Saturday, August 18, 2012

ໂລກະທຳ 8

ເລື່ອງ ໂລກທັມ ໘” (ອ່ານວ່າ ໂລກະທຳ 8) ຄຳວ່າ ໂລກທັມ ໘ ນີ້ ໝາຍເຖິງເລື່ອງຂອງໂລກ ທີ່ມີຢູ່ໃນຊີວິດປະຈຳວັນ ໃນສັງຄົມຂອງມະນຸດໂລກ ເປັນທັມທີ່ທຸກຄົນຕ້ອງປະສົບນຳກັນທຸກຄົນ ໂດຍຫຼີກໜີບໍ່ໄດ້ເລີຍ ບໍ່ວ່າຈະມັກຫຼືບໍ່ມັກກໍຕາມ ຈະຕ່າງກັນກໍພຽງວ່າ ໃຜຈະປະສົບໜ້ອຍ ໃຜຈະປະສົບຫຼາຍ ຈະຊ້າ ຫຼືຈະໄວເທົ່ານັ້ນເອງ.
ໂລກທັມ ແບ່ງອອກເປັນ ໘ ຢ່າງ ມີ ໒ ຝ່າຍຄູ່ກັນ ແລະມີຄວາມໝາຍກົງກັນຂ້າມກັນ ຄື:
໑. ໂລກທັມຝ່າຍອິດຖາລົມ ຄື ຝ່າຍທີ່ມະນຸດພໍໃຈ ມີ ໔ ເລື່ອງ:
- ໄດ້ລາບ ໝາຍຄວາມວ່າ ໄດ້ຜົນປະໂຫຍດ ໄດ້ຊັບສິນເງິນທອງ ໄດ້ບ້ານເຮືອນ ຫຼືທີ່ດິນ ສວນ ໄຮ່ນາ.
- ໄດ້ຍົດ ໝາຍຄວາມວ່າ ໄດ້ຮັບການແຕ່ງຕັ້ງໃຫ້ມີຖານະສູງຂຶ້ນ ໄດ້ຕຳແໜ່ງ ໄດ້ອຳນາດຄວາມເປັນໃຫຍ່ເປັນໂຕ.
- ໄດ້ຮັບສັນລະເສີນ ຄື ໄດ້ຍິນ ໄດ້ຟັງ ຄຳສັນລະເສີນຊົມເຊີຍ ຄຳຍົກຍ້ອງ.
- ໄດ້ສຸກ ຄື ໄດ້ຄວາມສະບາຍກາຍ ສະບາຍໃຈ ໄດ້ຄວາມເບີກບານ ບັນເທີງໃຈ.
໒. ໂລກທັມຝ່າຍອະນິດຖາລົມ ຄື ຝ່າຍທີ່ມະນຸດບໍ່ພໍໃຈ ມີ ໔ ເລື່ອງ:
- ເສຍລາບ ໝາຍຄວາມວ່າ ລາບສັກກາລະຕ່າງ ໆ ທີ່ໄດ້ມາແລ້ວເສຍໄປ.
- ເສື່ອມຍົດ ໝາຍເຖິງ ຖືກຫຼຸດຄວາມເປັນໃຫຍ່ ຖືກຖອດອອກຈາກຕຳແໜ່ງ ຫຼືອຳນາດທີ່ມີຢູ່.
- ຖືກນິນທາ ໝາຍເຖິງ ຖືກຕຳໜິວ່າບໍ່ດີ ມີຄົນເວົ້າຮອດຄວາມບໍ່ດີຂອງຕົນໃນທີ່ລັບຫຼັງ.
- ຕົກທຸກ ຄື ໄດ້ຮັບຄວາມທຸກທໍລະມານກາຍ ທໍລະມານໃຈ.
ກ່າວໂດຍຫຍໍ້ແລ້ວ ໂລກທັມ ໘ ມີ ໘ ຢ່າງ ຈັດເປັນ ໔ ຄູ່ດັ່ງນີ້:
ໄດ້ລາບ ... ເສື່ອມລາບ
ໄດ້ຍົດ ... ເສື່ອມຍົດ
ສັນລະເສີນ ... ນິນທາ
ສຸກ ... ທຸກ
ເຫລົ່ານີ້ເປັນສິ່ງທີ່ປາສະຈາກບໍ່ໄດ້ເລີຍໃນຊີວິດຄົນເຮົາ .. ຫາກພຽງເຫັນທັມຂໍ້ນີ້ຕາມຄວາມເປັນຈິງ ຮຽນຮູ້ທີ່ຈະປ່ອຍວາງໃນໂລກທັມ ໘ ໄດ້ ຊີວິດກໍຈະດີ ແລະມີຄວາມສຸກຂຶ້ນ 
www.punlao.com

No comments:

Post a Comment