Thursday, August 16, 2012

ກາລະມະສູດ



ກາລາມະສູດແປວ່າ: ພຣະສູດທີ່ພຣະພຸດທະເຈົ້າໄດ້ຊົງສະແດງແກ່ຊາວ ກາລາມະໃນໝູ່ບ້ານສະປຸດຕິຍະນິຄົມ ແຄວ້ນໂກສົນ ບາງຄັ້ງກໍ່ເອີ້ນວ່າ ເກສະປຸດຕະສູດ ກໍ່ມີ ເຊິ່ງ ກາລາມະສູດນີ້ເປັນຫຼັກແຫ່ງຄວາມເຊື່ອຄື: ບໍ່ໃຫ້ເຊື່ອໃນສິ່ງໃດໂດຍທີ່ບໍ່ໄດ້ໃຊ້ປັນຍາພິຈາລະນາ ໃຫ້ເຫັນຈິງເຖິງຄຸນແລະໂທດ ຫຼື ດີບໍ່ດີກ່ອນ. ເຊິ່ງມີ ໑໐ ຂໍ້ທີ່ຄວນພິຈາລະນາຄື:
໑. ຢ່າເຊື່ອຕາມທີ່ຟັງໆ ກັນມາ
໒. ຢ່າເຊື່ອຕາມທີ່ປະຕິບັດຕໍ່ໆ ກັນມາ
໓. ຢ່າເຊື່ອຕາມຄຳເລົ່າລື
໔. ຢ່າເຊື່ອໂດຍອ້າງຕຳລາ
໕. ຢ່າເຊື່ອໂດຍການຄາດເດົາ
໖. ຢ່າເຊື່ອໂດຍການຄາດຄະເນ
໗. ຢ່າເຊື່ອໂດຍຄິດຕາມເຫດຜົນ
໘. ຢ່າເຊື່ອເພາະຖືກກັບທິດສະດີຂອງຕົນ
໙. ຢ່າເຊື່ອເພາະມີຮູບລັກສະນະທີ່ຄວນເຊື່ອໄດ້
໑໐. ຢ່າເຊື່ອເພາະຜູ້ເວົ້າເປັນຄູບາອາຈານຂອງຕົນ
ແຕ່ຈົ່ງເຊື່ອເມື່ອທ່ານທັງຫຼາຍພິຈາລະນາແລ້ວ ຮູ້ໄດ້ດ້ວຍຕົນເອງວ່າ ທັມເຫຼົ່ານັ້ນເປັນກຸສົນ ທັມເຫຼົ່ານັ້ນບໍ່ມີໂທດ ທັມເຫຼົ່ານັ້ນທ່ານຜູ້ຮູ້ສັນເສີນ ທັມເຫຼົ່ານັ້ນໃຜສະມາທານໃຫ້ບໍລິບູນແລ້ວ ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ ເມື່ອນັ້ນ ທ່ານທັງຫຼາຍຈຶ່ງຄວນເຊື່ອ ແລະ ນ້ອມນຳໄປປະຕິບັດຕາມ.

2 comments: