Friday, August 17, 2012

ຊີວິດຄືການຮຽນຮູ້



ຊີວິດຄືການເດີນທາງໄປ ເພື່ອໃຫ້ໄດ້ພົບເຫັນສີ່ງຕ່າງໆ ເພື່ອຈະໄດ້ຮຽນຮູ້ຜ່ານປະສົບການທີ່ມີຄ່າ...
ຂອງທີ່ຢູ່ສູງຕ້ອງປີນໄຕ່ຂຶ້ນໄປຈື່ງຈະເຫັນໄດຊັດເຈນ ຄັນໄດແຕ່ລະຂັ້ນທີ່ປີນໄຕ່ຂຶ້ນໄປ ຍ່ອມໃຫ້ຄວາມຮູ້ເພີ່ມທັກສະ ແລະ ປະສົບການໃຫ້ແກ່ຊີວິດ ເຮັດໃຫ້ໄດ້
ຮຽນຮູ້ ແລະ ສະຫລາດຂຶ້ນເລື້ອຍໆ
ນັກປັດຊະຍາເປັນນັກຄິດ ແລະ ນັກສະແຫວງຫາຄວາມຮູ້ໂດຍວິທີການຖາມບັນຫາ ໂຕ້ຕອບກັນໄປມາຈົນໄດ້ຂໍ້ສະຫລຸບໃນທີ່ສຸດ ນັກປັດຊະຍາຊ່ວຍກະຕຸ້ນ
ໃຫ້ຄົນເຮົາໄດ້ຄິດ ແລະບໍລິຫານສະຫມອງ ໄດ້ໃຊ້ຄວາມຄິດໃຊ້ເຫດຜົນ ທ້າທາຍຕໍ່ການພິສູດ
ປັດຊະຍາສົນໃຈໃນວິທີການກະທຳຂອງມະນຸດ ເພື່ອນຳໄປສູ່ເປົ້າຫມາຍ ປັດຊະຍາຈື່ງກ່ຽວຂ້ອງກັບທຸກຄົນຢູ່ທຸກມຸມໂລກ ເພາະມະນຸດເຮົາໃນການກະທຳສີ່ງຕ່າງໆນັ້ນ
ກໍມັກຈະມີປັດຊະຍາໃນການກະທຳ ເອີ້ນວ່າປັດຊະຍາໃນການດຳເນີນຊີວິດ
ຄົນເອີລົບມີນິດໄສມັກຈົດບັນທຶກ ໃຜຄິດໃຜເຮັດສີ່ງໃດທີ່ຫນ້າເຄົາລົບ ຫນ້າສືກສາ ເຂົາຈະຈົດບັນທຶກໄວ້ໃຫ້ຄົນລຸ່ນຫລັງໄດ້ສຶກສາ ແລະ ຮຽນຮູ້ ດັ່ງທີ່ນັກປັດຊະຍາ
ເຂົາມີຄວາມຄິດແນວໃດ ຄິດຖືກຄິດຜິດແນວໃດ ຄົນລຸ່ນຫລັງກໍຈະສາມາດຮຽນຮູ້ ວິເຄາະວິໃຈ  ເພາະເຂົາບັນທຶກຄວາມຄິດຂອງນັກປັດຊະຍາເຫລົ່ານັ້ນໄວ້
ຄວາມສົງໄສຄືຕົ້ນກຳເນີດຂອງປັດຊະຍາ ແລະ ສາມາດເກີດຂື້ນໄດ້ທຸກເມື່ອຂໍໃຫ້ເຮົາມີຄວາມສົງໄສເຊັ່ນ ກ່ອນທີ່ເຮົາຈະກີນນ້ຳ ຖ້າເຮົາຫິວແຮງ ເຮົາອາດຈະຍົກນ້ຳ
ຂຶ້ນມາກີນເລີຍໂດຍບໍ່ສົງໄສຫຍັງເລີຍກໍ່ຂາດປັດຊະຍາ ປັດຊະຍາບໍ່ໄດ້ເກີດຂຶ້ນ ຖ້າກ່ອນທີ່ເຮົາຈະກີນນ້ຳເຮົາເກີດຄວາມສົງໄສຂຶ້ນມາວ່າ ນ້ຳນັ້ນອາດຈະເປື້ອນ ແລະ
ເປັນພິດ ເຮົາກໍເກີດຄວາມສົງໄສ ແລະ ປັດຊະຍາກໍເກີດຂຶ້ນໃນຂະນະນັ້ນ ຄວາມສົງໄສຕໍ່ສິ່ງທີ່ມີຢູ່ນ້ຳນັ້ນຄື ຈຸດເລີ່ມຕົ້ນຂອງປັດຊະຍາ
ເຮົາໃຊ້ປັດຊະຍາຢູ່ຕະຫລອດເວລາທີ່ມີສະຕິ ຄືເກີດຄວາມສົງໄສໃນສີ່ງທີ່ຈະກະທຳ ເມື່ອສົງໄສ ມັນກໍຈະຄິດຫາຫົນທາງເພື່ອພິສູດໃຫ້ເຫັນແຈ້ງ ແລະ ສຸດທ້າຍກໍຈະໄດ້
ຄຳຕອບ ຄຳຕອບທີ່ໄດ້ມານັ້ນກໍເປັນຄວາມຮູ້...ເປັນຜົນຂອງປັດຊະຍາ...

No comments:

Post a Comment