Friday, August 17, 2012

ໃຈເຂົາ ໃຈເຮົາ



ການຢູ່ຮ່ວມກັນໃນສັງຄົມ ຕ້ອງມີເລື່ອງໃຫ້ປວດຫົວກັນຢ່າງຫລວງຫລາຍ
ໂດຍສະເພາະກໍ່ແມ່ນເລື່ອງ ນິດໃສໃຈຄໍຂອງແຕ່ລະຄົນທີ່ມີຄວາມແຕກຕ່າງກັນ
ແຕ່ຖ້າຢາກໃຫ້ດີແລະມີຄວາມສຸກໄປດ້ວຍກັນ ເຮົາກໍ່ຕ້ອງຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ
ແລະຮູ້ຈັກການປັບຕົວໃຫ້ເຫມະສົມຢູ່ຕະຫລອດເວລາ...
ຄວາມຈິງ...ບໍ່ມີໃຜຢາກເສຍເວລາ ບໍ່ມີໃຜຢາກເດືອດເນື້ອຮ້ອນໃຈ
ແລະກໍ່ບໍ່ມີໃຜປ່ອຍໃຫ້ຄົນອື່ນມາທຳຮ້າຍຕົວເອງໂດຍບໍ່ໄດ້ປ້ອງກັນຕົວ
ການເຮັດໃຫ້ຄົນອື່ນເດືອດເນື້ອຮ້ອນໃຈບໍ່ແມ່ນເລື່ອງຍາກ (ໃຜກໍ່ເຮັດໄດ້)
ປ່ຽນວິທີຄິດດີກ່ວາ ເຫັນໃຈຄົນອື່ນແດ່
ມີບັນຫາຫຍັງ ຄ່ອຍໆເຮັດ ຄ່ອຍໆແກ້ໄຂ ແລະບໍ່ຄວນທຳຮ້າຍຄົນອື່ນ
ດ້ວຍຄຳເວົ້າທີ່ຮຸນແຮງ ເພາະມັນອາດຈະເປັນນການຖີ້ມລະເບີດໃສ່ຄົນອື່ນໂດຍທີ່ເຂົາບໍ່ທັນ
ໄດ້ປ້ອງກັນຕົວ (ແນ່ນອນວ່າບໍ່ມີໃຜມັກ ຂະຫນາດອາເມລິກາຖີ້ມລະເບີດໃສ່ບ້ານເຮົາໆຍັງແຄ້ນມັນເລີຍ)
ເຮົາຕ້ອງເສຍສະລະເວລາໃຫ້ກັບເພື່ອນມະນຸດແດ່
ຈົ່ງເຮັດໄປເຖີດເຖີງວ່າມັນຈະເປັນສິ່ງເລັກໆນ້ອຍໆ
ເຮັດບາງສິ່ງບາງຢ່າງໃຫ້ກັບຄົນທີ່ຕ້ອງການຄວາມຊ່ວຍເຫລືອ
ເຮັດບາງສິ່ງບາງຢ່າງທີ່ເຮົາບໍ່ໄດ້ຄ່າຕອບແທນ
ແຕ່ມັນເປັນ ສິດທິພິເສດ ທີ່ເຮົາຈະເຮັດໄດ້
ຈົ່ງນຶກໄວ້ສະເຫມີວ່າ ເຮົາບໍ່ໄດ້ຢູ່ໃນໂລກນີ້ພຽງຄົນດຽວ
ຍັງມີພີ່ນ້ອງຮ່ວມໂລກຂອງເຮົາຢູ່ນຳດ້ວຍ...

No comments:

Post a Comment