Thursday, August 16, 2012

ຮີດສິບສອງ

ຮີດ 12 ຄອງຄົນລາວ ຮີດ ແປວ່າ: ແບບຢ່າງ ຫລື ປະເພນີ ທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ໃນພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະ ຂຽນຄຳວ່າ: "ຮີດຄອງປະເພນີ" 
(ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວ ຄຳວ່າ "ຂະນົບທໍານຽມ" ແປເອົາໃຈຄວາມແລ້ວ ກໍແມ່ນປະເພນີທີ່ເຄີຍປະຕິບັດ
ສືບທອດກັນມານັ້ນເອງ. ຮີດມາຈາກຄຳບາລີ ວ່າ: "ຈາຣິຕະ" ຮີດ 12 ຫມາຍເຖິງປະເພນີ (ຫລືການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າໃນ 12 ເດືອນຄື:
1.
ເດືອນຈຽງ ເຮັດບຸນລ້ຽງຜີຟ້າຜີແຖນ
ນິມົນພຣະສົງອົງຄະເຈົ້າເຂົ້າປະລິວາດສະກຳ.
2.
ເດືອນຍີ່ ເຮັດບຸນຄູນເຂົ້າ ຫລື ບຸນຄູນລານ
3.
ເດືອນສາມ ເຮັດບຸນເຂົ້າຈີ່
4.
ເດືອນສີ່ ເຮັດບຸນພະເວດ
5.
ເດືອນຫ້າ ເຮັດບຸນປີໃຫມ່ລາວ
6.
ເດືອນຫົກ ເຮັດບຸນບັ້ງໄຟ.
7.
ເດືອນເຈັດ ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງປູ່ຕາ (ກຽມເຮັດໄຮ່ເຮັດນາ).
8.
ເດືອນແປດ ເຮັດບຸນເຂົ້າພັນສາ.
9.
ເດືອນເກົ້າ ເຮັດບຸນເຂົ້າປະດັບດິນ
10.
ເດືອນສິບ ເຮັດບຸນເຂົ້າສະຫລາກ.
11.
ເດືອນສິບເອັດ ເຮັດບຸນອອກພັນສາ.
12.
ເດືອນສິບສອງ ເຮັດບຸນກະຖິນ     ໃນແຕ່ລະເດືອນກໍ່ຈະມີບຸນທຸກເດືອນບໍ່ໄດ້ຂາດ...ນີ້ສະແດງເຖີງຄວາມອຸດົມຮັ່ງມີ
ຂອງປະເພນີລາວເຮົາ...ຈົ່ງຊ່ວຍກັນອະນຸລັກວັດທະນະທຳລາວເຮົາສືບຕໍ່ໄປໃຫ້
ຈົນເຖລຸ່ນລູກລຸ່ນຫລານ...ໂດຍການປະຕິບັດຢູ່ສະເຫມີ.

No comments:

Post a Comment