Saturday, August 18, 2012

ບາງທີ

ບາງທີ...ຂ້ອຍເຄີຍຕັ້ງຄຳຖາມກັບຕົວເອງວ່າ ແມ່ນຫຍັງຄືເປົ້າໝາຍໃນຊີວິດ

ຄວາມສຳເລັດໃນໜ້າທີ່ການງານ ຄວາມລ້ຳລວຍຮັ່ງມີ

ຄວາມມີຊື່ສຽງໄດ້ຮັບການຍອມຮັບ

ການມີສຸຂະພາບສົມບູນ

ມີໝູ່ເພື່ອນທີ່ດີ ມີຄອບຄົວທີ່ອົບອຸ່ນ

ເບິ່ງແລ້ວມັນຈະມີຫຼາຍຢ່າງເຫຼືອເກີນ

ຈົນບໍ່ແນ່ໃຈວ່າ

ຈະຫາມັນມາໄດ້ທັນພາຍໃນ 1 ຊີວິດນີ້ຫຼືບໍ ??

ຂ້ອຍຈຶ່ງຕັ້ງເປົ້າໝາຍໃຫ້ຊີວິດຕົວເອງເສຍໃຫມ່

ໂດຍທີ່ເປົ້າໝາຍນັ້ນບໍ່ເປັນສິ່ງທີ່ໄກເກີນໄຂ່ວຄວ້າ

ຫຼືເປັນສິ່ງທີ່ມືເອື້ອມເຖິງ

ຕັ້ງເປົ້າໝາຍໃຫ້ໄກພໍ

ທີ່ຈະບໍ່ເຮັດໃຫ້ແຮງໃຈໃນຊີວິດເດີນຢ້ຳຢູ່ກັບທີ່

ແລະຕັ້ງເປົ້າໝາຍນັ້ນໃຫ້ໃກ້ພໍ

ທີ່ຄວາມພະຍາຍາມຂອງເຮົານັ້ນ

ສາມາດເດີນທາງໄປເຖິງໄດ້ໃນວັນຂ້າງໜ້າ

ບາງທີຄວາມສຳເລັດໃນຊີວິດ

ກໍ່ບໍ່ໄດ້ໝາຍເຖິງການມີທຸກສິ່ງ ທຸກຢ່າງຄົບໝົດ

ຂໍພຽງໃຫ້ເຮົາໄດ້ມີພຽງບາງສິ່ງ
    
    ທີ່ເປັນສິ່ງທີ່ເຮົາຕ້ອງການແທ້ໆກໍ່ໜ້າຈະພຽງພໍແລ້ວ!!!

              www.punlao.com

No comments:

Post a Comment