Friday, August 17, 2012

ຄິດເປັນກໍ່ເຫັນຄ່າ



ຄິດເປັນກໍ່ເຫັນຄ່າ....ຈະມີໃຜບໍນໍ້? ທີ່ຈະເຫັນຄຸນຄ່າຂອງຂີ້ຫມາ
ຫລືວ່າມີແຕ່ກີນຊີ້ນມັນຢ່າງດຽວ
ເຊິ່ງຕອນນີ້ກໍ່ກຳລັງມາແຮງໃນຫລາຍໆປະເທດ...ໂດຍສະເພາະກໍ່ແມ່ນຫວຽດນາມ
ອ້າຍນ້ອງລາວນີ້ແຫລະສຳລັບກອງຂີ້ຫມາເຖິງວ່າມັນຈະເຫມັນ
ແຕ່ຖ້າເບີ່ງເປັນກໍ່ເຫັນຄຸນຄ່າ ລອງຄິດແບບນີ້ເປັນກົນລະຍຸດໃຫມ່
ສຳລັບຜູ້ທີ່ບໍ່ເຄີຍຮູ້ຈັກ ..... ຖ້າເຫັນຂີ້ຫມາຢາກໃຫ້ມັນມີຄ່າກໍ່ຕ້ອງຄິດວ່າ
ມັນເປັນການຝຶກຄວາມອົດທົນຂອງເຮົາ ທີ່ຈະເກັບມ້ຽນມັນເພື່ອທີ່ຈະເຮັດໃຫ້ບ່ອນນັ້ນ
ສະອາດ ໂດຍສະເພາະແມ່ນຫນ້າບ້ານເຮົາ ແລະອີກກໍລະນີຫນື່ງ
ໃຫ້ຄິດວ່າມັນເປັນອຸປະສັກຂັດຂວາງຄວາມກ້າວຫນ້າຂອງເຮົາ ເຊິ່ງເຮົາຈະຕ້ອງພະຍາຍາມຫລົບຫລີກມັນ
ຫລືແກ້ໄຂໃຫ້ມັນດີຂຶ້ນ ຖ້າເຫັນຂີ້ຫມາສອງສາມກອງແລ້ວຄຽດ ໃຈຮ້າຍ ຈົ່ມ ຫລົບຫລີກບໍ່ໄດ້ ແລ້ວເຮົາຈະໄປຫລົບຫລີກ
ອຸປະສັກບັນຫາໃນຊີວິດໄດ້ແນວໃດ???
ເພາະອຸປະສັກແລະບັນຫາໃນຊີວິດນັ້ນມີຫລາຍແລະເຫມັນກ່ວາ
ກອງຂີ້ຫມາດ້ວຍຊໍ້າ...
ໂງ່ງ...ໂງ່ງ...ໂງ່ງ ສຽງຫມາເຫົ່າ...ຫລືຫມາບ້ານເຈົ້າເຫົ່າ 555+++
ວ່າແຕ່...ຢ່າລືມຂອບໃຈມັນເດີ!!!

No comments:

Post a Comment