Saturday, August 18, 2012

ຄວາມຝັນ ຄວາມໝາຍຂອງຊີວິດຄືຫຍັງ?



ຂ້ອຍເຊື່ອວ່າທຸກຄົນລ້ວນມີຄວາມຝັນ ແລະຂ້ອຍກໍ່ເປັນໜຶ່ງໃນນັ້ນ...

ບາງຄົນ...ມີຄວາມຝັນຫຼາຍຈົນບໍ່ຮູ້ວ່າ 

ຈະເຮັດຄວາມຝັນອັນໃດໃຫ້ກາຍເປັນຈິງກ່ອນ

ຄວາມຝັນເຫຼົ່ານັ້ນຈຶ່ງເປັນໄດ້ພຽງແຕ່ ຝັນກາງວັນ

ບາງຄົນ... ຄິດວ່າຝັນນັ້ນໄກເກີນ ຈຶ່ງຍອມປ່ອຍຝັນນັ້ນໃຫ້ຫຼຸດລອຍໄປ 

ທັ້ງໆທີ່ຍັງບໍ່ລອງພະຍາຍາມເລີຍຈັກເທື່ອ...

ບາງຄົນ...ລົງມືຕາມຫາຄວາມຝັນໃຫ້ກາຍເປັນຈິງ ແຕ່ກໍ່ເລີກລົ້ມກາງທາງ 

ເພາະຂາດກຳລັງໃຈ ທໍ້ໃຈ ແລະພະລັງແຫ່ງຄວາມຝັນໝົດລົງ

ມີພຽງຄົນກຸ່ມນ້ອຍຈຳນວນໜຶ່ງ ທີ່ສາມາດເຮັດຄວາມຝັນໃຫ້ກາຍເປັນຈິງ 

ພວກເຂົາບອກເຄັດລັບວ່າ 

ສິ່ງທີ່ຈະເຮັດໃຫ້ຝັນເປັນຄວາມຈິງຂື້ນມາໄດ້ນັ້ນຄື 

ຄວາມອົດທົນ ແລະຄວາມພະຍາຍາມ ທີ່ຫຼາຍລົ້ນ...

ຂ້ອຍຈຶ່ງແຂວນຄວາມຝັນໄວ້ບ່ອນທີ່ ຂ້ອຍເບິ່ງເຫັນງ່າຍ 

ເພື່ອວ່າມື້ໜຶ່ງຂ້ອຍເຜີເຮັດຄວາມຝັນນັ້ນຫາຍໄປຈະໄດ້ຮີບຄວ້າໄວ້ໃຫ້ທັນ...

ເພາະຂ້ອຍນັ້ນຢາກເປັນຄົນໜຶ່ງ  

ໃນຄົນກຸ່ມນ້ອຍທີ່ສານຝັນໃຫ້ກາຍເປັນຈິງເຖິງວ່າຈະຕ້ອງເມື່ອຍກໍ່ຕາມ ໆ

No comments:

Post a Comment