Thursday, August 16, 2012

ວັດທະນະທຳ



ວັດທະນະທໍາ ຄວາມຫມາຍຕາມສັບ ວັດທະນະ ແປວ່າ ສະພາບທີ່ຈະເລີນ ຫລືກ້າວຫນ້າ
ສ່ວນ ທໍາ ແປວ່າ ທໍາມະຊາດ ຫລືຄວາມຈິງຂອງສິ່ງຕ່າງໆ ຖ້າມັນຈິງມັນກໍ່ທ່ຽງທໍາ 
ເມື່ອລວມຄວາມແລ້ວຈື່ງແປວ່າ
ທໍາທີ່ເປັນເຫດໃຫ້ຈະເລີນກ້າວຫນ້າ ຫລືວ່າທໍາຄືຄວາມຈະເລີນຂອງຄົນກຸ່ມຕ່າງໆ 
ສ່ວນຕາມຄວາມຫມາຍຂອງອົງການຍູເນສໂກ່
(UNESCO) ຫມາຍເຖິງ ວິຖີຊີວິດ ເຊີ່ງລວມເຖີງ ແນວທາງການດໍາລົງຊີວິດ 
ລະບຽບປະເພນີຕ່າງໆ ຂະນົບທໍານຽມ
ຂໍ້ຫ້າມຫລືຂໍ້ຄວນປະຕິບັດ ຄ່ານິຍົມແລະພຶດຕິກໍາໂດຍສ່ວນລວມທີ່ສັງຄົມຍອມຮັບ ແລະ 
ຖືປະຕິບັດສືບຕໍ່ກັນມາ
ໂດຍອາດຈະມີການປ່ຽນແປງ ແລະ ປັບປຸງໄປຕາມສະພາບແວດລ້ອມ ແລະການເວລາ...
......................................
.............................................................

 ອາລິຍະທໍາ ຄວາມຫມາຍຕາມສັບ ຄໍາວ່າ ອະລິຍະ ແປວ່າ ຜູ້ຮູ້ ຜູ້ຈະເລີນ ຫລືຜູ້ຮຸ່ງເຮືອງ  
ທໍາ ແປວ່າ ທໍາມະຊາດ
ຫລືຄວາມທ່ຽງທໍາ ຫລືຄວາມຈິງ ລວມຄວາມແລ້ວກໍ່ແປໄດ້ຄວາມວ່າ 
ທໍາມະຊາດຂອງຜູູ້ຈະເລີນ
ຜູ້ຮຸ່ງເຮືອງ ຫມາຍເຖີງຄວາມຈະເລີນຮຸ່ງເຮືອງ ຂອງກຸ່ມຄົນທີ່ອາໄສຢູ່ໃນຖີ່ນຕ່າງໆ 
ທີ່ສາມາດສ້າງສັນສີ່ງຕ່າງໆຂຶ້ນມາໄດ້
ມີທັງດ້ານວັດຖຸເຊັ່ນ: ສີ່ງກໍ່ສ້າງຕ່າງໆ ເຂົ້າຂອງເຄື່ອງໃຊ້ ແລະທາງດ້ານຈິດໃຈເຊັ່ນ:
ຂະນົບທໍານຽມປະເພນີຕ່າງໆ ລວມທັງກົດຫມາຍດ້ວຍ 
ເຊີ່ງສະແດງເຖີງຄວາມຈະເລີນກ້າວຫນ້າ ຂອງຄົນກຸ່ມນັ້ນໆ
ທີ່ອາໄສຢູ່ໃນຖີ່ນຕ່າງໆ ເຊັ່ນ: ອາລິຍະທໍາຂອງຄົນອິນເດຍ ອານາຈັກໂລມ 
ແລະອານາຈັກກຣີກບູຮານເປັນຕົ້ນ...
...........................................
..................

No comments:

Post a Comment