Saturday, August 18, 2012

ບຸນປີໃຫມ່ລາວ

ບຸນປີໃຫມ່ລາວ
   ນິທານ: ແຕ່ກ່ອນມີເສດຖີຜົວເມຍຄູ່ຫນຶ່ງ ປຸກເຮືອນຢູ່ໃກ້ກັບຄົນຂີ້ເຫລົ້າເຊິ່ງມີລູກສອງຄົນທີ່ມີຮູບຮ່າງງາມ ມື້ຫນຶ່ງຄົນຂີ້ເມົານີ້ເຂົ້າໄປເຮືອນຂອງເສດຖີ ແລະໄດ້ກ່າວຄຳຕິສິນນິນທາຕ່າງໆ ທ່ານເສດຖີກໍ່ບໍ່ພໍໃຈເລີຍຕອບໄປວ່າເຈົ້ານີ້ກິນເຫລົ້າເມົາແລ້ວ ເປັນຫຍັງຈຶ່ງມາອາລະວາດແຖວນີ້ ແມ່ນແຕ່ຂ້ອຍຜູ້ມີຊັບສົມບັດມະຫາສານເຈົ້າກໍ່ຍັງມາຫມີ່ນປະຫມາດ. ຊາຍຂີ້ເມົາກໍ່ຕອບໄປວ່າທ່ານມີຊັບສົມບັດມະຫາສານກໍ່ບໍ່ສຳຄັນເພາະທ່ານຍັງບໍ່ມີລູກຊາຍສືບຕະກຸນ ຕາຍໄປແລ້ວສົມບັດຂອງທ່ານກໍ່ເອົາໄປບໍ່ໄດ້  ສ່ວນຂ້າພະເຈົ້າມີລູກແລ້ວຈຶ່ງຖືໄດ້ວ່າປະເສີດກ່ວາທ່ານ.
   ເມື່ອເສດຖີໄດ້ຟັງກໍ່ຕໍ່າຄ້ອຍນ້ອຍໃຈ ຈຶ່ງຕັດສິນໃຈໄປອ້ອນວອນຂໍລູກໂດຍການໄປໄຫວ້ດວງຈັນແລະດວງອາທິດເຖິງສາມປີກໍ່ບໍ່ສຳເລັດ ຢູ່ມາມື້ຫນຶ່ງເປັນວັນນັກຂັດຕະລຶກສົງການ ດວງອາທິດເຄື່ອນຍ້າຍຈາກລາສີມິນໄປສູ່ລາສີເມດທ່ານເສດຖີພ້ອມດ້ວຍບໍລິວານ ກໍ່ເດີນທາງໄປສູ່ຕົ້ນໄຊໃຫຍ່ຕົ້ນຫນຶ່ງເພື່ອອ້ອນວອນຂໍລູກຕັ້ງຈິດອະຖິຖານວ່າຂໍໃຫ້ໄດ້ລູກຜູ້ທີ່ປະເສີດ ເຈົ້າພໍ່ຕົ້ນໄຊເກີດຄວາມສົງສານຈຶ່ງເຫາະຂຶ້ນໄປໄຫວ້ພຣະອິນ ໆຈຶ່ງແຕ່ງໃຫ້ ທຳມະປາລະເທບພະບຸດ ລົງມາເກີດເປັນລູກຊາຍຂອງເສດຖີໄດ້ຊື່ວ່າ ທຳມະບານກຸມມານ ທ່ານເສດຖີຮັກລູກຄົນນີ້ຫລາຍຈຶ່ງສ້າງເຮືອນເຈັດຊັ້ນໃຫ້ຢູ່ໃກ້ກັບຕົ້ນໄມ້ໃຫຍ່ຮີມຝັ່ງແມ່ນໍ້າແຫ່ງຫນຶ່ງເຊິ່ງມີຝູງນົກອາໄສຢູ່ຢ່າງຫລວງຫລາຍ ຈຶ່ງເຮັດໃຫ້ທຳມະບານກຸມມານຮຽນຮູ້ພາສານົກເປັນຢ່າງດີ ແລະເມື່ອອາຍຸເຈັດປີກໍ່ຮຽນຈົບໄຕເພດ(ຄຳພີພາມ).
   ຊາວໂລກໃນຍຸກນັ້ນນັບຖືທ້າວມະຫາກະບິນລະພົມ ເຊິ່ງເປັນອາຈານຫນຶ່ງທີ່ມີຊື່ສຽງສອນມຸງຄຸນໃຫ້ຄົນທັງຫລາຍ ເມື່ອໄດ້ຮູ້ວ່າທຳມະບານກຸມມານກໍ່ເປັນນັກປາດຜູ້ຫນຶ່ງຈຶ່ງໄດ້ລົງມາຖາມບັນຫາເພື່ອທີ່ຈະເອົາຊະນະ ກ່ອນຖາມກໍ່ມີສັນຍາໄວ້ວ່າຫາກໃຜແພ້ຈະຖືກຕັດຫົວ ຜູ້ທີ່ຊະນະກໍ່ຈະຫລອດ. 
ບັນຫາມີສາມຂໍ້ຄື:
      1. ຕອນເຊົ້າລາສີຂອງຄົນຢູ່ໃສ?
      2. ຕອນສວຍລາສີຂອງຄົນຢູ່ໃສ?
      3. ຕອນແລງລາສີຂອງຄົນຢູ່ໃສ?
ໂດຍໃຫ້ເວລາເຈັດວັນ ຫົກວັນຜ່ານໄປທຳມະບານກໍ່ຍັງຄິດບໍ່ອອກຈຶ່ງຕັດສິນໃຈຫນີເຂົ້າປ່າແລະບັງເອີນໄປນັ່ງພັກຢູ່ກ້ອງຕົ້ນໄມ້ໃຫຍ່ຕົ້ນຫນຶ່ງ ເລີຍໄດ້ຍິນນົກອິນຊີຜົວເມຍລົມກັນວ່າ:  ເມຍຖາມ: ມື້ອື່ນເຮົາຊິໄດ້ຫຍັງກິນເປັນອາຫານ? ຜົວຕອບວ່າ: ມື້ອື່ນເຮົາຊິໄດ້ຊີ້ນຄົນກິນເປັນອາຫານ. ເຊິ່ງຈະເປັນຊາກສົບຂອງທ້າວທຳມະບານກຸມມານທີ່ແກ້ບັນຫາຂອງກະບິນລະພົມບໍ່ໄດ້ ຈຶ່ງຈະຖຶກຕັດຄໍໃນມື້ອື່ນ ເມື່ອຟັງແລ້ວນາງເມຍນົກກໍ່ຍິ່ງສົງໃສຈຶ່ງຖາມຜົວວ່າ ບັນຫານັ້ນວ່າແນວໃດ, ແລ້ວເຈົ້ຮູ້ບໍ? ອື່ມ!!! ຮູ້ຜົວກໍ່ເລີຍຕອບວ່າ: ຕອນເຊົ້າລາສີຂອງຄົນຢູ່ຫນ້າ ຄົນຈຶ່ງເອົານໍ້າລ້າງຫນ້າໃນຕອນເຊົ້າ, ຕອນສວຍລາສີຂອງຄົນຢູ່ເອິກ ຄົນຈຶ່ງມັກເອົານໍ້າລູບເອິກ ແລະຕອນຄໍ່າລາສີຂອງຄົນຢູ່ທີ່ຕີນ ຄົນຈຶ່ງມັກເອົານໍ້າລ້າງຕີນ (ກ່ອນນອນ).
   ເມື່ອທຳມະບານກຸມມານໄດ້ຟັງກໍ່ຈື່ຈຳໄວ້ແລະເອົາໄປຕອບທ້າວກະບິນລະພົມໃນວັນທີ່ເຈັດ ຜົນອອກມາທຳມະບານກຸມມານຖືກລາງວັນທີ່ຫນຶ່ງ ອຸ້ຍ!!! ບໍ່ກ່ຽວເລີຍ, ທຳມະບານກຸມມານຕອບຖືກ. ທ້າວກະບິນລະພົມກໍ່ຍອມຕັດຫົວຂອງຕົວເອງຕາມທີ່ໄດ້ຕົກລົງກັນໄວ້ ແຕ່ຫົວຂອງກະບິນລະພົມນັ້ນມີລິດເດດແລະສັກສິດຫລາຍ ຖ້າຕົກລົງພື້ນດິນຈະເກີດໄຟໄຫມ້ໂລກທັນທີ, ຖ້າໂຍ້ນຂື້ນໄປເທິງອາກາດຝົນກໍ່ຈະບໍ່ຕົກຖືກຕ້ອງຕາມລະດູການ, ແລະຖ້າຈະຖິ້ມລົງໃນມະຫາສະມຸດນໍ້າໃນມະຫາສະມຸດກໍ່ຈະແຫ້ງ, ຈຶ່ງບອກລູກສາວທັງເຈັດໃຫ້ເອົາພານມາຮອງຮັບເອົາ ແລະສັ່ງໃຫ້ລູກສາວທັງເຈັດເອົາຫົວຂອງພໍ່ນັ້ນໄປແຫ່ອ້ອມເຂົາພຣະສຸເມນ 60ນາທີ ແລ້ວຈຶ່ງເອົາໄປປະດິດສະຖານໄວ້ທີ່ພູເຂົາໄກລາດຄັນຮອດຂວບປີໃດ ກໍ່ໃຫ້ລູກສາວທັງເຈັດຄົນນັ້ນປ່ຽນກັນເອົາຫົວຂອງພໍ່ອອກມາແຫ່ອ້ອມເຂົາພຣະສຸເມນ 60ນາທີ ແລ້ວກໍ່ເອົາໄປປະດິດສະຖານໄວ້ທີ່ເດີມ.
ຄວາມຮູ້ຈາກເລື່ງ: ພົມມີສີ່ຫນ້າຄື: ພົມວິຫານສີ່
ເມດຕາ: ຄວາມຮັກ. ກະລຸນາ: ຄວາມສົງສານ. ມຸທິຕາ: ຄວາມຍິນດີ. ອຸເປກຂາ: ຄວາມວາງເສີຍ.

No comments:

Post a Comment