Friday, August 17, 2012

ແນວຄະລຳ

  • ໄປບໍ່ລາ ມາບໍ່ຄອບ
  • ໄປບໍ່ຊ່າງ ຍ່າງບໍ່ງາມ
  • ຍ່າງທືບຕີນຂຶ້ນຂັ້ນໄດ
  • ຍ່າງລາກສົ້ນນ່ອງ
  • ຍ່າງຢຽບເງົາເຈົ້າຫົວ
  • ເຂົ້າວັດເວົ້າສຽງດັງ
  • ຂຶ້ນເຮືອນບໍ່ລ້າງຕີນ
  • ໄພ້ເຂີຍຜູ້ນ້ອຍ ນັ່ງຂາຂຶ້ນຫ້າງຕໍ່ຫນ້າເຈົ້າໂຄດ
  • ນັ່ງຕັນປະຕູ ນັ່ງຕັນຂັ້ນໄດ
  • ນັ່ງຫມອນ ນັ່ງກາງຜູ້ເຖົ້າ
  • ນັ່ງເທິງຫົວບ່ອນ
  • ນອນປີ່ນຫົວໄປທາງທິດຕະເວັນຕົກ
  • ຂະລໍານໍ້າກິນຕ່ອນ
  • ເອົາເງື່ອນກິນໄປທານ
  • ຜູ້ໃຫຍ່ກິນເງື່ອນຜູ້ນ້ອຍ
  • ຜູ້ນ້ອຍກິນກ່ອນຜູ້ໃຫຍ່
  • ໄທເຮືອນດຽວກັນ ກິນເຂົ້າບໍ່ພ້ອມກັນ
  • ກິນເຂົ້າແລ້ວ ບໍ່ອັດຜາແອບເຂົ້າ
  • ກິນບໍ່ຮູ້ປະມານ ກິນບໍ່ສໍາລວມ
  • ຍາມກິນຖົ່ມນໍ້າລາຍ ຄາຍຂີ້ມູກ
  • ຍາມກິນເອົາມືຄໍ້າຈ້າຍ (ຄາງ)
  • ໄດ້ກິນຊີ້ນບໍ່ສົ່ງອາ ໄດ້ກິນປາບໍ່ສົ່ງປູ່
  • ກິນເຂົ້າໂຕ ໂສຄວາມເພິ່ນ
  • ກິນເຫມິດກິນສ້ຽງ
  • ຕໍາເຂົ້າວັນພຣະວັນສິນ
  • ບ່ອນເຂັດບໍ່ຍໍາ ບ່ອນຂະລໍາບໍ່ຢ້ານ
  • ໃສ່ບາດຖາມເຈົ້າຫົວ
  • ຜົວເມັຽຜິດກັນ ຂົ່ມເຫັງກັນ ດ່າປ້ອຍເວນກັນ
  • ດ່າຫມູດ່າຫມາສຽດ
  • ຄວາມລະຫັດ (ລັບ) ຮູ້ເຖິງສອງ
    ຈາກ: ເວບຂອງລາວເກົ່າ


***ຟັັນຟືນແຕ່ເຊົ້າໆ ຝັດເຂົ້າຍາມກາງຄືນ ຄະລຳ.......ໃຫ້ພິຈາລະນາເອົາເອງວ່າມັນເປັນຫຍັງຈຶ່ງຄະລຳ ????
***ຟືນບໍ່ແກ້ມັດໂຍນຂຶ້ນເຮືອນ ຄະລຳ
***ຍ່າງຂຶ້ນເຮືອນທືບຕື່ງໆຕ່າງໆ ຄະລຳ
***ເວລາເຮັດຢູ່ຄົວກິນ ຢິບກິນນຳຢິບນ້ອບຢິບໃຫຍ່ ຄະລຳ
***ກິນເຂົ້າປາກດັງຈິບໆແຈັບໆ ຄະລຳ
***ກິນເຂົ້າເວົ້າພື້ນນັ້ນພື້ນນີ້ ຄະລຳ
***ຊົດນໍ້າແກງດັງແຮງ ຄະລຳ
***ກິນເຂົ້າບໍ່ເປັນຄາບແລງງາຍ ຄະລຳ
***ກິນເຂົ້າບໍ່ພ້ອມພຽງກັນ ຄະລຳ
***ກິນຍ່າງກິນເດີນ ຄະລຳ
***ນອນເອົາຕີນຂຶ້ນເມືອຫົວບ່ອນນອນ ຄະລຳ
***ນອນກິນຂອງທຸກຢ່າງ ຄະລຳ
***ມັກປ້ອຍດ່າຮ່າຫຸງ ຄະລຳ
***ຄົ້ນຜີລຸກປຸກຜີຕື່ນ ຄະລຳ
***ນັ່ງຄ້າງຂັ້ນໄດຕັນປະຕູ ຄະລຳ
***ຢືນຕັນຂັ້ນໄດຕັນປະຕູ
***ປັດເຮືອນກາງຄືນ
***ເວລາປັດເຮືອນເອົາມືຊຸກຫລັງຜົວ ຄະລຳ
***ລູກເວົ້າຄໍາຫຍາບໃສ່ພໍ່ແມ່ ຄະລຳ
***ເມຍເອົາຂອງເງື່ອນໃຫ້ຜົວກິນ ຄະລຳ
***ເມຍເຕະທໍາຜົວ ຄະລຳ
***ເມຍກິນເຂົ້າກ່ອນຜົວ ຄະລຳ
***ເມຍຈັບຫລີ້ນຫົວຜົວໂດຍບໍ່ໄດ້ບອກ ຄະລຳ
***ຂອງຕໍ່າເອົາໄວ້ສູງ ຂອງສູງເອົາໄວ້ຕ່ຳ ຄະລຳ
***ເຄື່ອງນຸ່ງຊາຍຍິງໄວ້ປົນກັນ ຄະລຳ
***ເດັນ້ອຍນັ່ງສູງກ່ວາຜູ້ເຖົ້າ ຄະລຳ
***ລູກດ່າພໍ່ແມ່ ນົບໃຫ້ພໍ່ແມ່ຕາຍ ຄະລຳ
***ຮ້າຍດ່າແດດດ່າຝົນ ຄະລຳ
***ເຫັນເພີ່ນນຸ່ງເຄື່ອງຂີ້ຮ້າຍຫົວຂວັນ ຄະລຳ
***ເວລາກິນເຂົ້າ ຫລືກິນຂອງຕ່າງໆ ຖົ່ມນ້ຳລາຍຄາຍຂີ້ມູກ ຄະລຳ
***ຜູ້ສາວທ່ຽວກາງຄືນ ຫລືໄປສອງຕໍ່ສອງກັບຜູ້ບ່າວ ຄະລຳ
***ຜູ້ສາວໄປຊູຜູ້ບ່າວ ອັນນີ້ກໍ່ຄະລຳ.........................

............ຈາກຫນັງສື: ນາໆຄະຕິບູຮານລາວ ຂໍຂອບໃຈໆໆໆໆ

No comments:

Post a Comment