Friday, August 17, 2012

ຜົນຮ້າຍຂອງຢາສູບ



ການສູບຢານອກຈາກຈະເປັນຜົນຮ້າຍຕໍ່ຮ່າງກາຍຕົນເອງ ແລະຄົນຮອບຂ້າງແລ້ວ
ຍັງເຮັດໃຫ້ເປັນຫມັນອີກດ້ວຍເປັນຜົນງານວິໄຈໃຫມ່ ແຕ່ວົງການແພດບໍ່ຮັບຮອງ...ແຕ່ຮັບຮອງ
ໂດຍຜູ້ຂຽນເອງ ປົກກະຕິແລ້ວການສູບຢາ 1 ກອກຈະເຮັດໃຫ້ອາຍຸສັ້ນລົງປະມານ 5 ເຖິງ 7 ນາທີ
ແຕ່ເຫດທີ່ເຮັດໃຫ້ເປັນຫມັນນັ້ນ...ລອງພິຈາລະນາເບິ່ງເດີ!!! ມີດັ່ງຕໍ່ໄປນີ້...
ການສູບຢາເຮັດໃຫ້ເຮົາຫາຍໃຈບໍ່ເຕັມປອດ ອິດເມື່ອຍງ່າຍເມື່ອຢາຫມົດລິດ
ຕອນສູບໃຫມ່ໆ ຂຶ້ນຂັ້ນໄດ 4 ຊັ້ນກໍ່ເມື່ອຍແລ້ວ ເກືອບບໍ່ໄຫວ...
ພໍສູບໄປດົນໆ ຂຶ້ນຂັ້ນໄດ 2 ຊັ້ນກໍ່ເມື່ອຍແລ້ວ ຫອບຫືດໆ...
ພໍສູບໄປອີກປະມານ 7 ປີ 8 ປີ ຂຶ້ນຂັ້ນໄດຊັ້ນດຽວກໍ່ເມື່ອຍແລ້ວ (ແບບນີ້ອັນຕະລາຍ)
ພໍສູບໄປອີກ 10 ປີ ເຖິງ 20 ປີ ພຽງແຕ່ເບິ່ງຫນ້າເມຍກໍ່ເມື່ອຍແລ້ວ.....ເລີຍເຮັດໃຫ້ເປັນຫມັນ... ອິອິອິ
ຄວນບໍ່ຄວນແລ້ວແຕ່ຈະພິຈາລະນາ.........ແຕ່ເປັນຜົນຮ້າຍແນ່ນອນ...

No comments:

Post a Comment