Saturday, August 18, 2012

ພຸດທະທໍານາຍ

**ພຸດທະທໍານາຍ 16 ຂໍ້ ສຸດອັດສະຈັນ**

ສຸດອັດສະຈັນ 16 ຄໍາທໍານາຍຂອງພະພຸດທເຈົ້າ ຊີ້ຊະຕາມະນຸດໂລກ
ໃນຍຸກໂລກາພິວັດ ທີ່ຄວາມຈະເລີນທາງດ້ານວັດຖຸກ້າວຫນ້າໄປຢ່າງບໍ່ຢຸດຢັ້ງ ແຕ່ສິ່ງທີ່ຫນ້າສັງເກດກໍ່ຄື ເປັນຫຍັງຄົນໃນໂລກຈຶ່ງມີຄວາມສຸກນ້ອຍລົງ ແລະກໍ່ມີແນວໂນ້ມວ່າ
ບັນຫາການດໍາເນີນຊີວິດກໍ່ມີເພີ່ມຂຶ້ນ ໂດຍສະເພາະບັນຫາທາງດ້ານສິລທັມ ຈຣິຍທັມ ອັນເປັນຄວາມຈະເລີນທາງດ້ານຈິດໃຈ ທຸກວັນນີ້ເຮົາຮູ້ດີວ່າມີເຫດການ
ທີ່ຮ້າຍແຮງເກີດຂຶ້ນໃນໂລກ ບໍ່ວ່າຈະເປັນບ້ານເພິ່ນບ້ານເຮົາ ເຊັ່ນ ໄພພິບັດທາງທໍາມະຊາດ ແລະໄພທີ່ເກີດຈາກນໍ້າມືຂອງມະນຸດດ້ວຍກັນເອງ ຫລາຍໆສິ່ງ ທີ່ເຄື່ອງມືທາງວິທະຍາສາດກໍ່ສາມາດນໍາມາໃຊ້ ຄາດການລາວງຫນ້າໄດ້ ແລະຮັບມືໄດ້ທັນເວລາ ແຕ່ກໍ່ມີອີກຫລາຍໆສິ່ງທີ່ເຄື່ອງມືທາງວິທະຍາສາດເຂົ້າບໍ່ເຖິງ ແຕ່ຢາກຈະບອກວ່າ: ເຫດການຫລາຍໆຢ່າງທີ່ເກີດຂຶ້ນໃນປັດຈຸບັນນີ້ ເປັນສິ່ງທີ່ພະພຸດທະເຈົ້າ ໄດ້ທໍານາຍລ່ວງຫນ້າມາແລ້ວກ່ວາ 2,700 ປີ ຫລາຍໆຄົນອາດຈະບໍ່ເຊື່ອຫລືບໍ່ເຄີຍໄດ້ຟັງມາກ່ອນເລີຍກໍ່ມີ ດັ່ງນັ້ນຜູ້ກ່ຽວຈຶ່ງຢາກຂໍນໍາສະເຫນີເລື່ອງພຸດທະທໍານາຍ ອັນປາກົດຢູ່ໃນອັດຖະກະຖາພະໄຕປີດົກມະຫາສຸບິນນິມິດຊາດົກ...
ເຊິ່ງເປັນເລື່ອງເລົ່າໃນສະໄຫມ ພະພຸດທະເຈົ້າໄດ້ທໍານາຍພະສຸບິນ 
(ຄວາມຝັນ) ໃຫ້ພະເຈົ້າປະເສນທິໂກສົນມີ 16 ຂໍ້ດັ່ງຕໍ່ໄປນີ້: 
ເຫດການ: ວັນຫນຶ່ງພະເຈົ້າປະເສນທິໂກສົນ ຜູ້ຄອງກຸງສາວັດຖີໄດ້ຝັນເຫັນນິມິດອັນ
ໃຫຍ່ຫລວງ 16 ປະການຄື: ອັນເປັນຄວາມຝັນທີ່ແປກປະຫລາດ ຈຶ່ງຕົກພະໄທ (ໃຈ) ຕື່ນບັນທົມທັນທີແລະເມື່ອຮຸ່ງເຊົ້າ ກໍ່ໄດ້ເຊີນໃຫ້ພາມປຸໂລຫິດປະຈໍາລາດຊະສໍານັກ
ມາທຳນາຍພວກພາມປຸໂລຫິດກໍ່ທຳນາຍວ່າ: ຈະມີເຫດຮ້າຍເກີດຂຶ້ນ ພະອົງຈະປະສົບໄພຮ້າຍສາມປະການຄື: ບໍ່ເສຍລາຊະຊັບກໍ່ຈະມີໂລກໄພໄຂ້ເຈັບ
ມາບຽດບຽນ ຫລືບໍ່ກໍ່ຕ້ອງສະຫວັນຄົດ (ຕາຍ ) ຢ່າງໃດຢ່າງຫນຶ່ງ ແລະແນະນຳໃຫ້ພະອົງບູຊາຍັນສັດເພື່ອສະເດາະເຄາະ ແລະເມື່ອພະນາງມັນລິກາ ພະມະເຫສີໄດ້ຮູ້ເລື່ງຈຶ່ງທູນໃຫ້ໄປຂໍຄຳແນະນຳຈາກພະພຸດທະເຈົ້າ ເຊິ່ງພະພຸດທະເຈົ້າກໍ່ໄດ້ທຳນາຍວ່າ: ເຫດຮ້າຍນັ້ນຈະເກີດຂຶ້ນແນ່ນອນ ພຽງແຕ່ມັນຈະບໍ່ເກີດຂຶ້ນກັບພະເຈົ້າປະເສນທິໂກສົນ ຫລືແວ່ນແຄວ້ນຂອງພະອົງແຕ່ຢ່າງໃດ ແຕ່ເຫດຮ້າຍນັ້ນຈະເກີດຂຶ້ນແກ່ສັດໂລກທົ່ວໆໄປ
ແລະແກ່ສາສະຫນາຂອງພະອົງ ໃນພາຍພາກຫນ້າເມື່ອລ່ວງເລີຍພຸດທະການ
ໄປແລ້ວ 2,500 ປີ ເມື່ອສາສະຫນາເສື່ອມລົງ (ກ່າວກັນວ່າສາສະຫນາຂອງພະພຸດທະອົງຈະຍືນຍາວຮອດ 5,000 ປີ ຫລັງຈາກນັ້ນຕ້ອງຖ້າຈົນຮອດນຸກຂອງພະສີອະລິຍະເມດໄຕ ພະພຸດທະເຈົ້າອົງຕໍ່ໄປລົງມາໂປດ)
     ຄວາມຝັນຂອງພະເຈົ້າປະເສນທິໂກສົນ ແລະຄຳທຳນາຍຂອງພະພຸດທະເຈົ້າ 
16 ຂໍ້ມີດັ່ງຕໍ່ໄປນີ້:

1.       ຊົງຝັນວ່າ: ມີຄວາຍຜູ້ສີ່ໂຕຄິດຈະຊົນກັນ ຕ່າງກໍ່ພາກັນແລ່ນມາສູ້ທ້ອງພະລານຫລວງຈາກທິດທັງສີ່ ຝູງຊົນຕ່າງກໍ່ພາກັນເຝົ້າເບິ່ງ ຄວາຍທັງສີ່ ກໍ່ພາກັນສົ່ງສຽງຮ້ອງຄວນຄາງດັງລັ່ນ ແຕ່ສຸດທ້າຍ
ກໍ່ຖອຍອອກໄປບໍ່ຊົນກັນຊ້ຳ...ພະພຸດທະເຈົ້າທຳນາຍວ່າ: ໃນອະນາຄົດໃນຊ່ວງສາສະຫນາຂອງພະອົງ ເມື່ອໂລກຫມູນໄປສູ່ຈຸດທີ່ເສື່ອມລົງ ມະນຸດບໍ່ຕັ້ງຢູ່ໃນສິລທັມອັນດີງາມ ຝົນຟ້າຈະແລ້ງ ໄພຮ້າຍຈະເກີດຂຶ້ນ ເຫມືອນເມກຕັ້ງເຄົ້າຄ້າຍຈະມີຝົນຕົກ ມີສຽງຟັ້າຮ້ອງຕຶ່ງໆ! ດັງລັ່ນ ແຕ່ແລ້ວສຸດທ້າຍຝົນກໍ່ບໍ່ຕົກກັບຫາຍໄປເສີຍເລີຍ...ເຫມືອນຄວາຍທັງສີ່ ທຳທ່າວ່າ
ຈະຊົນກັນ ແຕ່ສຸດທ້າຍກໍ່ບໍ່ຊົນແຍກກັນ ໄປທາງໃຜທາງມັນບໍ່ຊົນກັນຊ້ຳ.
2.       ຊົງຝັນວ່າ: ຕົ້ນໄມ້ນ້ອຍໆ ແລະກໍໄຜ່ທີ່ສູງໃຫຍ່ພຽງຄືບ ພຽງສອກ ກໍ່ອອກດອກອອກຜົນແລ້ວ...ພະພຸດທະເຈົ້າທຳນາຍວ່າ: ຕໍ່ໄປໃນອະນາຄົດເມື່ອໂລກ
ເສື່ອມ ມະນຸດເຖິງແມ່ນວ່າຈະຍັງສາວ ມີອາຍຸຍັງນ້ອຍ ກໍ່ຈະມີລາຄະອັນແກ່ກ້າ ແລະສົມສູ່ກັນຕັ້ງແຕ່ຍັງນ້ອຍແລະຈະມີລູກຕັ້ງແຕ່ຍັງນ້ອຍ...
ເຫມືອນກັບຕົ້ນໄມ້ນ້ອຍໆກໍ່ມີດອກອອກຜົນແລ້ວ.
3.       ຊົງຝັນວ່າ: ເຫັນຄວາຍແມ່ເຖົ້າພາກັນດື່ມນົມຂອງຝູງລູກໆທີ່ຫາກໍ່ເກີດ
ພະພຸດທະເຈົ້າທຳນາຍວ່າ: ຕໍ່ໄປໃນອະນາຄົດຕະການ ການເຄົາລົບນົບນ້ອມຜູ້ໃຫຍ່ 
ເຊັ່ນ:ພໍ່ແມ່ ຄູບາອາຈານຈະເສື່ອມຖອຍລົງ ຜູ້ເຖົ້າຜູ້ແກ່ຈະບໍ່ມີທີ່ເພິ່ງພາອາໄສ ຫາລ້ຽງຕົນເອງບໍ່ໄດ້ ກໍ່ຕ້ອງໄປງໍ້ ປະຈົບປະແຈງລູກໆ ເຫມືອນດັ່ງແມ່ຄວາຍເຖົ້າ
ທີ່ຕ້ອງກິນນົມລູກໆຂອງຕົນເອງ
4.       ຊົງຝັນວ່າ: ຄົນບໍ່ໃຊ້ຄວາຍໃຫຍ່ ທີ່ສົມບູນແຂງແຮງທຽມແອກລາກກວຽນ ແຕ່ກັບໄປໃຊ້ຄວາທີ່ຍັງອ່ອນໆ ທີ່ປາດສະຈາກກໍາລັງແຮງມາລາກ ເມື່ອມັນລາກໄປບໍ່ໄດ້ມັນກໍ່ສະບັດແອກນັ້ນຖິ້ມ...ພະພຸດທະເຈົ້າທຳນາຍວ່າ: ໃນອະນາຄົດຂ້າງຫນ້າ ເມື່ອຜູ້ມີອໍານາດບໍ່ຕັ້ງຢູ່ໃນທໍາ ແທນທີ່ຈະຍົກຍ້ອງ
ແລະມອບຫມາຍອໍານາດໃຫ້ແກ່ຜູ້ມີສະຕິປັນຍາຄວາມຮູ້ ແຕ່ກັບໄປມອບໃຫ້
ກັບຄົນຫນຸ່ມໆທີ່ອ່ອນປະສົບການ ດ້ອຍຄວາມຮູ້ ເຮັດໃຫ້ປະຕິບັດຫນ້າທີ່ບໍ່ໄດ້ດີ ກິດຈະການຕ່າງໆກໍ່ເຮັດບໍ່ສໍາເລັດ ກໍ່ເຫມືອນໃຊ້ຄວາຍອ່ອນໆມາທຽມແອກ
ລາກກວຽນ ກວຽນບໍ່ສາມາດເຄື່ອນທີ່ໄປໄດ້ ສັນໃດ ກໍ່ສັນນັ້ນ
5.       ຊົງຝັນວ່າ: ເຫັນມ້າໂຕຫນຶ່ງມີປາກສອງຂ້າງ ແລະຝູງຊົນກໍ່ພາກັນເອົາຫຍ້າໄປປ້ອນທີ່ປາກທັງສອງຂ້າງ ມັນກໍ່ກິນທັງສອງຂ້າງ
ຢ່າງແຊບຊ້ອຍ...ພະພຸດທະເຈົ້າທຳນາຍວ່າ: ໃນອະນາຄົດເມື່ອຜູ້ບໍລິຫານ ຫລືຜູ້ມີອໍານາດບໍ່ດຳລົງຕົນຢູ່ໃນສິນທໍາ ແຕ່ງຕັ້ງຄົນພານ ຫລືຄົນບໍ່ດີໄວ້ໃນຕໍ່າແຫນ່ງ
ທີ່ມີຜົນຕໍ່ບຸກຄົນອື່ນ ຄົນເຫລົ່ານັ້ນກໍ່ຈະບໍ່ນຶກເຖິງ ບາບ ບຸນ ຄຸນ ໂທດ ແຕ່ຈະຕັດສິນ
ຄະດີຕ່າງໆຕາມໃຈຊອບ ໂດຍເອົາສິນບົນຈາກທັງສອງຝ່າຍເປັນປະມານ 
ເຫມືອນກັບມ້າທີ່ກິນຫຍ້າທັງສອງປາກ.
6.       ຊົງຝັນວ່າ: ຝູງຊົນເອົາຖາດຄໍາລາຄາແພງ ໄປໃຫ້ຫມາຈິ້ງຈອກເຖົ້າໂຕຫນຶ່ງ
ພ້ອມທັງເຊີນ ໃຫ້ຫມາຈິ້ງຈອກເຖົ້າໂຕນັ້ນຍ່ຽວໃສຖາດຄໍານັ້ນ...
ພະພຸດທະເຈົ້າທໍານາຍວ່າ: ຕໍ່ໄປໃນພາຍພາກຫນ້າຄົນມີຕະກຸນດີໆທັງຫລາຍ
ຈະສິ້ນອໍານາດວາດສະຫນາ ຄົນຕະກຸນຕໍ່າ ຫລືຄົນພານ ຄົນບໍ່ດີຈະໄດ້ເປັນໃຫຍ່
ແລະຄົນມີຕະກຸນທັງຫລາຍ ກໍ່ຈະຍົກເອົາລູກສາວໃຫ້ແກ່ຜູ້ໄຮ້ຕະກຸນດີໆ 
(ຄົນຊົ່ວ) ເຫລົ່ານັ້ນ ເຫມືອນຝູງຊົນເອົາຖາດຄໍາໄປໃຫ້ ຫມາຍ່ຽວໃສ່ ສັນໃດ ກໍ່ ສັນນັ້ນ.
7.       ຊົງຝັນວ່າ: ເຫັນຊາຍຄົນຫນຶ່ງກໍາລັງນັ່ງຝັ້ນເຊືອກຢູ່ ແລະຢ່ອນລົງໄປກ້ອງຕີນ
ຂອງຕົວເອງ ມີຫມາແມ່ຈິ້ງຈອກປ່ວຍໂຕຫນຶ່ງ ນອນຢູ່ກ້ອງຕັ່ງນັ່ງນັ້ນທີ່ຊາຍຄົນນັ້ນນັ່ງຢູ່ ແລ້ວມັນກໍ່ກັດກິນເຊືອກນັ້ນ ໂດຍທີ່ຊາຍຄົນນັ້ນບໍ່ຮູ້ຕົວເລີຍ...ພະພຸດທະເຈົ້າທໍານາຍວ່າ: ໃນອະນາຄົດຂ້າງຫນ້າ ຜູ້ຍິງຈະເຫລາະແຫລະໂລເລ ລຸ່ມຫລົງມົວເມົາໃນສຸລາ
ຢາເມົາຕ່າງໆ ເອົາແຕ່ແຕ່ງໂຕທ່ຽວຫລີ້ນ ປະພຶດຕົວທຸສິນຕໍ່າຊ້າ  ແລ້ວກໍ່ຈະເອົາ
ຊັບສົມບັດທີ່ຜົວຫາມາໄດ້ດ້ວຍຄວາມຍາກລຳບາກໄປໃຊ້ ຫລືເອົາໄປໃຫ້ຊາຍຊູ້ 
ເຫມືອນຫມາແມ່ຈິ້ງຈອກປ່ວຍໂຊທີ່ຄອຍກັດກິນເຊືອກ ທີ່ຊາຍຄົນນັ້ນຝັ້ນຢູ່.
8.       ຊົງຝັນວ່າ: ມີອ່າງນໍ້າຫນ່ວຍຫນຶ່ງທີ່ເຕັມປ່ຽມຢູ່ວາງຢູ່ປະຕູວັງ ພ້ອມດ້ວຍອ່າງນໍ້າ
ເປົ່າອີກຫລາຍໆຫນ່ວຍ ແຕ່ຄົນກໍ່ຍັງໄປປຕັກນໍ້າໃສ່ອ່າງທີ່ເຕັມນັ້ນ ຈົນລົ້ນແລ້ວລົ້ນອີກ ໂດຍບໍ່ມີໃຜສົນໃຈທີ່ຈະຕັກໃສ່ອ່າງນໍ້າທີ່ວ່າງເລີຍ...ພະພຸດທະເຈົ້າທໍານາຍວ່າ: 
ໃນອະນາຄົດຂ້າງຫນ້າ ເມື່ອສາສະຫນາເສື່ອມລົງຄົນເປັນໃຫຍ່ ຫລືຜູ້ມີອຳນາດ
ຈະບຽດບຽນຫລືເອົາປຽບຜູ້ນ້ອຍກ່ວາ ຄົນທີ່ລວຍຢູ່ແລ້ວ ກໍ່ຈະຍິ່ງລວຍໆຂຶ້ນໄປ 
(ກົງກັບພາສິດລາວທີ່ວ່າ: ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ) ເພາະມີຄົນຈົນຫາລາຍ
ໄດ້ໄປສົ່ງໃຫ້ລວຍຍິ່ງໆຂຶ້ນໄປກ່ວາເກົ່າ ດັ່ງຝູງຊົນທີ່ຕັກນໍ້າໄປໃສ່ອ່າງນໍ້າທີ່ເຕັມ
ຢູ່ແລ້ວ ຈົນລົ້ນແລ້ວລົ້ນອີກ ບາດໄຫນ້ອຍພັດບໍ່ມີໃຜສົນໃຈ.
9.       ຊົງຝັນວ່າ: ເຫັນຫນອງແຫ່ງຫນຶ່ງ ມີດອກບົວນາໆຊະນິດຂຶ້ນຢູ່ເຕັມ ແລະກໍ່ມີທ່າຂຶ້ນ
ທ່າລົົງອ້ອມຮອບຫນອງນັ້ນ ສັດຕ່າງໆກໍ່ພາກັນກິນດື່ມນໍ້າໃນຫນອງນັ້ນ ແຕ່ແທນທີ່ນໍ້າ
ໃນບໍລິເວນທີ່ມີສັດຢຽບຢໍ່າຈະຂຸ່ນ ແຕ່ກັບໃສສະອາດ ສ່ວນນໍ້າທີ່ຢູ່ບໍລິເວນເລິກກາງຫນອງ ບ່ອນທີ່ສັດບໍ່ໄປຢຽບຊໍ້າພັດຂຸ່ນ...ພະພຸດທະເຈົ້າທໍານາຍວ່າ: ຕໍ່ໄປເມື່ອຄົນມີອໍານາດ
ບໍ່ຕັ້ງຢູ່ໃນສິນທຳ ຂາດຄວາມເມດຕາກະລຸນາ ມີແຕ່ໃຊ້ອໍານາດລີດໄຖປະຊາຊົນ ຫລືກິນສິນບົນຊາວບ້ານ ຊາວເມືອງ ຊາວບ້ານຊາວເມືອງກໍ່ຈະພາກັນຫນີໄປ
ຢູ່ຕາມຊາຍແດນຕ່າງໆ ຫລືຍ້າຍໄປທີ່ອື່ນໆທີ່ສະດວກກ່ວາ ເຮັດໃຫ້ບ່ອນນັ້ນ ບ່ອນທີ່ຄົນພາກັນຍ້າຍໄປຢູ່  ມີຄວາມຫມັ້ນຄົງ ເປັນປຶກແຜ່ນຂຶ້ນມາ ເຫມືອນນໍ້າໃນອ້ອມໆ
ແຄມຫນອງທີ່ໃສສະອາດ ສ່ວນເມືອງໃຫຍ່ພັດວ່າງເປົ່າ ເຫມືອນກາງຫນອງນ້ຳທີ່ຂຸ່ນ.
10.     ຊົງຝັນວ່າ: ເຫັນເຂົ້າທີ່ຄົນຫຸງໃນໄຫດຽວກັນສຸກບໍ່ເທົ່າກັນ ໂດຍແບ່ງອອກ
ເປັນສາມສ່ວນຄື: ເຂົ້າແສະ ເຂົ້າບໍ່ສຸກ ແລະເຂົ້າທີ່ສຸກດີ...ພະພຸດທະເຈົ້າທໍານາຍວ່າ: 
ຊົງທໍານາຍວ່າໃນອະນາຄົດຂ້າງຫນ້າ ເມື່ອຄົນທັງຫລາຍບໍ່ຕັ້ງຢູ່ໃນສິນທໍາກັນຫລາຍຂຶ້ນ ກໍ່ຈະເຮັດໃຫ້ຝົນຟ້າຕົກບໍ່ຖືກຕ້ອງຕາມລະດູການ ຫລືຕົກບໍ່ທົ່ວເຖິງ ເຮັດໃຫ້ການເພາະປູກບາງແຫ່ງໄດ້ຜົນ ບາງແຫ່ງກໍ່ບໍ່ໄດ້ຜົນ ເຫມືອນກັບເຂົ້າທີ່ສຸກແດ່ 
ບໍ່ສຸກແດ່ ແລະແສະແດ່.
11.     ຊົງຝັນວ່າ: ຄົນເອົາແກ່ນໄມ້ຈັນ (ໄມ້ທີ່ມີຄ່າຊະນິດຫນຶ່ງ) ໄປແລກປ່ຽນກັບປຽງເນົ່າ (ມີສາມຄວາມຫມາຍຄື: ນົມສົ້ມປະສົມກັບນໍ້າແລ້ວຈືນໃຫ້ນໍ້າມັນອອກ, ນໍ້າມັນຈາກໄຂຂໍ້ງົວ, ແລະເຖົາວັນປຽງ ໄມ້ຊະນິດຫນຶ່ງ) ແຕ່ໃນທີ່ນີ້ຫນ້າຈະຫມາຍເຖິງເຖົາວັນປຽງ  
ໄມ້ຊະນິດຫນຶ່ງ ທຽບກັບແກ່ນຈັນທີ່ເປັນໄມ້ເຫມືອນກັນຫລາຍກ່ວາສອງ
ຄວາມຫມາຍທໍາອິດ...ພະພຸດທະເຈົ້າທໍານາຍວ່າ: ໃນອະນາຄົດຂ້າງຫນ້າພະພິກຂຸ
ອະລັດຊີ (ພະນອກຮີດນອກຮອຍ) ຈະເຫັນແກ່ໄດ້ຫລາຍ ແທນທີ່ຈະນໍາເອົາທໍາມະ
ອັນເປັນຄໍາສັ່ງສອນຂອງພະພຸດທະເຈົ້າໄປສັ່ງສອນໃຫ້ຄົນຫລຸດພົ້ນຈາກທຸກ ແລະຄວາມໂລບຕ່າງໆ ແຕ່ກັບເອົາໄປໃຊ້ເປັນເຄື່ອງມືເພື່ອຊອກຫາກິນ ຫາປັດໄຈບໍລິຈາກເຂົ້າຕົວເອງ ເຫມືອນເອົາແກ່ນຈັນ (ທໍາມະຄໍາສອນທີ່ດີແລະສູງສົ່ງ) ໄປແລກເອົາເຖົາວັນເນົ່າ (ລາບຍົດຕ່າງໆທີ່ໄດ້ມາແລ້ວບໍ່ຈິລັງຢັ່ງຢືນ ແລະທີ່ສໍາຄັນບໍ່ເຮັດໃຫ້ພົ້ນທຸກໄດ້).
12.     ຊົງຝັນວ່າ: ບັ້ງນ້ຳເຕົ້າແຫ້ງ (ຫມາກນໍ້າເຕົ້າແຫ້ງທີ່ເອົາມາໃສ່ນໍ້າ) ຈົມນໍ້າໄດ...
ພະພຸດທະເຈົ້າທໍານາຍວ່າ ໃນອະນາຄົດຄໍາເວົ້າຂອງຄົນທີ່ບໍ່ສົມຄວນ
ໄດ້ຮັບຄວາມເຊື່ອຖື ແຕ່ກັບຈະໄດ້ຮັບຄວາມເຊື່ອຖືໂດຍປຽງທຽບຄໍາເວົ້າ
ຂອງຄົນທີ່ບໍ່ຫນ້າເຊື່ອຖືວ່າ: ມີນໍ້າຫນັກເບົາເຫມືອນກັບບັ້ງນໍ້າເຕົ້າ ເຊິ່ງປົກກະຕິຈະຟູນໍ້າ (ບໍ່ສາມາດຈົມນໍ້າໄດ້) ແຕ່ເມື່ອຄົນເຊື່ອຄໍາເວົ້າເຫລົ່ານັ້ນວ່າມີນໍ້າຫນັກຫລືຫນັກແຫນ້ນ ຈຶ່ງປຽບຄໍາເວົ້າເຫລົ່ານັ້ນວ່າມີນໍ້າຫນັກ ເຫມືອນກັບນໍ້າເຕົ້າທີ່ຈົມນໍ້າໄດ້.
13.      ຊົງຝັນວ່າ: ສີລາກ້ອນໃຫຍ່ (ຫີນ) ທີ່ມີຂະຫນາດເທົ່າເຮືອນລອຍນໍ້າໄດ້ເຫມືອນເຮືອ...
ພະພຸດທະເຈົ້າທໍານາຍວ່າ: ຖ້ອຍຄໍາຂອງຄົນທີ່ສົມຄວນໄດ້ຮັບຄວາມເຊື່ອຖື ເຊິ່ງຫນັກແຫນ້ນມີນໍ້າຫນັກປຽບດັ່ງຫີນກ້ອນໃຫຍ່ ກັບບໍ່ໄດ້ຮັບຄວາມເຊື່ອຖື ຫລືກາຍເປັນຖ້ອຍຄໍາທີ່ບໍ່ມີນໍ້າຫນັກໄປ ເຫມືອນເຮືອທີ່ລອຍນໍ້າໄດ້ (ຂໍ້ນີ້ກົງກັນຂ້າມກັບຂໍ້ທີ່ສິບສອງ) ຄື: ຄົນຫັນໄປເຊື່ອຄໍາເວົ້າຂອງຄົນທີ່ບໍ່ຫນ້າເຊື່ອຖື ເຫມືອນສິ່ງທີ່ຄວນລວຍນໍ້າແຕ່ກັບຈົມນໍ້າໄປເສີຍເລີຍ ສ່ວນສິ່ງທີ່ຄວນຈົມ
ກໍ່ພັດກັບລວຍນໍ້າໄດ້...ແປກຫນໍໂລກໃນອະນາຄົດຂ້າງຫນ້າ...ກໍ່ຄືປັດຈຸບັນນີ້ແຫລະ...
ມັນກໍາລັງເປັນໄປແລ້ວທຸກໆວັນ.
14.     ຊົງຝັນວ່າ: ເຫັນຝູງຂຽດຕົວນ້ອຍໆ ແລ່ນໄລ່ງູເຫົ່າຕົວໃຫຍ່ໆ ແລະກໍ່ກັດກິນຫນັງງູເຫົ່າຂາດເຫມືອນກັບກັດກ້ານບົວ...ພະພຸດທະເຈົ້າທໍານາຍວ່າ: ເມື່ອມະນຸດປ່ອຍຕົວປ່ອຍໃຈໄປຕາມກິເລດຕັນຫາ ສາມີຈະຕົກຢູ່ໃຕ້ອໍານາດຂອງເມຍນ້ອຍ (ເດັກ) ແລະຈະຖືກດຸດ່າວ່າກ່າວ ເຫມືອນກັບຄົນຮັບໃຊ້ ເຫມືອນກັບຂຽດຕົວນ້ອຍໆ
ແຕ່ກັບສາມາດກິນງູເຫົ່າຕົວໃຫຍ່ໆໄດ້ ສັນໃດ ກໍ່ ສັນນັ້ນ.
15.     ຊົງຝັນວ່າ: ເຫັນຝູງພະຍາຫົງທອງທີ່ມີຂົນເປັນສີທອງຖືກແວດລ້ອມດ້ວຍກາ...
ພະພຸດທະເຈົ້າທໍານາຍວ່າ: ໃນອະນາຄົດຜູ້ມີຕະກຸນຈະຕ້ອງໄປທ່ຽວປະຈົບ ແລະສະວາມິພັກ (ຍອມຈໍານົນຕໍ່) ຕໍ່ຜູ້ບໍ່ມີຕະກຸນ ເຫມືອນຫົງທອງທີ່ຖືກແວດລ້ອມດ້ວຍກາ.
16.     ຊົງຝັນວ່າ: ເຫັນຝູງແກະພາກັນໄລ່ຝູງເສືອ ແລ້ວກໍ່ກັດກິນ ເຮັດໃຫ້ເສືອ
ຊະນິດອື່ນໆສະດຸ້ງກົວ ຈົນຕ້ອງແອບຫນີໄປລີ້ໃຫ້ປອດໄພຈາກຝູງແກະ...
ພະພຸດທະເຈົ້າທໍານາຍວ່າ: ຕໍ່ໄປໃນພາຍພາກຫນ້າຄົນຊົ່ວຫລືຄົນບໍ່ດີຈະມີອໍານາດ
ວາດສະຫນາສູງສົ່ງ ແລະຈະໃຊ້ອໍານາດນັ້ນເປັນທໍາ ເຮັດໃຫ້ຄົນດີໆຖືກທໍາຮ້າຍ ຫລືບໍ່ໄດ້ຮັບຄວາມເປັນທໍາ ຕ້ອງພາກັນຫລົບຫລີກຫນີ ຊ່ອນຕົວຈາກໄພຮ້າຍຕ່າງໆ
ເຫລົ່ານັ້ນ ເຫມືອນຝູງເສືອທີ່ຕ້ອງຊ່ວນຕົວຈາກຝູງແກະ ສັນໃດ ກໍ່ ສັນນັ້ນ.

...........ເຫດການຈະເປັນຢ່າງໃດນັ້ນ ຂໍໃຫ້ພິຈາລະນາເອົາຕາມເຫດຜົນ ໆ



                     

No comments:

Post a Comment