ່ຊາບຊຶ້ງໃນລົດຊາດຂອງຄວາມອີ່ມ 

ຄວາມສຳເລັດທີ່ຜ່ານຄວາມລົ້ມເຫຼວ ຍ່ອມຫອມຫວານກວ່າເກົ່າ...

ອັນຕະລາຍທີ່ສຸດຂອງຊີວິດຄົນເຮົາຄື ການຄາດຫວັງ 

ຢ່າຍອມແພ້ ຖ້າຍັງບໍ່ໄດ້ພະຍາຍາມຢ່າງເຕັມທີ່ 

ເຫດຜົນຂອງຄົນໆໜຶ່ງ 

ອາດບໍ່ແມ່ນເຫດຜົນຂອງຄົນອີກຄົນໜຶ່ງ ຖ້າເຈົ້າບໍ່ລອງກ້າວເດີນ 

ເຈົ້າຈະບໍ່ມີທາງຮູ້ເລີຍວ່າ ທາງຂ້າງໜ້ານັ້ນເປັນແນວໃດ

ບັນຫາທຸກຢ່າງລ້ວນຢູ່ທີ່ຕົວເຮົາທັງໝົດ ຍິນດີກັບສິ່ງທີ່ໄດ້ມາ 

ແລະຍອມຮັບກັບສິ່ງທີ່ເສຍໄປ 

ຫຼັງພາຍຸຜ່ານໄປ ຟ້າຍ່ອມສົດໃສສະເໝີ ມີແຕ່ມື້ນີ້ທີ່ມີຄ່າ ບໍ່ມີມື້ໜ້າ ມື້ຫຼັງ

ຄົນເຮົາບໍ່ຕ້ອງເກັ່ງໄປທຸກຢ່າງ ແຕ່ຈົ່ງສະຫນຸກກັບວຽກງານທຸກຢ່າງທີ່ໄດ້ເຮັດ
ຫົວໃຈຂອງການເດີນທາງບໍ່ໄດ້ຢູ່ທີ່ຈຸດໝາຍ 

ແຕ່ຢູ່ທີ່ປະສົບການສອງຂ້າງທາງ...ຫຼາຍກວ່າ

www.punlao.com

No comments:

Post a Comment