Friday, August 17, 2012

ເວນກຳ

ເລື່ອງນີ້ເຄີຍໄດ້ຟັງມາກໍ່ພໍຈຳໆໄດ້ເລີຍເອົາມາຂຽນ: ເລື່ອງເອົາພໍ່ເຖົ້າໄປໂຍນລົງນໍ້າໃຫ້ຕາຍໆໄປສາ!!!

ເລື່ອງມີຢູ່ວ່າມີຄອບຄົວຄົນຈີນ...ມີ 3 ຄົນ ພໍ່ເຖົ້າ, ພໍ່ ແລະລູກ ແຕ່ພໍ່ເຖົ້າເປັນຄົນພິການຂະຫຍັບຕົວບໍ່ໄດ້
ໄປໃສມາໃສກໍ່ຕ້ອງອາໄສຄົນອື່ນພາໄປຕະຫລອດ ທຸກວັນພໍ່ແລະລູກຈະຕ້ອງເອົາໄປອາບນໍ້າ ປ່ຽນໂສ້ງເສື້ອ
ປ້ອນເຂົ້າປ້ອນນໍ້າເຊັດຂີ້ເຊັດຍ່ຽວເພາະເຮັດເອງບໍ່ໄດ້ ພໍຫລາຍໆປີມາກໍ່ຫນ້າຈະເບື່ອຜູ້ເປັນພໍ່ຈຶ່ງບອກກັບລູກຊາຍວ່າ
ນີ່ລູກ!!! ພໍ່ເຖົ້າເຈົ້າຢູ່ແບບນີ້ມາດົນແລ້ວ ຊ່ວຍຕົວເອງກໍ່ບໍ່ໄດ້ ຢູ່ໄປກໍ່ບໍ່ມີປະໂຫຍດ ຕ້ອງເປັນພາລະໃຫ້ເຮົາສອງພໍ່ລູກ
ພໍ່ວ່າເອົາພໍ່ເຖົ້າໄປໂຍນລົງນໍ້າດີກ່ວາ...ລູກຊາຍແຫງນເບິ່ງຫນ້າພໍ່ແຕ່ບໍ່ເວົ້າຫຍັງ...ຢູ່ມາຄືນຫນື່ງພໍ່ກໍ່ເອົາເຄ່ງຫລືໂກ໋ຍ
ຫາບກ້າມາໃສ່ພໍ່ເຖົ້າແລະພາກັນຫາບໄປແຄມນໍ້າ ພໍເຖິງແລ້ວກໍ່ວາງລົງເພື່ອຈະໂຍນ (ກໍ່ຄະດີຊັດໆແບບນີ້)
ພໍ່ຍົກຫູເຄ່ງແລະບອກໃຫ້ລູກຈັບອີກຂ້າງຫນື່ງ...ແຕ່ລູກຊາຍບອກວ່າ: ຢ່າຟ້າວ ພໍ່...ພໍ່ ໆໆໆ
ພໍ່ຖາມກັບ: ເປັນຫຍັງລະ? ລູກຕອບວ່າ: ເຄ່ງມັນຍັງໃຫມ່ຢູ່ເສຍດາຍເອົາເກັບໄວ້ກ່ອນ...ເສຍດາຍ
ພໍ່ຖາມເອົາໄວ້ເຮັດຫຍັງ? ລູກຊາຍຕອບວ່າ: ເອົາໄວ້ຕອນພໍ່ແກ່ໆເຫມືອນພໍ່ເຖົ້າຫັ້ນເດ!!!
ລູກຈະໄດ້ເອົາໃສ່ພໍ່ມາໂຍນລົງນໍ້າ..ບໍ່ຕ້ອງໄປຫາຊື້ໃຫມ່ເສຍເງິນລ້າໆ....ພໍ່ບໍ່ເວົ້າຫຍັງຕໍ່ຮີບຍົກພໍ່ເຖົ້າຂຶ້ນ
ແລ້ວເອົາກັບບ້ານເຫມືອນເດີມ...ດີແລ້ວທີ່ບໍ່ໂຍນ...ຖ້າບໍ່ດັ່ງນັ້ນກຳຕາມມາທັນແນ່...
ນີ້ແຫລະເພິ່ນຈຶ່ງວ່າ: ເວນກຳມີຈິງ

No comments:

Post a Comment