Friday, August 17, 2012

ຢາບ້າ



ຢາບ້ານີ້ເຂົາສະກັດມາຈາກ ແອມເຟຕາມີນ Amphetamine ຜະລິດຂຶ້ນມາເພື່ອຮັກສາຄົນໄຂ້
ທີ່ເປັນໂລກຊືມເສົ້າ ຫລືບ້ານເຮົາເອີ້ນວ່າໂລກໄກ່ຕົກນ້ຳ ແມ່ນບໍນໍ້? ອິອິ
ຕອນທີ່ຍີ່ປຸ່ນແພ້ສົງຄາມຄົນຍີ່ປຸ່ນຊືມເສົ້າຫລາຍຫມໍກໍ່ເລີຍຜະລິດຂຶ້ນມາ
ໃຫ້ຄົນຍີ່ປຸ່ນກິນ
ພໍກິນເຂົ້າໄປແລ້ວກໍ່ມີແຮງຫາຍຄຽດຫາຍເສົ້າ
ຍີ່ປຸ່ນກໍ່ເລັ່ງຜະລິດຢາອີກສົ່ງເຂົ້າໄປໃນໂຮງງານໃຫ້ທຸກຄົນກິນຫາຍເສົ້າ ແລະຕັ້ງໃຈເຮັດວຽກເພື່ອກູ້ເສດຖະກິດໃຫ້ຟື້ນກັບມາ
ກ່ວາຈະຮູ້ວ່າເປັນຢາເສບຕິດຄົນຍີ່ປຸ່ນກໍ່ຕິດໄປແລ້ວເກືອບ 2 ລ້ານຄົນ ຕ້ອງໃຊ້ເວລາ 4 ປີຈຶ່ງແກ້ບັນຫາຢາບ້າໄດ້
ຢາບ້ານີ້ຕອນກິນມັນບໍ່ບ້າແຕ່ມັນຫົວໃສ່ຄົນທີ່ກິນມັນ 555++ ມັນເຮັດໃຫ້ສະບາຍໃຈ ຂະຫຍັນ ຢາກເຮັດວຽກ
ແຕ່ພໍຢາບ້າຫມົດລິດມັນຈະບ້າທັນທີ ປານໄກ່ຖືກຄ້ອນ (ຂອງເຈ້ຍປາຊີຟິກ)
ມີຄວາມຮູ້ສຶກເຫມືອນປະສາດຫລອນ ມີຄວາມຮູ້ສຶກເຫມືອນມີຄົນຕາມຂ້າ ເລີຍຂັບລົດຫນີຫລືແລ່ນຫນີ
ສະນັ້ນບາງເທື່ອເຮົາຈຶ່ງເຫັນຄົນເມົາຢາບ້າ
ຈັບເດັກນ້ອຍເປັນຕົວປະກັນ ຫລືປີນຂຶ້ນເສົາໄຟຟ້າ ຖ້າມີຄົນມາເບີ່ງຫລາຍກໍ່ຈະຍິ່ງຢ້ານແລະມີຄວາມກ້າວລ້າວຮຸນແຮງຂຶ້ນ
ຖ້າເຮົາເຫັນແຕ່ບໍ່ເຮັດຫຍັງ ບໍ່ໄປເບິ່ງພໍຫມົດລິດຢາ ກໍ່ຈະຫາຍບ້າເອງ

No comments:

Post a Comment