Saturday, August 18, 2012

ຕອນທີ່ແຕກຕ່າງ



ຕອນທີ່...ທີ່ແຕກຕ່າງ

ຕອນທີ່...ເຈົ້າກິນຖິ້ມກິນຂ່ວາງ ບາງຄົນອົດຕາຍ

ຕອນທີ່...ເຈົາລະຖິ້ມໂອກາດ ບາງຄົນຫວັງແຕ່ພຽງໄດ້ໂອກາດຈັກຄັ້ງໜຶ່ງ

ຕອນທີ່...ເຈົ້າຊື້ເກີບສົ້ນສູງລາຄາແພງ ບາງຄົນບໍ່ມີເກີບໃສ່

ຕອນທີ່...ເຈົ້າບໍ່ຢາກກັບເຮືອນ ບາງຄົນບໍ່ມີເຮືອນໃຫ້ກັບ

ຕອນນີ້ເຮົາທຸກຄົນກຳລັງເຮັດຫຍັງຢູ່?

ເຮົາຕ່າງມີສິ່ງທີ່ຕ້ອງເລືອກ ຕ້ອງເຮັດຕ້ອງທຳກັນຈົນຫວຸ້ນວາຍ      

ແມ່ນຫຍັງຕ່າງໆຫຼາກຫຼາຍວົນວຽນເຂົ້າມາໃນຊີວິດ ເຮົາ

ຕອນທີ່ເຮົາຕ່າງໄຂ່ວຄ້ວາຫາສິ່ງທີ່ຕ້ອງການຢ່າງບໍ່ຮູ້ຈົບສິ້ນ

ເວລາໝູນໄປເລື້ອຍໆ ມັນບໍ່ໄດ້ເວົ້າ ເຕືອນເຮົາດອກວ່າມັນບໍ່ຖ້າເຮົາ

ເວລາ ໝູນ...ໝູນໄປ...ໝູນໄປເລື້ອຍໆ

ເຮົາທຸກຄົນຕ່າງຄິດວ່າ ເຮົາຕ່າງກໍ່ມີເວລາ

ມີຈັກເທື່ອທີ່ເຮົາມານັ່ງຄິດວ່າ ເວລາທີ່ເຮົາມີ..ເຫຼືອເທົ່າໃດແລ້ວ?“

ຈົ່ງຢ່າເອົາມັນໝູນໄປຂ້າງໜ້າຄືເວລາ

ຈົ່ງໃຊ້ເວລາທີ່ ເຫຼືອຢູ່ໃຫ້ຄຸ້ມຄ່າ

ຫຼຽວເບິ່ງໃຜບາງຄົນທີ່ຄອຍພະຍຸງຊ່ວຍເຫຼືອເຮົາສະເໝີມາ

ຢ່າໃຊ້ເວລາທີ່ເຫຼືອຢູ່ຄອຍຢ້ຳເຕືອນອາດີດ

ຈົ່ງໃຊ້ເວລາເຮັດສິ່ງທີ່ດີກວ່າໃນອາດີດ

ຍາມເຈົ້າເມື່ອຍໃຫ້ເຈົ້າລອງເບິ່ງຄົນທີ່ເມື່ອຍກວ່າເຈົ້າ

    “ຢ່າລືມວ່າ...ຕອນທີ່...ເຈົ້າກຳລັງສຸກ ບາງຄົນກຳລັງທຸກ 

    .........ຕອນທີ່...ເຈົາກໍາລັງທຸກ ບາງຄົນທຸກກວ່າເຈົ້າ
                  
                   www.punlao.com

No comments:

Post a Comment